ລັດຖະມົນຕີກະຊວງ ປກສ ເນັ້ນໃຫ້ສຸມໃສ່ແກ້ໄຂປາກົດການຫຍໍ້ທໍ້
ທ່ານ ພົທ ວິໄລ ຫລ້າຄຳຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ເນັ້ນໃນກອງປະຊຸມສະຫລຸບວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2020 ເມື່ອວັນທີ 16 ທັນວາ 2020 ໃຫ້ຄະນະພັກ, ຄະນະບັນຊາ, ກົມກອງທ້ອງຖິ່ນ ແລະ ກົມກອງອ້ອມຂ້າງກະຊວງ ສຸມໃສ່ການຊີ້ນຳບັນຊາຢ່າງໃກ້ຊິດໃນການປະຕິບັດໜ້າທີ່ແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນ ເພື່ອປົກປັກຮັກສາຄວາມສະຫງົບ, ສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.
ທ່ານລັດຖະມົນຕີກະຊວງ ປກສ ກ່າວວ່າ: ປີ 2021 ຈະມາເຖິງນີ້, ຄະນະພັກ, ຄະນະບັນຊາແຕ່ລະຂັ້ນຕ້ອງສຸມໃສ່ການຊີ້ນຳບັນຊາຢ່າງໃກ້ຊິດຕິດແທດ, ປະສານສົມທົບກັບອົງການກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນໃນການຫັນກຳລັງລົງກໍ່ສ້າງຮາກຖານການເມືອງຢ່າງມີຈຸດສຸມ ຕິດພັນກັບການສ້າງບ້ານ, ກຸ່ມບ້ານພັດທະນາຕາມທິດ 3 ສ້າງຢູ່ພື້ນທີ່ຫລໍ່ແຫລມ, ບໍລິເວນຊາຍແດນ ໃນນີ້ໃຫ້ສຸມໃສ່ປັບປຸງຄືນດ້ານຈຳນວນພົນ, ລະດັບມາດຖານຂອງພະນັກງານ, ຈຸດໃດທີ່ເຫັນວ່າສະພາບປົກກະຕິ, ທ້ອງຖິ່ນມີຄວາມສາມາດຄຸ້ມຄອງເອງແມ່ນໃຫ້ສະເໜີຂັ້ນເທິງມອບໂອນໃຫ້ທ້ອງຖິ່ນເປັນຜູ້ຄຸ້ມຄອງ, ຈຸດໃດທີ່ມີຄວາມຫລໍ່ແຫລມຍາກແກ່ການຄຸ້ມຄອງແມ່ນໃຫ້ສະເໜີສ້າງຕັ້ງເພີ່ມ.
ນອກນັ້ນ ໃຫ້ເອົາໃຈໃສ່ຊີ້ນຳວຽກງານກຽມພ້ອມສູ້ຮົບ ເພື່ອສາມາດແກ້ໄຂສະພາບການໄດ້ໃນທຸກກໍລະນີ. ຢາກຮັບປະກັນວຽກງານກຽມພ້ອມສູ້ຮົບ ບັນດາສະຫາຍຕ້ອງເອົາໃຈໃສ່ໃນການຄຸ້ມຄອງກຳລັງພົນ, ການຄຸ້ມຄອງພາຫະນະເຕັກນິກ ອາວຸດກະສຸນ ແລະ ວຽກງານຮັບປະກັນດ້ານພະລາທິການ, ໃນນັ້ນ ດ້ານກຳລັງພົນຕ້ອງຈັດຕັ້ງອົບຮົມຫັດແອບເປັນປົກກະຕິ, ຕໍ່ເນື່ອງ ເພື່ອໃຫ້ອ້າຍນ້ອງມີຄວາມຊຳນິຊຳນານ, ມີສະຕິກຽມພ້ອມສູ້ຮົບ.