Shares0 Homeຂ່າວຕ່າງປະເທດຍີ່ປຸ່ນ ປະຫານຊີວິດ ຄາດຕະກອນ ທະວິດເຕີ(Twitter) December 16, 2020 - 12:41 PM Shares0 ສານ ໂຕກຽວ ຕັດສິນປະຫານຊີວິດທ້າວ Takahiro Shiraishi ອາຍູ 30 ປີ ຊຶ່ງຖືກຂະໜານນາມວ່າ ເປັນຄາດຕະກອນ ‘ທະວິດເຕີ’ ເພາະເຂົາໄດ້ຂ້າຄົນເຖິງ 9 ຄົນ ໂດຍຜ່ານທາງສື່ອອນລາຍ. ໃນຂະນະທີ່ໃຫ້ປາກຄຳຕໍ່ສານໃນມື້ນີ້ ວັນທີ 16 ທັນວາ ທ້າວ Takahiro Shiraishi ຍອມຮັບສາລະພາບວ່າ ເຂົາໄດ້ຂ້າ 9 ຄົນ ຊຶ່ງມີອາຍຸແຕ່ 15-26 ປີ, ໃນນັ້ນເປັນຜູ້ຍິງ 8 ຄົນ ໂດຍທຳຄວາມລຶ້ງເຄີຍກັບພວກເຂົາເຈົ້າໂດຍຜ່ານທາງສື່ ທະວິດເຕີ. ເຂົາໄດ້ຕັດຍ່ອຍຊິ້ນສ່ວນອະໄວຍະວະອອກ ແລ້ວບັນຈຸໃສຖົງເຊື່ອງໄວ້ໃນຫ້ອງທີ່ພັກ ໃກ້ກັບນະຄອນຫຼວງ ໂຕກຽວ. ບັນດາທະນາຍຄວາມໃຫ້ຄຳເຫັນວ່າ Shiraishi ບໍ່ສົມຄວນຈະຖືກປະຫານຊີວິດ, ຄວນຈະຖືກຈຳຄຸກເທົ່ານັ້ນ ເພາະເຫຍື່ອ ເຫຼົ່ານັ້ນກໍລ້ວນແຕ່ສະແດງຄວາມປະສົງ ຢາກຕາຍ, ໝາຍຄວາມວ່າພວກເຂົາຍອມທີ່ຈະຮັບຄວາມຕາຍ. ທະນາຍຄວາມຄົນໜຶ່ງວິໄສທັດວ່າ “ບໍ່ມີໃຜດອກໃນ 9 ຄົນນັ້ນຈະຍອມຕາຍ ແມ່ນແຕ່ ນຶກຢູ່ໃນໃຈ. ມັນເປັນເລື່ອງທາລຸນຫຼາຍທີ່ຂ້າຄົນອາຍຸໜຸ່ມນ້ອຍເຖິງ 9 ສົບ. ຄວາມເປັນມະນຸດຂອງພວກເຂົາຖືກຢຽບຢໍ່າທຳລາຍໝົດສິ້ນ”. ທ້າວ Shiraishi ໃຊ້ທະວິດເຕີ ຕິດຕໍ່ພົວພັນກັບກຸ່ມຄົນທີ່ສະແດງຄວາມປະສົງຢາກຕາຍ, ຫຼັງຈາກນັ້ນເຂົາກໍວາງແຜນໃຫ້. ອີງຕາມຄຳໃຫ້ການຂອງ Shiraishi ວ່າ ເຂົາຮັດຄໍເຫຍື່ອໃຫ້ຕາຍ, ແລ້ວກໍຕັດຍ່ອຍຊິ້ນສ່ວນອອກ. ເຂົາເລີ່ມເຮັດແບບນີ້ມາແຕ່ເດືອນສິງຫາ ຫາເດືອນຕຸລາ. ນອກຈາກໂທດຂ້າຄົນແລ້ວ Shiraishi ຍັງຖືກກ່າວໂທດທຳສຳເລົາເຫຍື່ອທີ່ເປັນຜູ້ຍິງອີກດ້ວຍ. Your Might Also Like ລັດຖະບານຈີນສັ່ງປັບໄໝອາລີບາບາ ກຣຸບ 18.300 ລ້ານຢວນ ຂໍ້ຫາຜູກຂາດຕະຫລາດ 10/04/2021 ເຫດຜົນ ທີ່ ທ່ານ ຄີມຈອງອູນ ກ່າວເຖິງ ຄວາມອຶດຫິວ ໃນປີ 1990 10/04/2021 More in ຂ່າວຕ່າງປະເທດ ມຽນມາ ພົບຜູ້ຕິດເຊື້ອໂຄວິດເພີ່ມ 23 ຄົນ ເປັນແຮງງານທີ່ກັບມາຈາກໄທ ແລະ ມາເລເຊຍ 20/06/2020