ພະນັກງານ Air India ຂໍຊື້ສາຍການບິນມາບໍລິຫານເອງ

ພະນັກງານ Air India ຂໍຊື້ສາຍການບິນມາບໍລິຫານເອງ - 800898 air india 03 dna - ພະນັກງານ Air India ຂໍຊື້ສາຍການບິນມາບໍລິຫານເອງ
ພະນັກງານ Air India ຂໍຊື້ສາຍການບິນມາບໍລິຫານເອງ - kitchen vibe - ພະນັກງານ Air India ຂໍຊື້ສາຍການບິນມາບໍລິຫານເອງ

ສາຍ​ການບິນ Air India ​ເປັນ​ສາຍ​ການບິນ​ແຫ່ງ​ຊາດ​ຂອງ​ອິນ​ເດຍ ທີ່​ປະສົບ​ບັນຫາ​ຂາດທຶນ​ຕໍ່​ເນື່ອງ​ມາ​ຫລາຍ​ປີ ຈົນ​​ໃນ​ທີ່​ສຸດ ລັດຖະບານ​ອິນ​ເດຍຕັດສິນ​ໃຈ​ຂາຍ​ກິດຈະການ​ໃຫ້​ເອກະ​ຊົນ​ຜ່ານ​ການ​ເປີດ​ປະມູນ.

ການ​ປະມູນ​ຊື້ Air India ຄັ້ງນີ້ ມີ​ຜູ້​ສົນ​ໃຈ​ເຂົ້າຊື້ 2 ລາຍ​ໃຫຍ່ ​ໂດຍ​ໜຶ່ງ​ໃນ​ນັ້ນ ​ເປັນ​ການ​ລວມກຸ່ມ​ຂອງ​ພະນັກງານ​ສາຍ​ການບິນ Air India ບາງ​ສ່ວນ ທີ່​ໄປ​ຈັບ​ມື​ກັບ​ບໍລິສັດ​ດ້ານ​ການ​ລົງທຶນ ​ເພື່ອ​ຂໍຊື້ສາຍ​ການບິນ​ມາ​ບໍລິຫານ​ເອງ.

ພະນັກງານ Air India ຂໍຊື້ສາຍການບິນມາບໍລິຫານເອງ - Visit Laos Visit SALANA BOUTIQUE HOTEL - ພະນັກງານ Air India ຂໍຊື້ສາຍການບິນມາບໍລິຫານເອງ
ພະນັກງານ Air India ຂໍຊື້ສາຍການບິນມາບໍລິຫານເອງ - Visit Laos Visit SALANA BOUTIQUE HOTEL - ພະນັກງານ Air India ຂໍຊື້ສາຍການບິນມາບໍລິຫານເອງ

​ແນວ​ຄິດ​ທຸລະ​ກິດ​ຂອງ​ພະນັກງານ Air India ​ເປັນ​​ແນວ​ໃດ ​ແລະ ຈະ​ສາມາດ​ຊື້ກິດຈະການ​ມາ​ບໍລິຫານ​ເອງ​ໄດ້ ຫລື ບໍ່, ​ເຮົາ​ຈະ​ສະຫລຸບ ​ແລະ ວິ​ເຄາະ​ມາ​ໃຫ້​ອ່ານ​ກັນ.

  • Q Air India ​ເປັນ​ສາຍ​ການບິນ​ແຫ່ງ​ຊາດ​ຂອງ​ອິນ​ເດຍ ດຳ​ເນີນ​ທຸລະ​ກິດ​ມາ​ແຕ່​ປີ 1932 ​ໂດນ​ໃນ​ຕອນ​ທຳ​ອິດ​ທຸລະ​ກິດ​ດຳ​ເນີນ​ໄປ​ໄດ້​ດ້ວຍ​ດີ ຈົນ​ເລີ່​ມ​ເຫັນ​ຕົວ​ເລກ​ຂາດທຶນ​ໃນ​ໄລຍະ 10 ກວ່າ​ປີຜ່ານມາ.
  • Q ຄວາມ​ລົ້ມ​ເຫ​ລວທາງ​ທຸລະ​ກິດ​ຂອງ Air India ສ່ວນ​ໜຶ່ງ​ເກີດ​ຈາກ​ການ​ແຂ່ງຂັນ​ໃນ​ທຸລະ​ກິດ​ສາຍ​ການບິນ​ຕົ້ນທຶນ​ຕໍ່າ ​ໄປ​ຈົນ​ເຖິງ​ສາ​ເຫດ​ທີ່​ຫລາຍ​ຝ່າຍ​ຊີ້​ວ່າ: ມີ​ການ​ເມືອງ​ເຂົ້າມາ​ແຊກ​ແຊງ​ນຳ​ເຊັ່ນ: ການ​ສັ່ງ​ໃຫ້​ຊື້​ເຮື​ອບິນ​ຫລາຍ​ສິບ​ລຳ​ໂດຍ​ບໍ່​ມີ​ແຜນ​ສ້າງ​ລາຍ​ໄດ້ ລວມທັງ​ການ​ຄວບ​ລວມສາຍ​ການບິນ Indian Airlines ​ແລະ ການ​ປິດ​ເສັ້ນທາງ​ບິນ​ທີ່​ສ້າງ​ກຳ​ໄລ.
