5 ປີຜ່ານມາ ແຂວງສະຫວັນນະເຂດກວດເຫັນ ງົບປະມານສູນເສຍຈໍານວນຫລາຍຈາກການສໍ້ລາດບັງຫລວງ

ຕາມການລາຍງານຂອງປະທານອົງການກວດກາລັດແຂວງສະຫວັນນະເຂດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງ ທີ່ໄດ້ຈັດຂຶ້ນໃນວັນທີ 14-18 ທັນວານີ້ ທີ່ຫໍວັດທະນະທຳໄກສອນ ພົມວິຫານ ກ່ຽວກັບການເຄື່ອນໄຫວວຽກງານຕິດຕາມ, ກວດກາຂອງອົງການກວດກາລັດແຂວງ ໃຫ້ຮູ້ວ່າ: ໃນ 5 ປີ ຜ່ານມາ, ຄະນະກວດກາແຕ່ລະຂັ້ນໄດ້ເອົາໃຈໃສ່ຕິດຕາມ, ກວດກາການຄຸ້ມຄອງບໍລິຫານລັດ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງອົງການປົກຄອງແຕ່ລະຂັ້ນສ່ວນຫຼາຍແມ່ນເຮັດໄດ້ດີຄື: ຜ່ານການຕິດຕາມ, ກວດກາພົບເຫັນມູນຄ່າເສຍຫາຍຈຳນວນ 30 ຕື້ກວ່າກີບ, ສາມາດເກັບກູ້ຄືນໄດ້ 18 ຕື້ກວ່າກີບ, ຍັງຄ້າງ 11 ຕື້ກວ່າກີບທີ່ພົວພັນເຖິງພະນັກງານຈຳນວນ 35 ຄົນ, ດ້ານວຽກງານຕ້ານການສໍ້ລາດບັງຫຼວງ, ອົງການກວດກາລັດແຂວງໄດ້ຕິດຕາມ, ກວດກາພະນັກງານທີ່ມີພຶດຕິກຳສໍ້ລາດບັງຫຼວງ ແລະ ສວຍໂອກາດເອົາດິນຈັດສັນຂອງລັດມີຈຳນວນ 59 ຄົນ, ພົບຜົນເສຍຫາຍຫລາຍກວ່າ 499 ລ້ານກີບ, 213.500 ບາດໄທ, ຄຳ 3 ບາດ, ເກັບກູ້ຄືນໄດ້ 520 ລ້ານກວ່າກີບ, 197.500 ບາດໄທ, ຄຳ 3 ບາດ. ນອກນີ້ ຍັງພົບເຫັນຜູ້ທີ່ມີພຶດຕິກຳສໍ້ລາດບັງຫຼວງຈຳນວນ 54 ຄົນ, ມີຜົນເສຍຫາຍຫລາຍກວ່າ 18 ຕື້ກີບ, ຫລາຍກວ່າ 52 ລ້ານບາດໄທ ແລະ 1 ແສນກວ່າໂດລາສະຫະລັດ, ເກັບກູ້ຄືນໄດ້ເປັນເງິນກີບ 3 ຕື້ກວ່າກີບ, ເງິນບາດໄທ ແລະ ເງິນໂດລາແມ່ນສາມາດເກັບກູ້ຄືນມາໄດ້ 100% ສ່ວນຜູ້ຕ້ອງຫາແມ່ນຍັງຢູ່ໃນຂັ້ນຕອນປະຕິບັດຕາມລະບຽບກົດໝາຍ.