UNFPA ແລະ ສູນກາງສະຫະພັນແມ່ຍິງລາວ ລົງຕິດຕາມການຈັດຕັ້ງປະຕິບັດປຶ້ມຄູ່ມື 3 ດີຂອງແມ່ຍິງ

UNFPA ແລະ ສູນກາງສະຫະພັນແມ່ຍິງລາວ ລົງຕິດຕາມການຈັດຕັ້ງປະຕິບັດປຶ້ມຄູ່ມື 3 ດີຂອງແມ່ຍິງ - 004 - UNFPA ແລະ ສູນກາງສະຫະພັນແມ່ຍິງລາວ ລົງຕິດຕາມການຈັດຕັ້ງປະຕິບັດປຶ້ມຄູ່ມື 3 ດີຂອງແມ່ຍິງ
UNFPA ແລະ ສູນກາງສະຫະພັນແມ່ຍິງລາວ ລົງຕິດຕາມການຈັດຕັ້ງປະຕິບັດປຶ້ມຄູ່ມື 3 ດີຂອງແມ່ຍິງ - kitchen vibe - UNFPA ແລະ ສູນກາງສະຫະພັນແມ່ຍິງລາວ ລົງຕິດຕາມການຈັດຕັ້ງປະຕິບັດປຶ້ມຄູ່ມື 3 ດີຂອງແມ່ຍິງ

ໃນວັນທີ 15 ທັນວາ 2020 ທ່ານ ນາງ ມາຣຽມ ຄານ ຜູ້ຕາງໜ້າອົງການ ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ປະຈຳ ສປປ ລາວ (UNFPA) ແລະ ທ່ານ ນາງ ບົວຈັນ ສີຫານາດ ຮອງປະທານສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍທີມງານ ໄດ້ລົງຢ້ຽມຢາມເມືອງເຊໂປນ ເພື່ອຕິດຕາມການຈັດຕັ້ງປະຕິບັດປຶ້ມຄູ່ມື 3 ດີຂອງແມ່ຍິງ ເພື່ອຮັບປະກັນໃຫ້ ປຶ້ມຄູ່ມືດັ່ງກ່າວ ສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ຮັບຮູ້ເຖິງສິດທິຂອງພວກເຂົາ, ໂດຍສະເພາະແມ່ນສິດທິທາງເພດ ແລະ ການຈະ ເລີນພັນ, ເຊິ່ງອີງໃສ່ຂໍ້ສະເໜີແນະນໍາທີ່ສອດຄ່ອງກັບຄໍາໝັ້ນໝາຍ ICDP25 ແຫ່ງຊາດ, ແຜນງານນາງນ້ອຍ ແລະ ຂໍ້ສັງເກດການຂອງສົນທິສັນຍາວ່າດ້ວຍ ການລົບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ (CEDAW).

ທ່ານ ນາງ ມາຣຽມ ຄານ ໄດ້ກ່າວວ່າ: ການສະໜັບສະໜູນຂອງອົງການ UNFPA ແມ່ນເພື່ອປົກປ້ອງສິດທິຂອງແມ່ຍິງ ແລະ ເດັກຍິງ, ລວມເຖິງການຮຽນຈົບຊັ້ນມັດທະຍົມ, ການເພີ່ມທະວີຕົວແທນແມ່ຍິງ ໃນຕໍາແໜ່ງການຕັດສິນໃຈໃນຂັ້ນບ້ານ ແລະ ການປົກປ້ອງເດັກຍິງ ຈາກການແຕ່ງງານໃນໄວເດັກ. ພ້ອມກັນນີ້, ອົງການດັ່ງກ່າວ ຍັງໄດ້ສົ່ງເສີມສິດທິທາງດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ໂດຍສະເພາະ ສຸຂະພາບຂອງແມ່, ໃນຫລາຍກວ່າ 150 ປະເທດ ລວມທັງຊ່ວຍໃນການຢຸດ ຕິການປະຕິບັດທີ່ເປັນອັນຕະລາຍ ເຊັ່ນ: ການແຕ່ງງານໃນໄວເດັກ ແລະ ສະໜັບສະໜູນການເກັບກຳ ແລະ ວິໄຈຂໍ້ມູນປະຊາກອນ.

