ກອງປະຊຸມສູນກາງພັກຄອມມຸຍນິດຫວຽດນາມຈະສະເໜີບຸກຄະລາກອນໃນກົມການເມືອງ, ຄະນະເລຂາທິການສູນກາງພັກ ສະໄໝ XIII
ສຳນັກຂ່າວຕ່າງປະເທດ ຈາກ ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ລາຍງານຕອນເຊົ້າຂອງວັນທີ 14 ທັນວານີ້ວ່າ: ກອງປະຊຸມຄະນະບໍລິຫານງານສູນກາງພັກຄັ້ງທີ 14 ສະໄໝທີ XII ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ທີ່ຮ່າໂນ້ຍ. ກອງປະຊຸມຄັ້ງນີ້ຄາດວ່າຈະສືບຕໍ່ເປີດໂອກາດໃຫ້ອົງຄະນະພັກທ້ອງຖິ່ນ, ຂອງສະພາ, ແນວໂຮມປະເທດຊາດຫວຽດນາມ (ທຽບເທົ່າກັບແນວລາວສ້າງຊາດ) ແລະ ອົງການຈັດຕັ້ງການເມືອງ, ສັງຄົມ, ພະນັກງານ, ສະມາຊິກພັກ ແລະ ປະຊາຊົນເຂົ້າໃສ່ຮ່າງລາຍງານການເມືອງຂອງພັກສະໄໝທີ XIII ພ້ອມກັນນີ້ກໍຈະສະເໜີບຸກຄະລາກອນເຂົ້າໃນກົມການເມືອງ, ຄະນະເລຂາທິການສູນກາງພັກສະໄໝ XIII, ຜ່ານຮ່າງລະບຽບການເລືອກຕັ້ງ, ຂໍ້ກຳນົດໃນການເຮັດວຽກໃນກອງປະຊຸມໃຫ່ຍຂອງພັກ.
ນອກຈາກນັ້ນ, ຍັງຈະໄດ້ປະກອບຄຳຄິກເຫັນເຂົ້າໃສ່ບົດລາຍງານການນຳພາລວມຂອງພັກ, ການຊີ້ນຳຂອງຄະນະບໍລິຫານງານສູນກາງພັກ, ບົດລາຍງານຜົນຂອງການເຮັດວຽກຂອງຄະນະບໍລິຫານງານສູນກາງພັກ, ຂອງກົມການເມືອງ, ຄະນະເລຂາທີການ, ບົດລາຍງານວຽກງານກວດກາ, ຕິດຕາມ ແລະ ການລົງວິໄນພັກ. ບົດລາຍງານຜົນຂອງການຈັດຕັ້ງປະຕິບັດການເຮັດວຽກຂອງຄະນະກຳມະການກວດກາສູນກາງພັກ.
ເລຂາທິການໃຫ່ຍ, ປະທານປະເທດ ຫງວຽນຟູຈ໊ອງ ເນັ້ນວ່າ ກອງປະຊຸມຄັ້ງນີ້ມີຄວາມໝາຍເປັນພິເສດ, ຈະປຶກສາຫາລືຫຼາຍບັນຫາທີ່ພົວພັນໂດຍກົງກັບການກະກຽມ ແລະ ຈັດຕັ້ງປະຕິບັດກອງປະຊຸມຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ.