ສ.ເກົາຫລີ ປິດໂຮງຮຽນໃນນະຄອນຫລວງເຊອຸນ ຄຸມໂຄວິດຮອບສາມ

ສ.ເກົາຫລີ ປິດໂຮງຮຽນໃນນະຄອນຫລວງເຊອຸນ ຄຸມໂຄວິດຮອບສາມ - download - ສ.ເກົາຫລີ ປິດໂຮງຮຽນໃນນະຄອນຫລວງເຊອຸນ ຄຸມໂຄວິດຮອບສາມ
ສ.ເກົາຫລີ ປິດໂຮງຮຽນໃນນະຄອນຫລວງເຊອຸນ ຄຸມໂຄວິດຮອບສາມ - kitchen vibe - ສ.ເກົາຫລີ ປິດໂຮງຮຽນໃນນະຄອນຫລວງເຊອຸນ ຄຸມໂຄວິດຮອບສາມ

​ໂຮງຮຽນ​ທຸກ​ແຫ່ງ​ໃນ​ນະຄອນຫລວງ​ເຊ​ອຸນ ​ແລະ ພື້ນທີ່​ໃກ້​ຄຽງ​ຕ້ອງ​ກັບ​ໄປຈັດການ​ຮຽນ-ການ​ສອນ​ແບບ​ອອນ​ລາຍ ນັບ​ແຕ່​ວັນ​ທີ 15 ທັນວາ ຈົນ​ຮອດ​ທ້າຍ​ປີ​ນີ້ ຕາມ​ຄຳ​ສັ່ງ​ຂອງ​ລັດຖະບານ ສ.​ເກົາຫລີ ​ເຊິ່ງຍົກ​ລະດັບ​ມາດ​ຕະການ​ຄວບ​ຄຸມ​ການ​ແຜ່​ລະບາດ​ຮອບ​ທີ​ສາມ​ຂອງ​ໂຄ​ວິດ-19.

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ: ທ່ານ ຈອງ ​ເຊ​ຢອງ ນາຍົກລັດຖະມົນຕີ ສ.​ເກົາຫລີ ຖະ​ແຫລ​ງ​ໃນ​ວັນ​ທີ 14 ທັນວາ​ວ່າ: ກອງ​ປະຊຸມ​ຄະນະ​ລັດຖະບານ​ສັ່ງ​ປິດ​ໂຮງຮຽນ​ທຸກ​ແຫ່ງ​ໃນ​ນະຄອນຫລວງ​ເຊ​ອຸນ, ​ເມືອງ​ອິນ​ຊອນ ​ແລະ ​ແຂວງ​ຢອງ​ກີ ລະຫວ່າງ​ວັນ​ທີ 14-31 ທັນວາ​ນີ້ ​ໂດຍ​​ໃນ​ໄລຍະ​ເວລາ​ດັ່ງກ່າວ​ໃຫ້​ສະ​ຖາ​ບັນ​ການ​ສຶກສາທຸກ​ແຫ່ງ​ກັບ​ໄປ​ຈັດການ​ຮຽນ​-ການ​ສອນ​ແບບ​ອອນ​ລາຍ.

ສ.ເກົາຫລີ ປິດໂຮງຮຽນໃນນະຄອນຫລວງເຊອຸນ ຄຸມໂຄວິດຮອບສາມ - Visit Laos Visit SALANA BOUTIQUE HOTEL - ສ.ເກົາຫລີ ປິດໂຮງຮຽນໃນນະຄອນຫລວງເຊອຸນ ຄຸມໂຄວິດຮອບສາມ
ສ.ເກົາຫລີ ປິດໂຮງຮຽນໃນນະຄອນຫລວງເຊອຸນ ຄຸມໂຄວິດຮອບສາມ - Visit Laos Visit SALANA BOUTIQUE HOTEL - ສ.ເກົາຫລີ ປິດໂຮງຮຽນໃນນະຄອນຫລວງເຊອຸນ ຄຸມໂຄວິດຮອບສາມ

