ຫງຸດຫງິດກັບນິໄສຂອງ ທຣຳ ບໍ່ໄຫວ ສະມາຊິກສະພາ ລາອອກຈາກພັກ ຣີພັບລິກັນ (ພັກຂອງ ທຣຳ)
ສະມາຊິກສະພາຕໍ່າ Mitchell ເວົ້າໃນລາຍການ “The Lead” ຂອງ ຊີເອັນເອັນວ່າ: “ພັກຣີພັບລິກັນ ຕາມທຳມະດາແລ້ວ ຕ້ອງລຸກຂຶ້ນຕໍ່ສູ້ ເພື່ອປະຊາທິປະໄຕ, ເພື່ອລັດຖະທຳມະນູນ ຫາກບໍ່ແມ່ນເພື່ອຈຸດປະສົງທາງດ້ານການເມືອງ, ບໍ່ແມ່ນເພື່ອປົກປ້ອງຜູ້ຮັບສະໝັກເລືອກຕັ້ງຄົນໃດຄົນໜຶ່ງ ດັ່ງທີ່ກຳລັງເກີດຂຶ້ນ, ຂ້າພະເຈົ້າເຫັນວ່າມັນພຽງພໍແລ້ວ”
ຍ້ອນເຫດຜົນດັ່ງກ່າວ, Mitchell ຈຶ່ງຂໍເຂົ້າຮັບບຳນານ ໃນທ້າຍກອງປະຊຸມສະໄໝສາມັນທີ່ຈະມາເຖິງ. ເຖິງຢ່າງໃດກໍຕາມ ເຂົາຍັງມີຄວາມເປັນຫ່ວງທີ່ການນຳໃນພັກ ຣີພັບລິກັນ ໃນສະພາຕໍ່າທີ່ຍັງຈະສືບຕໍ່ສະໜັບສະໜູນກົນອຸບາຍຂອງປະທານາທິບໍດີ ກ່ຽວກັບການກ່າວຫາວ່າມີການໂກງຄະແນນເລືອກຕັ້ງ ຊຶ່ງຈະສ້າງພາບພົດຄວາມເສຍຫາຍໃຫ້ແກ່ປະຊາທິປະໄຕຂອງສະຫະລັດ.
ທ່ານ Mitchell ກ່າວວ່າ: “ຂ້າພະເຈົ້າບໍ່ສາມາດຈະຮັບເອົາໄດ້ ເມື່ອຜູ້ສະໝັກຮັບເລືອກຕັ້ງການເມືອງ ຍົວະຍຸ ໃຫ້ມີຄວາມລະແວງສົງໄສວ່າມີການໂກງການເລືອກຕັ້ງ”. ເຂົາເວົ້າຕໍ່ອີກວ່າ: ບໍ່ວ່າແຕ່ໃຜ ເມື່ອລົງຫຼີນໃນສະໜາມແລ້ວ ຕ້ອງຍອມຮັບການປະລາໄຊ ແລະ ໄຊຊະນະ ນັ້ນຄືມາລະຍາດ. ຖ້າບໍ່ສາມາດຍອມຮັບໄດ້ ກໍບໍ່ຕ້ອງລົງຫຼີ້ນໃນສະໜາມ.
ໃນອາທິດທີ່ຜ່ານມາ, ສະມາຊິກພັກຣີພັບຣີກັນ 126 ຄົນ ໄດ້ລົງນາມໃນກ້ານຟ້ອງ ເພື່ອຍື່ນເຖິງສານສູງ ເພື່ອສະກັດກັ້ນ ບັດທັງໝົດໃນລັດ ເທັກຊັດ ທີ່ປ່ອນໃຫ້ໄບເດັນຊະນະ.
ກ້ານຟ້ອງດັ່ງກ່າວ ນັກຊ່ຽວຊານທາງດ້ານກົດໆາຍເອີ້ນວ່າ “ເສດຂີ້ເຫຍື້ອ” “ບ້າ” ຊຶ່ງຖືກສານສູງປະຕິເສດທັງໝົດ.