ໄອຍະການຍົກລະດັບຄວາມຮູ້ໃຫ້ພະນັກງານ

- keww - ໄອຍະການຍົກລະດັບຄວາມຮູ້ໃຫ້ພະນັກງານ
- kitchen vibe - ໄອຍະການຍົກລະດັບຄວາມຮູ້ໃຫ້ພະນັກງານ

ວັນທີ 3 ກໍລະກົດນີ້, ສະຖາບັນຄົ້ນຄວ້າ ແລະ ເຝິກອົບຮົມໄອຍະການຂອງອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຈັດເຝິກອົບຮົມ ຍົກລະດັບຄວາມຮູ້ດ້ານວຽກງານ ໄອຍະ ການໃຫ້ພະນັກງານຂອງຕົນໃນຂອບເຂດທົ່ວປະເທດ, ໂດຍການເປັນປະທານຂອງ ທ່ານຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຄໍາສານ ສຸວົງ ແລະ ມີຫົວຂໍ້ເຝິກອົບຮົມສໍາຄັນ ຄື: ການເຝິກຝົນຫລໍ່ຫລອມຄຸນທາດການ ເມືອງຄຸນສົມບັດສິນ ທຳປະຕິວັດ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານໄອຍະການ, ການໃຈ້ແຍກອົງປະກອບຂອງ ການປະທຳຜິດທາງອາຍາ, ການບໍລິຫານຄະດີຄົບວົງຈອນ, ການຕິດຕາມກວດກາທົ່ວໄປ, ການຕິດຕາມກວດກາການປະຕິບັດກົດໝາຍ ຂອງສານໃນການດຳເນີນຄະ ດີແພ່ງ, ການ ຕິດຕາມກວດກາ ການປະຕິບັດ ກົດໝາຍຂອງ ສານໃນການດຳເນີນຄະດີອາຍາ, ການປະຕິບັດກົດໝາຍຢູ່ສະຖານທີ່ກັກຕົວ, ສະຖານທີ່ກັກຂັງ, ສູນດັດສ້າງ ແລະ ຄ້າຍດັດສ້າງ, ການ ປະຕິບັດຄຳຕັດສິນ, ຄຳພິພາກສາ ແລະ ຄຳຕົກລົງຂອງສານ, ການຄົ້ນຄວ້າຄະດີອາຍາ, ການຮ່າງຄຳຖະແຫລງ ແລະ ຄໍາສັ່ງຕ່າງໆກ່ຽວກັບຄະດີແພ່ງ, ຄະດີອາຍາ ແລະ ອື່ນໆ.

 

- Visit Laos Visit SALANA BOUTIQUE HOTEL - ໄອຍະການຍົກລະດັບຄວາມຮູ້ໃຫ້ພະນັກງານ

+ ສະພາຮັບຮອງເອົາກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນສະບັບປັບປຸງ

+ ຍົກລະດັບເຕັກນິກການຮ່າງນິຕິກຳໃຫ້ພະນັກງານຂະແໜງແຮງງານ ແລະ ສະຫວັດດີການສັງຄົມ

+ ຍົກລະດັບວຽກງານແຜນການ ແລະ ການຮ່ວມມືໃຫ້ພະນັກງານ ຮສສ 8 ແຂວງພາກເໜືອ

 

 

ຫົວໜ້າອົງການໄອຍະ ການປະຊາຊົນສູງສຸດມີຄໍາເຫັນວ່າ: ການເຝິກອົບຮົມຄັ້ງນີ້ແນໃສ່ທົບທວນບາງຫລັກມູນພື້ນຖານທາງດ້ານທິດສະດີ, ຄຸນສົມບັດສິນທຳປະຕິວັດຂອງ ພະນັກ ງານໄອຍະການ, ບັນດາຫລັກການຂອງກົດໝາຍ ແລະ ພາກປະຕິບັດຕົວຈິງ, ທັງເປັນການສ້າງເງື່ອນໄຂໃຫ້ພະ ນັກງານອົງການໄອຍະການປະຊາຊົນ ແລະ ອົງການໄອຍະການ ທະຫານ ໄດ້ຮັບການຍົກລະດັບຄວາມຮູ້ທາງດ້ານທິດສະດີ ແລະ ການປະຕິບັດວຽກງານຕົວຈິງ, ສາມາດນໍາໄປໝູນໃຊ້ເຂົ້າໃນ ການປະຕິບັດໜ້າທີ່ວຽກງານ ວິຊາສະເພາະຂອງຕົນໃຫ້ແທດເໝາະ ກັບລະບຽບກົດໝາຍ ແລະ ມີປະສິດທິຜົນສູງ. ພ້ອມນັ້ນກໍເພື່ອສ້າງຂີດຄວາມສາມາດແກ່ພະນັກງານວິຊາການທີ່ຈະກ້າວເປັນຜູ້ຊ່ວຍພະນັກງານໄອ ຍະການປະຊາຊົນໃຫ້ມີຄວາມ ສາ ມາດໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ກໍຄືການ ຄົ້ນຄວ້າບົດສະຫລຸບສຳນວນຄະດີ, ການຮ່າງຄຳຖະແຫລງ ແລະ ຄໍາສັ່ງຕ່າງໆຕາມການມອບໝາຍ ຂອງພະນັກງານ ໄອຍະການປະຊາຊົນ.

- 3 - ໄອຍະການຍົກລະດັບຄວາມຮູ້ໃຫ້ພະນັກງານ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!