ການ​ເຄື່ອນ​ໄຫວ​ດັ່ງກ່າວ​ຂອງ​ລັດຖະບານ​ຖື​ເປັນ “ສັນຍາ​ທຳ​ອິດ” ຂອງ​ການ​ກຽມ​ເຂົ້າສູ່​ມາດ​ຕະການ​ຄວບ​ຄຸມ​ທາງ​ສັງຄົມ​ຂັ້ນທີ 3 ​ເຊິ່ງ​ເປັນ​ລະດັບ​ສູງ​ສຸດ​ຈາກ​ທັງ​ໝົດ 5 ຂັ້ນ ທີ່​ພາກ​ລັດ​ຮ່ວມ​ກັບ​ຜູ້​ຊ່ຽວຊານ​ດ້ານ​ສາທາລະນະ​ສຸກ​ກຳນົດ​ຂຶ້ນ ​ເພື່ອ​ໃຊ້​ຈັດ​ລະບຽບ​ທາງ​ສັງຄົມ ​ໃນ​ໄລຍະ​ທີ່ ສ.​ເກົາຫລີ ຜະ​ເຊີນ​ສະຖານະ​ການ​ການ​ແຜ່​ລະບາດ​ຮອບ​ທີ​ສາມ​ຂອງ​ໂຄ​ວິດ-19. ປັດຈຸບັນ ນະຄອນຫລວງ​ເຊ​ອຸນ ​ແລະ ພື້ນທີ່​ໃກ້​ຄຽງ​ຢູ່​ພາຍ​ໃຕ້​ມາດ​ຕະການ​ຄວບ​ຄຸມ​ລະດັບ 2,5 ​ເຊິ່ງ​ເປັນ​ຂັ້ນຮອງ​ສູງ​ສຸດ.

ສູນ​ຄວບ​ຄຸມ ​ແລະ ປ້ອງ​ກັນ​ພະຍາດ​ເກົາຫລີ (KCDC) ລາຍ​ງານ​ສະຖິຕິ​ພະຍາດ​ໂຄ​ວິດ-19 ຂອງ ສ.​ເກົາຫລີ ​ໃນ​ຮອບ 24 ຊົ່ວ​ໂມງ​ຫລ້າ​ສຸດວ່າ: ຜູ້​ຕິດ​ເຊື້ອສະ​ສົມ​ມີ​ຢ່າງ​ໜ້ອຍ 43.484 ຄົນ ​ເພີ່ມ​ຂຶ້ນ 718 ຄົນ ​ແບ່ງ​ເປັນ​ຜູ້​ເດີນທາງ​ມາ​ຈາກ​ຕ່າງປະ​ເທດ 36 ຄົນ ​ແລະ ຜູ້​ຕິດ​ເຊື້ອຈາກ​ພາຍ​ໃນ​ປະ​ເທດ​ອີກ 682 ຄົນ, ປິ່ນປົວ​ຫາຍ​ດີ 32.102 ຄົນ ​ເພີ່ມ​ຂຶ້ນ 288 ຄົນ ​ໃນ​ອັດຕາ 74%.

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໃນ​ຮອບ​ມື້ດຽວ​ກັນ​ຍັງ​ມີ​ຜູ້​ເສຍ​ຊີວິດ​ອີກ 7 ຄົນ ​ເພີ່ມ​ຈຳນວນ​ຜູ້​ເສຍ​ຊີວິດ​ສະ​ສົມ​ຈາກ​ໂຄ​ວິດ-19 ຢູ່ ສ.​ເກົາຫລີ ​ເປັນ​ຢ່າງ​ໜ້ອຍ 587 ຄົນ ​ໃນ​ອັດຕາ​ການ​ເສຍ​ຊີວິດ 1,35%.

ສ.ເກົາຫລີ ປິດໂຮງຮຽນໃນນະຄອນຫລວງເຊອຸນ ຄຸມໂຄວິດຮອບສາມ - 3 - ສ.ເກົາຫລີ ປິດໂຮງຮຽນໃນນະຄອນຫລວງເຊອຸນ ຄຸມໂຄວິດຮອບສາມ
ສ.ເກົາຫລີ ປິດໂຮງຮຽນໃນນະຄອນຫລວງເຊອຸນ ຄຸມໂຄວິດຮອບສາມ - 5 - ສ.ເກົາຫລີ ປິດໂຮງຮຽນໃນນະຄອນຫລວງເຊອຸນ ຄຸມໂຄວິດຮອບສາມ
ສ.ເກົາຫລີ ປິດໂຮງຮຽນໃນນະຄອນຫລວງເຊອຸນ ຄຸມໂຄວິດຮອບສາມ - 4 - ສ.ເກົາຫລີ ປິດໂຮງຮຽນໃນນະຄອນຫລວງເຊອຸນ ຄຸມໂຄວິດຮອບສາມ