ຈາກອາຈານກາຍເປັນເສດຖີ ລວຍທີ່ສຸດຄົນໜຶ່ງຂອງຈີນ

ຈາກອາຈານກາຍເປັນເສດຖີ ລວຍທີ່ສຸດຄົນໜຶ່ງຂອງຈີນ - Cropped 1608143089GettyImages 1290011438 - ຈາກອາຈານກາຍເປັນເສດຖີ ລວຍທີ່ສຸດຄົນໜຶ່ງຂອງຈີນ
ຈາກອາຈານກາຍເປັນເສດຖີ ລວຍທີ່ສຸດຄົນໜຶ່ງຂອງຈີນ - kitchen vibe - ຈາກອາຈານກາຍເປັນເສດຖີ ລວຍທີ່ສຸດຄົນໜຶ່ງຂອງຈີນ

ຈາກ​ອາຈານ​ຢູ່​ມະຫາວິທະຍາ​ໄລ​ກາຍ​ເປັນ​ເຈົ້າຂອງ​ຍີ່​ຫໍ້​ຊື່​ດັງ ຈົນ​ຕອນ​ນີ້​ນາງ​ເປັນ​ຜູ້ຍິງ​ທີ່​ລວຍ​ທີ່​ສຸດ​ຄົນ​ໜຶ່ງ​ຂອງ​ຈີນ.

  1. ນາງ ຜານ ຕົງ ອາຍຸ 55 ປີ ​ເຄີຍ​ເປັນ​ອາຈານ​ຢູ່​ມະຫາວິທະຍາ​ໄລ​ໃນ​ກວາງ​ໂຈ ປະ​ເທດ​ຈີນ ຮັ່ງມີ​ຢ່າງ​ກ້າວ​ກະ​ໂດດ​ພາຍ​ໃນ 20 ປີ ຈົນ​ໃນ​ຕອນ​ນີ້​ນາງ​ເປັນ​ຜູ້ຍິງ​ທີ່​ຮັ່ງມີ​ທີ່​ສຸດ​ຄົນ​ໜຶ່ງ​ຂອງ​ປະ​ເທດ.
  2. ນາງ ຜານ ຕົງ ຈົບ​ການ​ສຶກສາລະ​ດັບ​ປະລິນຍາ​ໂທ ສາຂາ​ເຄມີ​ອິນ​ຊີ ຈາກ​ມະຫາວິທະຍາ​ໄລ​ອູ່​ຮັ່ນ ​ໃນ​ປີ 1987 ​ແລະ ​ເຮັດ​ວຽກ​ເປັນ​ອາຈານ​ຢູ່​ມະຫາວິທະຍາ​ໄລ​ໃນ​ເວລາ​ຕໍ່​ມາ.
  3. ນາງ​ຜັນ​ຕົວ​ມາ​ເປັນ​ນັກທຸລະກິດ​ໃນ​ປີ 1994 ​ໂດຍ​ໄດ້​ເຂົ້າຮ່ວມ​ເຮັດ​ວຽກ​ໃນ​ບໍລິສັດ​ຜະລິດ​ແຟັບ “ບລູມູນ ກຣຸບ ​ໂຮ​ນດິ້ງ ຈຳກັດ” ​ເຊິ່ງສ້າງຕັ້ງ​ໂດຍ​ທ້າວ ຫລົວ ສຽວ​ຜິ​ງ ຜົວ​ຂອງ​ນາງ ​ໂດຍ​ນາງ​ດຳລົງ​ຕຳ​ແໜ່​ງ​ເປັນ​ປະທານ​ບໍລິສັດ.
  4. ຈົນກະທັ້ງນາງ ຜານ ຕົງ ​ແລະ ຜົວ ​ໂທ​ຫາ​ທ້າວ ຈາງ ​ເລ່ຍ ​ເຈົ້າຂອງ​ບໍລິສັດ​ຮິ​ວ​ເຮົາ​ແຄ​ປິ​ຕໍ ​ເພື່ອ​ສະ​ເໜີ​ວ່າ​ພວກ​ເຂົາ​ໄດ້​ພັດທະນາ​ນ້ຳຢາ​ຊັກ​ເຄື່ອງ​ຊະນິດ​ທຳ​ອິດ​ຂອງ​ຈີນ ​ເຊິ່ງທ້າວ ຈາງ ຕັດສິນ​ໃຈ​ໃຫ້ການ​ສະໜັບສະໜູນ ສົ່ງ​ຜົນ​ໃຫ້​ຮິ​ວ​ເຮົາ​ເປັນ​ນັກ​ລົງທຶນ​​ແຫ່ງ​ທຳ​ອິດ​ຂອງ​ພວກ​ເຂົາ ​ເຊິ່ງ​ເປັນ​ຈຸດ​ເລີ່​ມຕົ້ນຂອງ​ການ​ຂະຫຍາຍຕົວ​ຂອງ​ຍີ່​ຫໍ້ ​ແລະ ນຳ​ໄປ​ສູ່​ຄວາມ​ຮັ່ງມີ​ຂອງ​ນາງ ຜານ ຕົງ.
