ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ແຂວງສະຫວັນນະເຂດ ຊຸດທີ I ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ແຂວງສະຫວັນນະເຂດ ຊຸດທີ I ໄຂຂຶ້ນຢ່າງເປັນທາງການ - WhatsApp Image 2020 12 16 at 4 - ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ແຂວງສະຫວັນນະເຂດ ຊຸດທີ I ໄຂຂຶ້ນຢ່າງເປັນທາງການ
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ແຂວງສະຫວັນນະເຂດ ຊຸດທີ I ໄຂຂຶ້ນຢ່າງເປັນທາງການ - kitchen vibe - ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ແຂວງສະຫວັນນະເຂດ ຊຸດທີ I ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນ ແຂວງສະຫວັນນະເຂດ ຊຸດທີ I  ໄຂຂຶ້ນຢ່າງເປັນທາງການໃນ ຕອນເຊົ້າວັນທີ 14 ທັນວານີ້, ທີ່ຫໍວັດທະນະທຳໄກ ສອນ ພົມວິຫານ ແຂວງສະ ຫວັນນະເຂດ. ໂດຍການເປັນ ປະທານຂອງທ່ານ ຄໍາເຜີຍ ຜັນທະຈອນ ປະທານສະພາປະ ຊາຊົນແຂວງ. ໃຫ້ກຽດເຂົ້າຮ່ວມ ມີທ່ານ ພົນໂທ ແສງນວນ ໄຊຍະລາດ ເລຂາທິການສູນ ກາງພັກ, ຮອງປະທານສະພາ ແຫ່ງຊາດທັງເປັນສະມາຊິກ ສະພາແຫ່ງຊາດຊຸດທີ 8 ປະ ຈຳເຂດເລືອກຕັ້ງທີ 13, ທ່ານ ສັນຕິພາບ ພົມວິຫານ ກໍາມະ ການສູນກາງພັກ ເລຂາຄະນະ ບໍລິຫານງານພັກແຂວງເຈົ້າ ແຂວງສະຫວັນນະເຂດ ພ້ອມ ດ້ວຍ ສະມາຊິກສະພາ ແຫ່ງຊາດ, ສະມາຊິກສະພາປະ ຊາຊົນແຂວງ, ເຈົ້າເມືອງ, ເຈົ້າ ນະຄອນ ແລະ  ຫົວໜ້າພະແນກການຕ່າງໆ ອ້ອມຂ້າງແຂວງເຂົ້າຮ່ວມເປັນຈຳນວນຫລາຍ.

ທ່ານ ປະທານສະພາປະຊາຊົນ ແຂວງ ໄດ້ກ່າວໄຂ ກອງປະຊຸມຢ່າງເປັນທາງ ການວ່າ: ກອງປະຊຸມສະໄໝສາ ມັນເທື່ອທີ 10 ຂອງສະພາປະຊາ ຊົນແຂວງຄັ້ງນີ້ ຈະໄດ້ພິ ຈາລະນາ ແລະ ຕົກລົງຫລາຍບັນຫາສໍາຄັນ ຂອງແຂວງເຊັ່ນ: ບົດລາຍງານຂອງອົງການປົກ ຄອງແຂວງກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມ, ແຜນ ງົບປະມານຂອງ ແຂວງປະຈໍາ ແລະທິດ ທາງແຜນການ ປະຈໍາປີ 2021, ຮັບຟັງການລາຍງານຂອງ ຫົວໜ້າພະແນກແຜນການ ແລະການລົງທືນແຂວງກ່ຽວ ກັບການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ ຂອງແຂວງປະຈຳ 5 ປີ (2016-2020) ແລະທິດ ທາງແຜນການປະຈໍາປີ 2021 ແລະ ບົດລາຍງານການສະ ເໜີດັດແກ້ມູນຄ່າໂຄງການລົງ ທຶນຂອງລັດ ໃນໄລຍະຜ່ານ ມາ,  ບົດລາຍງານຂອງ  ທ່ານຫົວໜ້າພະແນກການ ເງິນກ່ຽວກັບການຈັດ ຕັ້ງປະຕິບັດແຜນງົບປະມານ ແຫ່ງລັດຂອງແຂວງປະຈຳ 5 ປີ (2016-2020)ແລະ ທິດ ທາງແຜນການ ປະຈໍາປີ2021, ພິຈາລະນາ ແລະຮັບຮອງເອົາ ບົດລາຍງານຂອງອົງການ ກວດສອບແຫ່ງລັດປະຈຳ ພາກກາງກ່ຽວກັບການຈັດຕັ້ງ ປະຕິບັດວຽກງານກວດສອບ 5 ປີ (2016-2020), ປີ 2020 ແລະທິດທາງແຜນການເຄື່ອນ ໄຫວວຽກງານ ປະຈໍາປີ 2021, ບົດລາຍງານການແກ້ໄຂຜົນ ການກວດກາຕາມຜົນການ ກວດສອບປີ 2018 ແລະບົດ ສະຫຼຸບຂາດຕົວການຈັດຕັ້ງປະ ຕິບັດແຜນງົບປະມານຂອງ ແຂວງສະຫວັນນະເຂດປີ 2019, ບົດລາຍງານ ຂອງປະທານອົງການ ກວດກາແຂວງກ່ຽວກັບ ຜົນການແກ້ໄຂຕາມຜົນການ ກວດສອບໃນ 5 ປີ (2016-2020) ແລະທິດ ທາງແຜນການ ປີ2021, ພິຈາລະນາ ແລະຮັບຮອງເອົາ ບົດສະຫຼຸບການເຄື່ອນໄຫວ ວຽກງານປະຈຳ 5 ປີ     (2016-2020) ແລະ ທິດທາງແຜນການປະ ຈໍາປີ 2021 ຂອງອົງການໄອ ຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ, ພິຈາ ລະນາ ແລະຮັບຮອງເອົາບົດສະຫຼຸບການເຄື່ອນໄຫວວຽກງານ ປະຈຳ 5 ປີ (2016-2020) ຂອງ ສະພາປະຊາຊົນແຂວງ ຊຸດທີ I ແລະ ແຜນ ຄາດຄະເນເຄື່ອນໄຫວວຽກ ງານ ປະຈໍາປີ 2021ຂອງສະ ພາປະຊາຊົນແຂວງ ຊຸດທີ II ພ້ອມຮັບຟັງການປະກອບຄໍາ ເຫັນ ຈາກອົງການແນວລາວ ສ້າງຊາດແຂວງຕໍ່ການເຄື່ອນ ໄຫວວຽກງານສະພາປະຊາ ຊົນແຂວງໃນໄລຍະຜ່ານມາ, ພິຈາລະນາ ແລະຮັບຮອງກ່ຽວ ກັບການປັບປຸງບຸກຄະລາ ກອນຂອງອົງການປົກຄອງ ແຂວງຕາມການສະເໜີຂອງ ທ່ານເຈົ້າແຂວງໆສະຫວັນ ນະເຂດ, ແລະຮັບ ຮອງເອົານິຕິກໍາທີ່ສໍາຄັນຂອງ ອົງການປົກຄອງແຂວງຈໍາ ນວນ 2 ສະບັບຄື: ມະຕິວ່າດ້ວຍ ແຜນຈັດສັນທີ່ດິນຂອງແຂວງ  ແລະ ມະຕິວ່າ ດ້ວຍການສຶກສາທົບທວນ ແລະ ປັບປຸງແຜນຜັງຊີ້ນໍາລວມ ແລະການວາງແຜນຜັງລະ ອຽດເທສະບານນະຄອນໄກ ສອນ ພົມວິຫານ ແລະເມືອງ ອຸທຸມພອນແຂວງສະຫວັນ ນະເຂດ, ພ້ອມນີ້ ຍັງຈະໄດ້ຮັບຟັງ ການຊີ້ແຈງຈາກທ່ານເຈົ້າ ແຂວງ, ຮອງເຈົ້າແຂວງ, ບັນ ດາຫົວໜ້າພະແນກການ ຈໍານວນໜຶ່ງຂອງອົງການປົກ ຄອງແຂວງ. ຊຶ່ງກອງປະຊຸມປະຊາ ຊົນແຂວງຄັ້ງນີ້  ຈະໄດ້ດຳ ເນີນໄປເປັນເວລາ 5 ວັນ( 14-18 ທັນວານີ້).

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ແຂວງສະຫວັນນະເຂດ ຊຸດທີ I ໄຂຂຶ້ນຢ່າງເປັນທາງການ - Visit Laos Visit SALANA BOUTIQUE HOTEL - ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ແຂວງສະຫວັນນະເຂດ ຊຸດທີ I ໄຂຂຶ້ນຢ່າງເປັນທາງການ
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ແຂວງສະຫວັນນະເຂດ ຊຸດທີ I ໄຂຂຶ້ນຢ່າງເປັນທາງການ - Visit Laos Visit SALANA BOUTIQUE HOTEL - ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ແຂວງສະຫວັນນະເຂດ ຊຸດທີ I ໄຂຂຶ້ນຢ່າງເປັນທາງການ
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ແຂວງສະຫວັນນະເຂດ ຊຸດທີ I ໄຂຂຶ້ນຢ່າງເປັນທາງການ - 5 - ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ແຂວງສະຫວັນນະເຂດ ຊຸດທີ I ໄຂຂຶ້ນຢ່າງເປັນທາງການ
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ແຂວງສະຫວັນນະເຂດ ຊຸດທີ I ໄຂຂຶ້ນຢ່າງເປັນທາງການ - 4 - ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ແຂວງສະຫວັນນະເຂດ ຊຸດທີ I ໄຂຂຶ້ນຢ່າງເປັນທາງການ
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ແຂວງສະຫວັນນະເຂດ ຊຸດທີ I ໄຂຂຶ້ນຢ່າງເປັນທາງການ - 3 - ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ແຂວງສະຫວັນນະເຂດ ຊຸດທີ I ໄຂຂຶ້ນຢ່າງເປັນທາງການ