ຍ້ອນຫຍັງລາວເຮົາຈິ່ງມີອັດຕາສ່ວນຜູ້ພິການສູງ
ຕາມຂໍ້ມູນຂອງສູນສະທິຕິແຫ່ງຊາດໃຫ້ຮູ້ວ່າ: ພົນລະເມືອງລາວປະມານ 2,77% ໃນກຸ່ມອາຍຸ 5 ປີຂຶ້ນໄປເປັນຄົນພິການ, ສ່ວນຫນຶ່ງແມ່ນພິການມາແຕ່ກຳເນີດ, ອຸປະຕິເຫດ ແລະ ພິການທາງສະໝອງ, ໃນນັ້ນ ສູງກວ່າຫມູ່ແມ່ນຢູ່ເຂດຫ່າງໄກສອກຫລີກ (3,33% ໃນເຂດຊົນນະບົດທີ່ບໍ່ມີຖະໜົນ, 2,86% ໃນເຂດຊົນນະບົດທີ່ມີຖະໜົນ, 2,48% ໃນເຂດຕົວເມືອງ) ຊຶ່ງຜູ້ພິການເຫລົ່ານັ້ນ ສ່ວນຫລາຍແມ່ນບໍ່ໄດ້ເຂົ້າເຖິງການສຶກສາ, ການຝຶກອົບຮົມວິຊາຊີບ ແລະ ແຮງງານ ຊຶ່ງຂໍ້ມູນດັ່ງກ່າວໄດ້ເຜີຍແຜ່ໃນວັນທີ 16 ທັນວານີ້ ຕາມບົດລາຍງານໂມໂນກາບ (Monograph) ກ່ຽວກັບຄົນພິການໃນ ສປປ ລາວ ຈາກການສໍາຫລວດປະຊາກອນ ແລະ ທີ່ຢູ່ອາໄສ ຄັ້ງທີ 4 ໃນປີ 2015.
ຜົນຂອງການສຶກສາສະແດງໃຫ້ເຫັນຈະແຈ້ງວ່າ: ຄົນພິການເຫລົ່ານັ້ນກໍາເນີດໃນຄອບຄົວທີ່ທຸກຍາກກວ່າ ແລະ ມີໂອກາດທີ່ຈໍາກັດກວ່າ ທຽບໃສ່ປະຊາກອນທີ່ບໍ່ພິການໃນ ສປປ ລາວ, ແຕ່ເພື່ອຮັບປະກັນໃຫ້ພວກເຂົາໄດ້ຮັບຜົນປະໂຫຍດຈາກການພັດທະນາສັງຄົມ, ເສດຖະກິດ ແລະ ສິ່ງແວດລ້ອມຈະເຮັດແນວໃດ?
ທ່ານ ນາງ ພອນສະຫລີ ສຸກສະຫວັນ ຫົວໜ້າສູນສະຖິຕິແຫ່ງຊາດ ໃຫ້ຮູ້ວ່າ: ສິ່ງເຫລົ່ານີ້ກໍເພື່ອສະທ້ອນໃຫ້ສັງຄົມໄດ້ຮັບຮູ້ກ່ຽວກັບສະພາບການຂອງຄົນພິການ ແລະ ຈະເປັນປະໂຫຍດຢ່າງຍິ່ງໃຫ້ແກ່ຜູ້ອອກນະໂຍບາຍ ແລະ ວາງແຜນໃນການປ່ຽນແປງທັດສະນະຄະຕິຕໍ່ກັບຄົນພິການ ແລະ ເອົາໃຈໃສ່ດ້ານບໍລິການຕ່າງໆ ທີ່ສະເໝີພາບໃຫ້ແກ່ເຂົາເຈົ້າ. ຜ່ານມາ ລັດຖະບານເຮົາກໍໄດ້ໃຫ້ສັດຕະຍະບັນໃນສົນທິສັນຍາວ່າດ້ວຍສິດທິຂອງຄົນພິການ (UNCRPD) ທີ່ໄດ້ກໍານົດກ່ຽວກັບສິດທິມະນຸດຂອງເຂົາເຈົ້າໃນແຕ່ລະຂະແໜງການ, ເຮັດໃຫ້ບັນດາແຜນຍຸດທະສາດ, ນະໂຍບາຍ ແລະ ແຜນປະຕິບັດງານ ທີ່ແນໃສ່ຄົນພິການ ຊຶ່ງແມ່ນໜຶ່ງໃນກຸ່ມຄົນທີ່ດ້ອຍໂອກາດທີ່ສຸດໄດ້ຖືກຮັບຮອງເອົາໃນຊຸມປີຜ່ານມາ.
ຮອງຜູ້ຕາງໜ້າອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ ປະຈຳ ສປປ ລາວ(UNFPA) ໄດ້ກ່າວວ່າ: ອົງການ UNFPA ໄດ້ສະໜັບສະໜູນການເກັບກໍາ ແລະ ການວິເຄາະຂໍ້ມູນທີ່ຈໍາແນກກຸ່ມໂດຍຫລາກຫລາຍມິຕິ ເພື່ອການກໍານົດກຸ່ມທີ່ດ້ອຍໂອກາດ, ໃນນັ້ນ ກໍລວມມີຄົນພິການ ແລະ ຜົນຂອງການສຶກສານີ້ໄດ້ສະແດງໃຫ້ເຫັນວ່າ ຄົນພິການມີສະພາບເສດຖະກິດ-ສັງຄົມທີ່ທຸກຍາກກວ່າ ແລະ ມີໂອກາດທີ່ໜ້ອຍກວ່າ ເຊິ່ງຄວາມແຕກຕ່າງນີ້ ຍິ່ງມີຄວາມສໍາຄັນຂຶ້ນເມື່ອວິເຄາະຈາກເພດແລະ ກຸ່ມຄົນຊົນເຜົ່າ ຊຶ່ງຂໍ້ມູນນີ້ຈະຊ່ວຍໃຫ້ການຕັດສິນໃຈ, ວາງແຜນລົງທຶນເຂົ້າໃນກຸ່ມທີ່ຖືກປະປ່ອຍໄວ້ຂ້າງຫລັງນີ້ໃຫ້ເຫມາະສົມທີ່ສຸດ.