ຍີ່ປຸ່ນສະໜອງອຸປະກອນການແພດທີ່ຈໍາເປັນ ໃຫ້ລາວ ຕ້ານການລະບາດຂອງພະຍາດໂຄວິດ-19
ໃນວັນທີ 18 ທັນວານີ້, ອົງການສະຫະປະຊາຊາດເພື່ອການບໍລິການໂຄງການ (UNOPS) ໄດ້ມອບອຸປະກອນການແພດ ໃຫ້ສູນວິເຄາະ ແລະ ລະບາດວິທະຍາ, ເພື່ອສະກັດກັ້ນ ແລະ ຕ້ານການລະບາດຂອງພະຍາດ ໂຄວິດ-19, ເຊິ່ງອຸປະກອນດັ່ງກ່າວປະກອບມີ: ເຄື່ອງວິເຄາະແບບ RT-PCR, ນໍ້າຢາເຄມີ, ຕູ້ເຢັນການແພດ, ຫລອດມິແພັດ, ຄອມພິວເຕີ, ປຣີ້ນເຕີ້, ໝໍ້ໄຟສໍາຮອງ ແລະ ອຸປະກອນປ້ອງກັນ (ຜ້າປິດປາກ, ຖົງມື, ຊຸດແພດ ແລະ ອື່ນໆ) ໂດຍການສະໜັບສະໜູນຈາກລັດຖະບານຍີ່ປຸ່ນ. ຊຶ່ງພິທີມອບ-ຮັບ ໄດ້ມີຂຶ້ນທີ່ນະຄອນຫລວງວຽງຈັນລະຫວ່າງທ່ານ ເຄອິໂຊະ ຕະເກວະກະ ເອກອັກຄະລາຊະທູດ ຜູ້ມີອໍານາດເຕັມ ແຫ່ງຍີ່ປຸ່ນປະຈໍາລາວ ແລະ ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີວ່າການກະຊວງ ສາທາລະນະສຸກ.
ໃນພິທີ, ທ່ານທູດ ໄດ້ກ່າວວ່າ: “ອຸປະກອນການແພດເຫລົ່ານີ້ສາມາດເພີ່ມຄວາມເຂັ້ມແຂງໃຫ້ລາວຮັບມືກັບພະຍາດໂຄວິດ-19. ນອກນັ້ນ, ຍັງສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນອັນສູງສົ່ງຂອງຍີ່ປຸ່ນ ໃນການຊ່ວຍເຫລືອລັດຖະບານ ແລະ ປະຊາຊົນລາວອີກດ້ວຍ”. ແລະ ເປັນສ່ວນໜຶ່ງຂອງຫລາຍໆໂຄງການຊ່ວຍເຫລືອຂອງລັດຖະບານຍີ່ປຸ່ນ ຕໍ່ກັບ ລັດຖະບານ ລາວ.
ໃນໂອກາດນີ້, ທ່ານ ລັດຖະມົນຕີວ່າການກະຊວງສາທາລະນະສຸກ ໄດ້ສະແດງຄວາມຂອບໃຈວ່າ: “ການສະຫນອງເຄື່ອງມືທີ່ຈໍາເປັນ ໃຫ້ຫ້ອງວິເຄາະຂັ້ນສູນກາງ ແລະ ທ້ອງຖິ່ນ ເປັນວຽກງານຫນຶ່ງທີ່ສໍາຄັນ ຍ້ອນວ່າ ໝໍວິເຄາະປຽບເໝືອນແນວໜ້າຂອງລະບົບສາທາລະນະສຸກໃນການຮັບມືກັບການແຜ່ລະບາດຂອງ ໂຄວິດ-19”.