ທ່ານ ນາງ ບົວຈັນ ສີຫານາດ ໄດ້ກ່າວວ່າ: ປຶ້ມຄູ່ມື 3 ດີຂອງແມ່ຍິງ ໄດ້ຮັບການພັດທະນາໃຫ້ສອດຄ່ອງ ຄຽງຄູ່ກັບແຜນພັດທະນາແມ່ຍິງ ແລະ ແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ການຈັດຕັ້ງປະຕິບັດປຶ້ມຄູ່ມືດັ່ງກ່າວ, ຈະຊ່ວຍພັດທະນາທາງດ້ານສຸຂະພາບ, ສະຫວັດດີພາບໃຫ້ແກ່ແມ່ຍິງ, ເດັກຍິງ ແລະ ຄອບຄົວ ກໍຄື ການປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ. ພ້ອມນີ້, ປຶ້ມຄູ່ມືດັ່ງກ່າວ ຍົກໃຫ້ເຫັນຕົວແບບໃນການພັດທະນາຄອບຄົວ ເປັນຕົ້ນ ຫ້ອງນໍ້າທີ່ປອດໄພ ແລະ ໄຟໃນຄົວເຮືອນ, ຄວາມຮັບຜິດຊອບວຽກເຮືອນທີ່ສະເໝີພາບກັນ ລະຫວ່າງແມ່ຍິງ ແລະ ຜູ້ຊາຍ, ການປ້ອງກັນການແຕ່ງງານກ່ອນອາຍຸ 18 ປີ, ການມີສ່ວນຮ່ວມຂອງຜູ້ຊາຍ ໃນການດູແລເດັກກ່ອນເກີດ ແລະ ຮັບ ປະກັນໃຫ້ແມ່ຍິງເກີດລູກ ກັບຜູ້ທີ່ມີຄວາມຊໍານິຊໍານານຢູ່ສຸກສາລາ ຫລື ຢູ່ເຮືອນ.

UNFPA ແລະ ສູນກາງສະຫະພັນແມ່ຍິງລາວ ລົງຕິດຕາມການຈັດຕັ້ງປະຕິບັດປຶ້ມຄູ່ມື 3 ດີຂອງແມ່ຍິງ - 4 - UNFPA ແລະ ສູນກາງສະຫະພັນແມ່ຍິງລາວ ລົງຕິດຕາມການຈັດຕັ້ງປະຕິບັດປຶ້ມຄູ່ມື 3 ດີຂອງແມ່ຍິງ
UNFPA ແລະ ສູນກາງສະຫະພັນແມ່ຍິງລາວ ລົງຕິດຕາມການຈັດຕັ້ງປະຕິບັດປຶ້ມຄູ່ມື 3 ດີຂອງແມ່ຍິງ - 3 - UNFPA ແລະ ສູນກາງສະຫະພັນແມ່ຍິງລາວ ລົງຕິດຕາມການຈັດຕັ້ງປະຕິບັດປຶ້ມຄູ່ມື 3 ດີຂອງແມ່ຍິງ
UNFPA ແລະ ສູນກາງສະຫະພັນແມ່ຍິງລາວ ລົງຕິດຕາມການຈັດຕັ້ງປະຕິບັດປຶ້ມຄູ່ມື 3 ດີຂອງແມ່ຍິງ - 5 - UNFPA ແລະ ສູນກາງສະຫະພັນແມ່ຍິງລາວ ລົງຕິດຕາມການຈັດຕັ້ງປະຕິບັດປຶ້ມຄູ່ມື 3 ດີຂອງແມ່ຍິງ