  • Q ​ເມື່ອ​ບໍ່​ມີ​ກຳ​ໄລ Air India ຕ້ອງ​ອາ​ໄສ​ເງິນ​ພາສີ​ຈາກ​ຊາວ​ອິນ​ເດຍ​ໃນ​ການຮັກສາ​ທຸລະ​ກິດ ​ໂດຍ​ປັດຈຸບັນ Air India ມີ​ໜີ້​ບໍ່​ຕໍ່າ​ກວ່າ 240.000 ລ້ານ​ບາດ ​ເຮັດ​ໃຫ້​ໃນ​ປີ 2017 ທ່ານ ນາ​ເຣນທຣາ ​ໂມ​ດີ ນາຍົກລັດຖະມົນຕີອິນ​ເດຍ ຕັດສິນ​ໃຈ​ຂາຍ​ສາຍ​ການບິນ​ແຫ່ງ​ຊາດ​ໃຫ້​ແກ່​ເອກະ​ຊົນ​ທີ່​ສົນ​ໃຈ.
  • Q ​ແຕ່​ຄວາມ​ພະຍາຍາມ​ຂາຍ​ສາຍ​ການບິນ Air India ຄັ້ງທຳ​ອິດ​ບໍ່​ເປັນ​ຜົນ ບໍ່​ມີ​ບໍລິສັດ​ເອກະ​ຊົນ​ໃດ​ຍື່ນ​​ເຈ​ດຈຳນົງ​ຂໍຊື້ສາຍ​ການບິນ, ສ່ວນ​ໜຶ່ງ​ອາດ​ເປັນ​ເພາະ​ເງື່ອນ​ໄຂ​ທີ່​ລັດຖະບານ​ອິນ​ເດຍຕັ້ງ​ໄວ້​ວ່າ: ຈະ​ໄດ້​ຫຸ້ນ 76% ​ແລະ ຈະ​ຕ້ອງ​ຮັບຜິດຊອບ​ໜີ້​ບາງ​ສ່ວນ.
  • Q ສຳລັບ​ການ​ປະກາດ​ຂາຍ Air India ຫລ້າ​ສຸດ ລັດຖະບານ​ອິນ​ເດຍປັບປຸງ​ເງື່ອນ​ໄຂ​ໃໝ່ ດ້ວຍ​ການ​ຂາຍ​ຫຸ້ນ Air India 100% ​ແລະ ສາມາດ​ກຳນົດ​ໄດ້​ວ່າ: ຕ້ອງການ​ຈ່າຍ​ໜີ້​ໃຫ້ Air India ​ເທົ່າ​ໃດ ​ເຮັດ​ໃຫ້​ມີ​​ເອກະ​ຊົນ​ໃຫ້​ຄວາມ​ສົນ​ໃຈ​ເຂົ້າຊື້ກິດຈະການ​ເພີ່ມ​ຂຶ້ນ.
  • Q ​ເຖິງ​ວ່າ​ຈະ​ມີ​ໜີ້​ມະຫາສານ, ​ແຕ່​ຫລາຍ​ຝ່າຍ​ເຊື່ອ​ວ່າ: Air India ມີ​ປະສິດທິພາບ​ໃນ​ການ​ເຕີບ​ໃຫຍ່​ໄດ້ ​ໂດຍ Air India ຖື​ຄອງ​ເສັ້ນທາງ​ບິນ​ໃນ​ປະ​ເທດ​ຫລາຍ​ທີ່​ສຸດ​ເປັນອັນ​ດັບ​ທີ 3 ​ແລະ ຄອງ​ສ່ວນ​ແບ່ງ​ລາຍ​ໄດ້​ຈາກ​ເສັ້ນທາງ​ບິນ​ລະຫວ່າງ​ປະ​ເທດ​ຫລາຍ​ກວ່າ 50% ຂອງ​ລາຍ​ໄດ້​ຈາກ​ທຸລະ​ກິດ​ສາຍ​ການບິນ​ທັງ​ໝົດ.
