ປະທານາທິບໍດີປະເທດ ຊີລີ ຖືກປັບໃໝ 3.500 ດອນລາ ເພາະໄປຢ້ຽມຢາມເມືອງແຄມທະເລ Zapalla ໂດຍບໍ່ໃສ່ໜ້າກາກອະນາໄມ
December 21, 2020 - 12:09 PM
ສຳນັກຂ່າວຈາກ RT ລາຍງານ ເມື່ອວັນທີ 19 ທັນວານີ້ວ່າ ປະທານາທິບໍດີ ປະເທດ ຊີລີ Pinera ໄດ້ຮັບໃບສັ່ງປັບໃໝໃນວັນທີ 18 ທັນວານີ້ເປັນຈຳນວນເງິນ 3.500 ໂດລາສະຫະລັດ.
ເຖິງແມ່ນວ່າ ກ່ອນໜ້ານີ້ ທ່ານຈະໄດ້ສົ່ງຄຳອະທິບາຍກ່ຽວກັບເຫດຜົນທີ່ເຂົາບໍ່ໃສ່ໜ້າກາກອະນາໄມໃນຂະນະທີ່ໄປຢ້ຽມຢາມເມືອງແຄມທະເລ Zapallar ແລ້ວກໍຕາມ.
ພຽງໜຶ່ງວັນທີ່ມີສຽງວິພາກວິຈານ, ທ່ານປະທານາທິບໍດີ ກໍໄດ້ອອກມາຂໍໂທດຕໍ່ສັງຄົມຢ່າງເປັນທາງການ ຊຶ່ງທ່ານສະແດງຄວາມເສຍໃຈເປັນຢ່າງຍິ່ງຕໍ່ເຫດການດັ່ງກ່າວ