5 ປີ ຜ່ານມາຄະນະພົວພັນຕ່າງປະເທດເປີດກວ້າງການພົວພັນບັນດາປະເທດຕ່າງໆ

5 ປີ ຜ່ານມາຄະນະພົວພັນຕ່າງປະເທດເປີດກວ້າງການພົວພັນບັນດາປະເທດຕ່າງໆ - 131341660 1518709464999495 6659993444997217265 o - 5 ປີ ຜ່ານມາຄະນະພົວພັນຕ່າງປະເທດເປີດກວ້າງການພົວພັນບັນດາປະເທດຕ່າງໆ
5 ປີ ຜ່ານມາຄະນະພົວພັນຕ່າງປະເທດເປີດກວ້າງການພົວພັນບັນດາປະເທດຕ່າງໆ - kitchen vibe - 5 ປີ ຜ່ານມາຄະນະພົວພັນຕ່າງປະເທດເປີດກວ້າງການພົວພັນບັນດາປະເທດຕ່າງໆ

ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດກອງປະຊຸມສະຫລຸບວຽກງານ ໄລຍະ 5 ປີ (2016-2020) ແລະ ສະຫລຸບວຽກງານປະຈໍາປີ 2020 ຂຶ້ນໃນວັນທີ 18 ທັນວາ, ໂດຍການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີບັນດາຄະນະພັກ-ຄະນະນໍາ, ພະນັກງານອາວຸໂສບຳນານ ແລະ ພະນັກງານສະມາຊິກພັກທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມ.

ກອງປະຊຸມ ທ່ານ ນາງ ວັນດີ ບຸດທະສະວົງ ຫົວໜ້າຫ້ອງການ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຍົກໃຫ້ເຫັນບັນດາຜົນສໍາເລັດຜົນງານທີ່ຍາດມາໄດ້, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້. ພ້ອມນັ້ນ, ກອງປະຊຸມຍັງໄດ້ເປີດໂອກາດໃຫ້ບັນດາຜູ້ເຂົ້າຮ່ວມ ປະກອບຄວາມຄິດເຫັນເຂົ້າໃສ່ບົດສະຫລຸບດັ່ງກ່າວ ຢ່າງກົງໄປກົງມາ ແລະ ເປັນເອກະພາບ ວາງທິດທາງແຜນການ ແລະ ຄາດໝາຍສູ້ຊົນສຳລັບປີ 2021.

5 ປີ ຜ່ານມາຄະນະພົວພັນຕ່າງປະເທດເປີດກວ້າງການພົວພັນບັນດາປະເທດຕ່າງໆ - Visit Laos Visit SALANA BOUTIQUE HOTEL - 5 ປີ ຜ່ານມາຄະນະພົວພັນຕ່າງປະເທດເປີດກວ້າງການພົວພັນບັນດາປະເທດຕ່າງໆ
5 ປີ ຜ່ານມາຄະນະພົວພັນຕ່າງປະເທດເປີດກວ້າງການພົວພັນບັນດາປະເທດຕ່າງໆ - Visit Laos Visit SALANA BOUTIQUE HOTEL - 5 ປີ ຜ່ານມາຄະນະພົວພັນຕ່າງປະເທດເປີດກວ້າງການພົວພັນບັນດາປະເທດຕ່າງໆ

5 ປີ ຜ່ານມາຄະນະພົວພັນຕ່າງປະເທດເປີດກວ້າງການພົວພັນບັນດາປະເທດຕ່າງໆ - 131437463 1518709538332821 1270158705273733948 o 300x200 - 5 ປີ ຜ່ານມາຄະນະພົວພັນຕ່າງປະເທດເປີດກວ້າງການພົວພັນບັນດາປະເທດຕ່າງໆ

ໂອກາດດັ່ງກ່າວ, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດ ແລະ ຜົນງານທີ່ພະນັກງານຄະນະພົວພັນຕ່າງປະເທດສູນກາງພັກ ຍາດມາໄດ້ໃນຕະຫລອດໄລຍະ 5 ປີ (2016-2020) ແລະ ປະຈຳປີ 2020, ອັນພົ້ນເດັ່ນແມ່ນ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ສໍາເລັດສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄດ້ 100%, ການປັບປຸງກົງຈັກການຈັດຕັ້ງ, ວຽກງານກໍ່ສ້າງພັກ-ພະນັກງານ, ການປັບປຸງພື້ນຖານໂຄງລ່າງສໍານັກງານ; ການເປີດກ້ວາງການພົວພັນກັບຕ່າງປະເທດ ໃນຮູບແບບໃໝ່ສອດຄ່ອງກັບສະພາບການຂອງການແຜ່ລະບາດຂອງພະຍາດໂຄວິດ-19. ພ້ອມທັງເຊື່ອໝັ້ນວ່າ ດ້ວຍຈິດໃຈມານະບຸກບືນ, ຄວາມສາມັກຄີເປັນເອກະພາບພາຍໃນ ຈະເຮັດໃຫ້ການປະຕິບັດໜ້າທີ່ຂອງ ຄຕພ ສືບຕໍ່ຍາດໄດ້ຜົນສຳເລັດຫລາຍກວ່າເກົ່າ, ສືບຕໍ່ສ້າງສະພາບແວດລ້ອມສາກົນ ທີ່ສະດວກໃຫ້ແກ່ພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດໃນຕໍ່ໜ້າ, ສືບຕໍ່ສ້າງຜົນງານເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫ່ຍ ສະມາຊິກພັກຄັ້ງທີ II ຂອງ ອົງຄະນະພັກໃນຕໍ່ໜ້າ.

 

5 ປີ ຜ່ານມາຄະນະພົວພັນຕ່າງປະເທດເປີດກວ້າງການພົວພັນບັນດາປະເທດຕ່າງໆ - 3 - 5 ປີ ຜ່ານມາຄະນະພົວພັນຕ່າງປະເທດເປີດກວ້າງການພົວພັນບັນດາປະເທດຕ່າງໆ
5 ປີ ຜ່ານມາຄະນະພົວພັນຕ່າງປະເທດເປີດກວ້າງການພົວພັນບັນດາປະເທດຕ່າງໆ - 4 - 5 ປີ ຜ່ານມາຄະນະພົວພັນຕ່າງປະເທດເປີດກວ້າງການພົວພັນບັນດາປະເທດຕ່າງໆ
5 ປີ ຜ່ານມາຄະນະພົວພັນຕ່າງປະເທດເປີດກວ້າງການພົວພັນບັນດາປະເທດຕ່າງໆ - 5 - 5 ປີ ຜ່ານມາຄະນະພົວພັນຕ່າງປະເທດເປີດກວ້າງການພົວພັນບັນດາປະເທດຕ່າງໆ