ຈາລຶກຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ

ໂດຍ: ທິດກໍ່າ
ວັນທີ 13 ທັນວາ ເປັນວັນເກີດຂອງປະທານ ໄກສອນ ພົມວິຫານ ວິລະບູລຸດ ແລະ ເປັນຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ. ມາຮອດປີນີ້ແມ່ນມີອາຍຸຄົບຮອບ 101 ປີພໍດີ (13/12/1920 – 13/12/2021) ເພື່ອຈາລຶກເຖິງຜົນງານ ແລະ ຄຸນງາມຄວາມດີອັນຍິ່ງໃຫຍ່ໄພສານທີ່ເພິ່ນມີຕໍ່ປະເທດຊາດບ້ານເມືອງນັ້ນ, ໃນປີນີ້ ພັກ ແລະ ລັດຖະບານ ພ້ອມຍາດຕິພີ່ນ້ອງລູກຫລານຈຶ່ງໄດ້ພ້ອມກັນມີສັດທາອັນແຮງກ້າຕັ້ງກອງບຸນ ເພື່ອອຸທິດເຖິງດວງຍິນຍານຂອງເພິ່ນຕາມຮີດຄອງປະເພນີ ນະສະຖານທີ່ອານຸສອນສະຖານທີ່ຕັ້ງຢູ່ຫລັກ 6 ບ້ານສີວິໄລ ເມືອງໄຊທານີ ນະຄອນຫລວງວຽງຈັນ. ການຕັ້ງກອງບຸນເພື່ອອຸທິດເຖິງດວງວິນຍານຂອງທ່ານ ປະທານ ໄກສອນ ພົມວິຫານ ໃນຄັ້ງນີ້ ແມ່ນຈັດຂຶ້ນຢ່າງໃຫຍ່ໂຕ ໂດຍມີກອງບຸນເຖິງ 13 ກອງ, ນິມົນພະສົງເຂົ້າຮ່ວມຕັດບາດຖວາຍສັງຄະທານເຖິງ 113 ອົງ ແລະ ນອກຈາກນັ້ນ ກໍຍັງມີການນຳພັກ-ລັດ, ຍາດຕິພີ່ນ້ອງ, ອອກຕົນຍາດໂຍມຜູ້ມີສັດທາເຂົ້າຮ່ວມຢ່າງຫລວງຫລາຍພາຍມາກ.
ດັ່ງທີ່ຮູ້ກັນແລ້ວວ່າ, ຕະຫລອດຊີວິດແຫ່ງພາລະກິດເຄື່ອນໄຫວປະຕິວັດຂອງທ່ານ ປະທານ ໄກສອນ ພົມວິຫານ ເພິ່ນໄດ້ອອກເຫື່ອເທແຮງ ທັງສະຕິປັນຍາຜ່ານຜ່າຄວາມສຸກທຸກໃນພຶດຕິກຳຕົວຈິງ ເພື່ອຊີ້ນຳ-ນຳພາການປະຕິວັດ ນັບແຕ່ມື້ເລີ່ມຕົ້ນຈົນມາຮອດມື້ສຳເລັດການປະຕິວັດຊາດປະຊາທິປະໄຕ ແລ້ວພ້ອມກັບໝູ່ຄະນະສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດເດີນຕາມເສັ້ນທາງສັງຄົມນິຍົມ ອັນເປັນເສັ້ນທາງຍຸກສະໄໝໃໝ່ ແລະ ເປັນຍອດປາດຖະໜາຂອງປວງຊົນລາວທັງຊາດ. ປະທານ ໄກສອນ ພົມວິຫານ ເປັນຜູ້ນຳທີ່ສະຫລາດຫລັກແຫລມ, ມີຫົວຄິດປະດິດສ້າງ ຊອກຮູ້ບົດຮຽນທີ່ດີໆຈາກບັນດາປະເທດທີ່ກ້າວໜ້າໃນໂລກ ເພື່ອນຳເອົາມາໝູນໃຊ້ໃນພາລະກິດປະຕິວັດປົດປ່ອຍຊາດ ກໍຄືໃນໄລຍະສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າ ເປັນຕົ້ນໄດ້ຊອກເຫັນເສັ້ນທາງພັດທະນາເສດຖະກິດ-ສັງຄົມຂອງປະເທດ ນັ້ນກໍຄືແນວທາງແຫ່ງພາລະກິດການປ່ຽນແປງໃໝ່ຂອງປະເທດຊາດ.