  5. ບລູມູນ ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ ຮິ​ວ​ເຮົາ ມາ​ຕະຫລອດ​ນັບ​ແຕ່​ປີ 2008 ​ເຖິງ​ວ່າ​ໃນ​ໄລຍະ​ທີ່​ທຸລະ​ກິດ​ປະສົບ​ບັນຫາ​ຢ່າງ​ໜັກ ອີກ​ທັງ​ຍັງ​ໄດ້​ເງິນ​ສະໜັບສະໜູນ​ເພື່ອ​ຜະລິດ​ນ້ຳຢາ​ຊັກ​ເຄື່ອງ​ໃນ​ປີ 2010 ​ເຊິ່ງ​ເປັນ​ໜຶ່ງ​ໃນ​ບໍ່​ເທົ່າ​ໃດ​ແຫ່ງ​ທີ່​ຜະລິດ​ນ້ຳຢາ​ຊັກ​ເຄື່ອງ​ໃນ​​ເວລາ​ນັ້ນ. ຂະນະ​ທີ່​ຕະຫລາດ​ສິນຄ້າ​ປະ​ເພດ​ແຟັບຖືກ 3 ຍີ່​ຫໍ້​ໃຫຍ່​ຄອງ​ຕະຫລາດ​ຢ່າງ​ໜຽວ​ແໜ້ນ.
  6. ການ​ປ່ຽນ​ແຟັບມາ​ເປັນນ້ຳຢາ​ຊັກ​ເຄື່ອງ ​ໄລຍະ​ທຳ​ອິດ​ຍັງ​ມີ​ຍອດ​ຂາຍ​ບໍ່​ດີ ​ແຕ່​ພາຍຫລັງ​ສາມາດ​ປະສົບ​ຜົນສຳ​ເລັດ​ໄດ້ ​ໂດຍ​ທ້າວ ຈາງ ຍົກຍ້ອງ​ການ​ຊຸກຍູ້​ນ້ຳຢາ​ຊັກ​ເຄື່ອງ​ຂອງ​ບລູມູນ​ວ່າ: “ບລູມູນ​ເປັນ​ຕົວຢ່າງ​ຂອງ​ຍີ່​ຫໍ້​ທ້ອງ​ຖິ່ນ​ທີ່​ສາມາດ​ເອົາ​ຊະນະບໍລິສັດ​ຕ່າງປະ​ເທດ​ໄດ້”.
  7. ​ໃນ​ໄລຍະ​ບໍ່​ເທົ່າ​ໃດ​ປີຜ່ານມາ ທຸລະ​ກິດ​ຂອງ​ນາງ ຜານ ​ໄດ້​ກ້າວ​ຂ້າມ​ຍີ່​ຫໍ້​ຕ່າງປະ​ເທດ ຄື​ຢູນິລີ​ເວີ ​ແລະ ພອດ​ເຕີ ​ແອນ ​ແກ​ມ​ເບິ​ລ (P&G) ຂຶ້ນ​ເປັນ​ຜູ້​ຜະລິດ​ນ້ຳຢາ​ຊັກ​ເຄື່ອງ​ຊັ້ນນຳ​ຂອງ​ຈີນ.
  8. ບລູມູນ ​ເຊິ່ງ​ເປັນ​ຍີ່​ຫໍ້​ແຟັບຈາກ​ຈີນ​ຍັງ​ໄດ້​ສ້າງ​ຕະຫລາດ​ຢູ່​ຮົງ​ກົງ ​ໂດຍ​ປະສົບ​ຜົນສຳ​ເລັດ​ໃນ​ການສະ​ເໜີ​ຂາຍ​ຫຸ້ນ​ໃນ​ຮົງ​ກົງ ​ເຊິ່ງຄາດ​ວ່າ​ມີ​ມູນ​ຄ່າຫລາຍ​ກວ່າ 1.000 ລ້ານ​ໂດ​ລາ​ສະຫະລັດ ​ເຊິ່ງບລູມູນ​ໄດ້​ຮັບ​ຄວາມ​ນິຍົມ​ສູງ​ສຸດ​ໃນ​ການ​ເປີດ​ໃຫ້​ລະດົມ​ທຶນ​ຄັ້ງນີ້ ທ່າມກາງ​ຍີ່​ຫໍ້​ດັງຈຳນວນ​ຫລາຍ ລວມທັງ​ຢູນິລີ​ເວີ ​ແລະ P&G ຫລື ຍີ່​ຫໍ້​ທ້ອງ​ຖິ່ນ​ຮົງ​ກົງຊື່​ດັງ.
  9. ບລູມູນ ອອກ​ມາ​ເປີດ​ເຜີຍ​ລາຍ​ໄດ້​ໃນ​ປີ 2019 ​ເຊິ່ງມີ​ຈຳນວນ​ທັງ​ໝົດ 900 ລ້ານ​ໂດ​ລາ​ສະຫະລັດ ​ເຊິ່ງ​ເພີ່ມ​ຂຶ້ນ 2,9% ​ເມື່ອ​ທຽບ​ໃສ່​ປີ​ກ່ອນ.