  • Q ນອກຈາກ​ນີ້, Air India ຍັງ​ມີ​ຊັບ​ສິນ​ເປັນ​ເຮືອບິນ​ຫລາຍ​ກວ່າ 100 ລຳ ​ແລະ ມີ​ຊັບພະຍາກອນ​ບຸກຄົນ​ລະດັບ​ຄຸນ​ນະພາ​ບ ຄື​ນັກ​ບິນ ​ແລະ ລູກ​ເຮືອ​ທີ່​ຜ່ານ​ການ​ຝຶກ​ຝົນ​ມາ​ເປັນ​ຢ່າງ​ດີ​ນັບ​ພັນ​ຄົນ.
  • Q ​ໃນ​ຕອນ​ນີ້​ມີ​ເອກະ​ຊົນ 2 ກຸ່ມ​ທີ່​ຖືກ​ຈັບ​ຕາ​ວ່າ: ອາດ​ຈະ​ມີ​ທ່າ​ອ່ຽງຊື້ກິດຈະການ Air India ຈາກ​ລັດຖະບານ​ອິນ​ເດຍ ກຸ່ມ​ທຳ​ອິດ​ຄື Tata Group ​ເຊິ່ງ​ເປັນ​ຜູ້​ຫລິ້ນ​ໃນ​ສະ​ໝໍ​ລະ​ພູມ​ສາຍ​ການບິນ​ອິນ​ເດຍຢູ່​ແລ້ວ ຈາກ​ການ​ຖື​ຫຸ້ນ​ບາງ​ສ່ວນ​ຂອງ AirAsia India ​ເຊິ່ງຖ້າ Tata Group ຊື້ກິດຈະການ Air India ສຳ​ເລັດ ຈະ​ມີ​ສ່ວນ​ຊ່ວຍ​ຂະຫຍາຍ​ຖານ​ການບິນ​ຂອງ​ບໍລິສັດ​ທັງ​ໃນ ​ແລະ ຕ່າງປະ​ເທດ​ໃຫ້​ແຂງ​ແກ່ນ​ຂຶ້ນ.
  • Q ຂະນະ​ທີ່​ອີກ​ກຸ່ມ​ໜຶ່ງ​ທີ່​ສົນ​ໃຈ​ຊື້ Air India ກໍ​ໜ້າ​ສົນ​ໃຈ ​ເພາະ​ມີ​ຈຸດ​ເລີ່​ມຕົ້ນມາ​ຈາກ​ກຸ່ມ​ພະນັກງານ​ສາຍ​ການບິນ Air India ຈຳນວນ 209 ຄົນ ທີ່​ສະ​ເໜີ​ໃຫ້​ພະນັກງານ​ສາຍ​ການບິນ Air India ທຸກ​ຄົນ​ຮ່ວມ​ເປັນ​ເຈົ້າຂອງ​ສາຍ​ການບິນ ພ້ອມ​ກັບ​ໄປ​ຈັບ​ມື​ບໍລິສັດ​ດ້ານ​ການ​ລົງທຶນ Interups ມາ​ຮ່ວມ​ທຶນ​ເພີ່ມ​.
  • Q ​ແຜນ​ທຸລະ​ກິດ​ຂອງ Interups ​ແລະ ພະນັກງານ Air India ຄື​ຝ່າຍ Interups ຈະ​ເປັນ​ຜູ້​ລົງທຶນ ​ໂດຍ​ຈະ​ຖືຫຸ້ນ 49%, ສ່ວນ​ອີກ 15% ຈະ​ເປັນ​ຂອງ​ພະນັກງານ Air India ທຸກ​ຄົນ ​ໂດຍ​ມີ​ຂໍ້​​ແມ້ວ່າ: ພະນັກງານ​ທຸກ​ຄົນ​ຈະ​ຕ້ອງ​ລົງ​ຂັນ​ເງິນ​ຄົນ​ລະ​ຢ່າງ​ໜ້ອຍ 100.000 ຣູປີ ຮ່ວມ​ຫຸ້ນ​ຊື້ບໍລິສັດ​ນຳ.
  • Q ມີ​ນັກ​ຊີ ມາ​ລິດ ຜູ້ອຳນວຍການ​ສາຍ​ການບິນ Air India ​ເຊິ່ງ​ເຮັດ​ວຽກ​ຢູ່​ກັບ​ສາຍ​ການບິນ​ແຫ່ງ​ນີ້​ມາ​ປະມານ 30 ປີ ​ແລະ ​ເປັນ​ໜຶ່ງ​ໃນ​ເຈົ້າຂອງ​ແນວ​ຄິດຊື້ສາຍ​ການບິນ​ມາ​ບໍລິຫານ​ເອງ ລະບຸ​ວ່າ: ພະນັກງານ​ທຸກ​ຄົນ​ເຊື່ອ​ໝັ້ນວ່າ: Air India ຈະ​ກັບ​ມາ​ສ້າງ​ກຳ​ໄລ​ໄດ້ ​ເຊັ່ນ​ດຽວ​ກັບ ລັດສະໝີ ປຣາສາດ ປະທານ Interups ທີ່​ເຊື່ອ​ວ່າການ​ລົງທຶນ​ກັບ​ພະນັກງານ Air India ຈະ​ປະສົບ​ຜົນສຳ​ເລັດ ​ເພາະ​ພະນັກງານ​ເປັນ​ຄື​ກະດູກ​ສັນຫລັງ​ຂອງ​ບໍລິສັດ ຍ່ອມ​ຮູ້​ດີ​ວ່າ​ບໍລິສັດ​ມີ​ຈຸດ​ອ່ອນ​ຈຸດ​ແຂງ​ຢູ່​ບ່ອນ​ໃດ.