ນອກຈາກສິ່ງທີ່ໄດ້ກ່າວມາຂ້າງເທິງນັ້ນແລ້ວ, ປະທານ ໄກສອນ ພົມວິຫານ ຍັງເປັນຜູ້ນຳຄົນໜຶ່ງທີ່ມີແບບແຜນການດຳລົງຊີວິດກະທັດຮັດ, ເປັນແບບຢ່າງດ້ານແນວຄິດ, ທັດສະນະມະຫາຊົນ, ນອບນ້ອມທ່ອມຕົນ ເຊິ່ງເວລາໃດເພິ່ນກໍອີງໃສ່ກຳລັງແຮງຂອງມະຫາຊົນ, ນັບຖື ແລະ ເຊື່ອໝັ້ນມະຫາຊົນ, ຖືມະຫາຊົນເປັນກົກ, ທັງບໍລິສຸດສັດຊື່ບໍ່ຖືຕົນຖືໂຕບໍລິສຸດ ແລະ ຈິງໃຈຮັບໃຊ້ປະຊາຊົນ ເພື່ອປະຊາຊົນຢ່າງເຖິງກົກເຖິງຮາກ. ໃນພາລະກິດນຳພາການປະຕິວັດຊາດປະຊາທິປະໄຕ ນັບແຕ່ມື້ເລີ່ມຕົ້ນ ເພິ່ນໄດ້ສ້າງຕັ້ງກອງທະຫານແນວລາວອິດສະຫລະ ແລະ ເປັນຜູ້ບັນຊາໂດຍກົງ ຈົນກາຍມາເປັນກອງທັບປະຊາຊົນລາວທີ່ເດັດຂາດເຂັ້ມແຂງຈົນມາຮອດທຸກວັນນີ້. ນອກຈາກນັ້ນ ກໍພ້ອມກັບໝູ່ຄະນະສ້າງຕັ້ງພັກປະຊາຊົນລາວຈົນກາຍມາເປັນພັກປະຊາຊົນປະຕິວັດລາວໃນທຸກວັນນີ້. ນັບແຕ່ພັກປະຊາຊົນປະຕິວັດລາວໄດ້ຮັບການສ້າງຕັ້ງຂຶ້ນ ເພິ່ນເອງກໍໄດ້ຮັບພາລະໜ້າທີ່ອັນໜັກໜ່ວງໃນຕຳແໜ່ງ ເປັນເລຂາທິການໃຫຍ່ຂອງພັກໃນຕະຫລອດຊີວິດ ແລະ ຜົນງານຂອງເພິ່ນ. ໃນພາລະກິດອັນຍິ່ງໃຫຍ່ ແລະ ຜົນງານອັນໂດດເດັ່ນໃຫຍ່ຫລວງທີ່ສຸດກໍແມ່ນສາມາດນຳພາການປະຕິວັດກ້າວສູ່ການປົດປ່ອຍປະເທດຊາດໄດ້ຢ່າງສົມບູນ, ລຶບລ້າງລະບອບລາຊາທິປະໄຕ, ປະກາດສ້າງຕັ້ງເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນແທນ. ໃນໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດ ເພິ່ນໄດ້ນຳພາປະເທດຜ່ານພົ້ນຈາກການຮຳບາດແຜສົງຄາມທີ່ແກ່ຍາວມາເປັນເວລາຍາວນານ. ເພື່ອເຮັດໃຫ້ປະເທດຊາດໄດ້ຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ດ້ອຍພັດທະນາ ເພິ່ນເອງໄດ້ວາງແນວທາງພັດທະນາເສດຖະກິດ-ສັງຄົມທີ່ສອດຄ່ອງກັບຍຸກສະໄໝແຕ່ລະໄລຍະ ເປັນຕົ້ນໃນປີ 1976 ວາງແນວທາງການປະຕິວັດສາມປະການຄື: ການປະຕິວັດພົວພັນການຜະລິດ, ການປະຕິວັດສ້າງກຳລັງການຜະລິດ ແລະ ການປະຕິວັດດ້ານແນວຄິດ ແລະ ວັດທະນະທຳ. ອັນທີ່ໂດດເດັ່ນທີ່ສຸດມາໃນປີ 1986 ປະທານ ໄກສອນ ພົມວິຫານ ໄດ້ເປັນຜູ້ລິເລີ່ມວາງແນວທາງເສດຖະກິດໃໝ່ ເຊິ່ງມີເນື້ອໃນຕົ້ນຕໍຄື: ຕ້ອງສ້າງໂຄງປະກອບເສດຖະກິດສິນຄ້າທີ່ມີຫລາຍຮູບການກຳມະສິດ, ຫລາຍຮູບການຈັດຕັ້ງເສດຖະກິດ, ຫລາຍລະດັບເຕັກນິກ-ເຕັກໂນໂລຊີ ແລະ ຫລາຍຂະໜາດເສດຖະກິດທີ່ແຕກຕ່າງກັນ.
ນອກຈາກພາລະກິດອັນໃຫຍ່ຫລວງທີ່ໄດ້ກ່າວມານີ້ແລ້ວ, ປະທານ ໄກສອນ ພົມວິຫານ ຍັງມີຜົນງານ ແລະ ຄຸນງາມຄວາມດີຢ່າງມາກມາຍ ສົມກັບວ່າເພິ່ນເປັນປັນຍາຊົນທີ່ພຽບພ້ອມໄປດ້ວຍຄວາມຮູ້, ຄວາມສາມາດ, ຄວາມສະຫລາດຫລັກແຫລມ, ເປັນນັກປະຕິວັດທີ່ປ່ຽມລົ້ນໄປດ້ວຍອຸດົມຄະຕິ ແລະ ຄວາມຈົງຮັກພັກດີຕໍ່ຊາດບ້ານເມືອງ, ບໍ່ເປັນຄົນເຫັນແກ່ຕົວ, ບໍ່ສໍ້ລາດບັງຫລວງ. ສິ່ງດັ່ງກ່າວໄດ້ກາຍເປັນຄຸນສົມບັດຂອງຜູ້ນຳທີ່ພວກເຮົາຄວນຮໍ່າຮຽນເອົາແບບຢ່າງ ແລະ ສຶກສາຄົ້ນຄວ້າແກ່ລູກຫລານສືບຕໍ່ໄປພາຍໜ້າ.