ລົດໄຟຄວາມໄວສູງອິນໂດເນເຊຍສຳເລັດແລ້ວ 63,9% ຄາດວ່າພ້ອມເປີດໃຫ້ບໍລິການປີ 2021
ລົດໄຟຄວາມໄວສູງເສັ້ນທາງທຳອິດຂອງອາຊຽນຢູ່ອິນໂດເນເຊຍສ້າງສຳເລັດແລ້ວ 63,9% ຄາດວ່າເປີດນຳໃຊ້ໃນປີໜ້າ.
ວັນທີ 17 ທັນວານີ້, ເວັບໄຊ The Jakarta Post ສື່ທ້ອງຖິ່ນພາສາອັງກິດຂອງອິນໂດເນເຊຍ ລາຍງານຄວາມຄືບໜ້າການສ້າງລົດໄຟຄວາມໄວສູງ ເສັ້ນທາງຈາກນະຄອນຫລວງຈາກາຕາໄປເມືອງບັນດຸງ ເຊິ່ງຖືເປັນລົດໄຟຄວາມໄວສູງເສັ້ນທາງທຳອິດຂອງອາຊຽນວ່າ: ດຳເນີນສຳເລັດໄປແລ້ວ 63,9% ໂດຍຊັກຊ້າເພາະການລະບາດຂອງພະຍາດໂຄວິດ-19.
ບໍລິສັດ KCIC ເຊິ່ງເປັນບໍລິສັດຮ່ວມທຶນລະຫວ່າງອິນໂດເນເຊຍ ແລະ ຈີນ ຜູ້ດຳເນີນການສ້າງເສັ້ນທາງລົດໄຟຄວາມໄວສູງເສັ້ນນີ້ລະບຸວ່າ: ໃນຕອນນີ້ຢູ່ລະຫວ່າງການເຈາະອຸໂມງ ເຊິ່ງຖ້າສຳເລັດຂະບວນການນີ້ ການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງຈະມີຄວາມຄືບໜ້າເພີ່ມຂຶ້ນເປັນ 74,94%.
ລົດໄຟຄວາມໄວສູງເສັ້ນຈາກາຕາ-ບັນດຸງ ມີໄລຍະທາງທັງໝົດ 142,3 ກິໂລແມັດ, ຄາດວ່າຕ້ອງໃຊ້ງົບປະມານຫລາຍກວ່າ 6.000 ລ້ານໂດລາສະຫະລັດ ໂດຍລົດໄຟຄວາມໄວສູງທີ່ແລ່ນໃນເສັ້ນທາງນີ້ມີຄວາມໄວເຖິງ 350 ກິໂລແມັດຕໍ່ຊົ່ວໂມງ ເຊິ່ງຈະເຮັດໃຫ້ໃຊ້ເວລາເດີນທາງພຽງ 45 ນາທີ ຈາກທີ່ເດີນທາງດ້ວຍລົດຍົນຈະຕ້ອງໃຊ້ເວລາເຖິງ 4 ຊົ່ວໂມງ.
ການກໍ່ສ້າງລົດໄຟຄວາມໄວສູງເສັ້ນຈາກາຕາ-ບັນດຸງ ຊັກຊ້າກວ່າແຜນບໍ່ຕໍ່າກວ່າ 2 ປີ ໂດຍແຜນກ່ອນໜ້ານີ້ຄາດວ່າຈະສາມາດເປີດໃຫ້ບໍລິການໄດ້ໃນເດືອນມິຖຸນາ 2021, ແຕ່ຈາກການກໍ່ສ້າງທີ່ຊັກຊ້າກວ່າກຳນົດຈາກພະຍາດໂຄວິດ-19 ເຮັດໃຫ້ກຳນົດເປີດໃຫ້ບໍລິການເລື່ອນອອກໄປອີກເປັນເຄິ່ງປີຫລັງຂອງປີໜ້າ.