  • Q ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ມີ​ກາ​ນຕີ​ລາຄາ​ວ່າ: ​ແຜນການ​ຊື້ບໍລິສັດ​ໂດຍ​ພະນັກງານ Air India ອາດ​ບໍ່​ແມ່ນ​ເລື່ອງ​ງ່າຍ ​ເພາະຮອດ​ປັດຈຸບັນ​ນີ້​ຍັງ​ບໍ່​ມີ​ຄວາມ​ຊັດ​ເຈນ​ວ່າ​ພະນັກງານ​ທັງ​ໝົດ​ຈະ​ພ້ອມ​ຈ່າຍ​ເງິນ​ເພື່ອ​ຊື້ບໍລິສັດ​ຕາມ​ແຜນ ຫລື ບໍ່ ​ແລະ ຖ້າ​ພະນັກງານ​ລົງ​ຂັນ​ເງິນ​ບໍ່​ໄດ້​ຕາມ​ແຜນ ຈະ​ມີ​ການ​ປັບ​ແຜນ​ທຸລະ​ກິດ​ແນວ​ໃດ.
  • Q ​ໃນ​ຕອນ​ນີ້​ບໍລິສັດ​ທີ່​ສົນ​ໃຈ​ເຂົ້າຊື້ກິດຈະການ Air India ຈະ​ຕ້ອງ​ກຽມ​ຍື່ນ​ຂໍ້​ສະ​ເໜີ​ຕໍ່​ລັດຖະບານ ​ໂດຍ​ພາຍ​ໃນ​ເດືອນ​ມັງກອນ​ປີໜ້າ ລັດຖະບານ​ອິນ​ເດຍຈະ​ປະກາດ​ອີກ​ວ່າ: ກຸ່ມ​ໃດ​ແດ່​ທີ່​ເຂົ້າ​ເກນ​ເປັນ​ຜູ້​ປະມູນ​ຊື້ສາຍ​ການບິນ Air India ​ໄດ້.
  • Q ຜູ້​ຊ່ຽວຊານ ລວມທັງ​ອະດີດ​ຜູ້​ບໍລິຫານ Air India ​ເບິ່​ງ​ໄປ​ໃນ​ທິດ​ທາງ​ດຽວ​ກັນ​ວ່າ: ການ​ລົງທຶນ​ຊື້ Air India ​ເຖິງ​ວ່າ​ມີ​ຄວາມ​ສ່ຽງ​ຈາກ​ການ​ຕ້ອງ​ທຸ້ມ​ເງິນ​ຟື້ນຟູ​ກິດຈະການ​ຈຳນວນ​ມະຫາສານ, ​ແຕ່​ໜ້າ​ຈະ​ກຸ້ມ​ຄ່າ​ຕໍ່​ການ​ລົງທຶນ ​ເພາະ​ອິນ​ເດຍ​ເປັນ​ຕະຫລາດ​ທີ່​ກຳລັງ​ເຕີບ​ໃຫຍ່ ​ແລະ ສຸດ​ທ້າຍ​ແລ້ວ ການ​ບໍລິຫານ​ງານ​ແບບ​ບໍລິສັດ​ເອກະ​ຊົນ ຍ່ອມ​ດີກ​ວ່າການ​ບໍລິຫານ​ພາຍ​ໃຕ້​ໂຄງສ້າງ​ແບບ​ລັດ.
ພະນັກງານ Air India ຂໍຊື້ສາຍການບິນມາບໍລິຫານເອງ - 3 - ພະນັກງານ Air India ຂໍຊື້ສາຍການບິນມາບໍລິຫານເອງ
ພະນັກງານ Air India ຂໍຊື້ສາຍການບິນມາບໍລິຫານເອງ - 5 - ພະນັກງານ Air India ຂໍຊື້ສາຍການບິນມາບໍລິຫານເອງ
ພະນັກງານ Air India ຂໍຊື້ສາຍການບິນມາບໍລິຫານເອງ - 4 - ພະນັກງານ Air India ຂໍຊື້ສາຍການບິນມາບໍລິຫານເອງ