  10. ​ແລະ ຍັງ​ສ້າງ​ກຳ​ໄລ​ໄດ້​ມະຫາສານ​ໃນ​ປີ​ນີ້ ​ເນື່ອງ​ຈາກ​ການ​ແຜ່​ລະບາດ​ຂອງ​ໄວຣັສ​ໂຄ​ໂຣນາ​ສົ່ງ​ຜົນ​ໃຫ້​ຜູ້​ຄົນ​ຫັນ​ມາກັກ​ຕຸ​ນຜະລິດ​ຕະພັນ​ທຳ​ຄວາມ​ສະອາດ ​ແລະ ຂ້າ​ເຊື້ອ ​ແລະ ນຳ​ໄປ​ສູ່​ການ​ປິດ​ຕົວ​ລົງ​ຂອງ​ຮ້ານ​ຄ້າ​ຫລາຍ​ແຫ່ງ ສົ່ງ​ຜົນ​ໃຫ້​ມີ​ກຳ​ໄລ​ເພີ່ມ​ຂຶ້ນ 39% ​ໃນ​ໄລຍະ 6 ​ເດືອນ​ທຳ​ອິດ​ຂອງ​ປີ ​ໂດຍ​ເກືອບ 60% ມາ​ຈາກ​ຊ່ອງ​ທາງ​ອອນ​ລາຍ.
  11. ນອກຈາກ​ນີ້ ​ໃນ​ວັນ​ທີ 16 ທັນວາ​ຜ່ານ​ມາ, ບລູ​ເບິ​ກ​ເປີດ​ເຜີຍ​ວ່າ: ຫຸ້ນ​ຂອງ​ບລູມູນ​ເຕີບ​ໃຫຍ່​ຂຶ້ນ 13% ​ໂດຍ​ນາງ ຜານ ຖື​ຫຸ້ນ 77% ​ໃນ​ບລູມູນ ​ເຊິ່ງມີ​ມູນ​ຄ່າ 8.600 ລ້ານ​ໂດ​ລາ​ສະຫະລັດ.
  12. ຈາກ​ຈຸດ​ເລີ່​ມຕົ້ນນ້ອຍໆ ຈົນ​ປັດຈຸບັນ​ນາງ ຜານ ສາມາດ​ເຮັດ​ໃຫ້​ບລູມູນ​ກາຍ​ເປັນ​ຜູ້​ຈຳໜ່າຍ​ແຟັບລາຍ​ໃຫຍ່ ​ເຊິ່ງບໍ່​ພຽງ​ແຕ່​ຄອງ​ສ່ວນ​ແບ່ງ​ທາງ​ການ​ຕະຫລາດ ​ແຕ່​ຍັງ​ຄອງ​ໃຈ​ຜູ້​ຊົມ​ໃຊ້​ຈຳນວນ​ຫລາຍ ​ແລະ ກາຍ​ເປັນ​ຜູ້ຍິງ​ທີ່​ຮັ່ງມີ​ທີ່​ສຸດ​ຄົນ​ໜຶ່ງ​ຂອງ​ຈີນ.
ຈາກອາຈານກາຍເປັນເສດຖີ ລວຍທີ່ສຸດຄົນໜຶ່ງຂອງຈີນ - 3 - ຈາກອາຈານກາຍເປັນເສດຖີ ລວຍທີ່ສຸດຄົນໜຶ່ງຂອງຈີນ
ຈາກອາຈານກາຍເປັນເສດຖີ ລວຍທີ່ສຸດຄົນໜຶ່ງຂອງຈີນ - 5 - ຈາກອາຈານກາຍເປັນເສດຖີ ລວຍທີ່ສຸດຄົນໜຶ່ງຂອງຈີນ
ຈາກອາຈານກາຍເປັນເສດຖີ ລວຍທີ່ສຸດຄົນໜຶ່ງຂອງຈີນ - 4 - ຈາກອາຈານກາຍເປັນເສດຖີ ລວຍທີ່ສຸດຄົນໜຶ່ງຂອງຈີນ
ຈາກອາຈານກາຍເປັນເສດຖີ ລວຍທີ່ສຸດຄົນໜຶ່ງຂອງຈີນ - Visit Laos Visit SALANA BOUTIQUE HOTEL - ຈາກອາຈານກາຍເປັນເສດຖີ ລວຍທີ່ສຸດຄົນໜຶ່ງຂອງຈີນ
ຈາກອາຈານກາຍເປັນເສດຖີ ລວຍທີ່ສຸດຄົນໜຶ່ງຂອງຈີນ - Visit Laos Visit SALANA BOUTIQUE HOTEL - ຈາກອາຈານກາຍເປັນເສດຖີ ລວຍທີ່ສຸດຄົນໜຶ່ງຂອງຈີນ