ລັດເຊຍ ແລະ ລັດຖະບານ ໄບເດັນ
December 15, 2020 - 2:55 PM
ແຫຼ່ງຂ່າວຈາກ TASS ຂອງລັດເຊຍ ເມື່ອວັນທີ 14 ທັນວານີ້ ໂດຍອ້າງຄຳຖະແຫຼງຂອງໂຄສົກກະຊວງການຕ່າງປະເທດລັດເຊຍ Maria Zakharova ກ່າວວ່າ: ການພົວພັນລະຫວ່າງສອງປະເທດ ຍາກທີ່ຈະມີອັນປ່ຽນແປງໃໝ່ ພາຍໃຕ້ການນຳພາຂອງລັດຖະບານ ໄບເດັນ.
ໂຄສົກກະຊວງການຕ່າງປະເທດຂອງລັດເຊຍຍັງກ່າວວ່າ: ນະໂຍບາຍການຕ່າງປະເທດຂອງສະຫະລັດ ໃນສະໄໝຂອງ ໄບເດັນຈະບໍ່ມີຫຍັງປ່ຽນແປງ ເພາະສະຫະລັດຍັງມີນະໂຍບາຍສະກັດກັ້ນລັດເຊຍຢູ່ຕະຫຼອດເວລາ ແລະ ອີກຢ່າງໜຶ່ງລັດຖະບານໃໝ່ຂອງສະຫະລັດ ກໍຈະສຸມໃສ່ແກ້ໄຂວຽກງານພາຍໃນຫຼາຍ ກວ່າ ທີ່ຈະແກ້ໄຂບັນຫາກັບພາຍນອກ..
ໂຄສົກ Zakharova ຢືນຢັນອີກຄັ້ງວ່າ: ລັດເຊຍບໍ່ສົນໃຈວ່າໃຜຈະໄດ້ເປັນປະທານາທິບໍດີຂອງສະຫະລັດ “ພວກເຮົາມີປະທານາທິບໍດີສະເພາະຂອງພວກເຮົາ. ສິ່ງສຳຄັນຢູ່ທີ່ວ່າ ການພົວພັນລະຫວ່າງລັດເຊຍ-ສະຫະລັດ, ການຮ່ວມມືສອງຝ່າຍ ກ່ຽວກັບບັນຫາໃນທົ່ວໂລກ ນັ້ນເອງ”