ໂຈ ໄບເດນ ສັກວັກຊີນໂຄວິດ-19 ຫວັງສ້າງຄວາມເຊື່ອໝັ້ນ ໃນຄວາມປອດໄພ ກະຕຸ້ນປະຊາຊົນສັກວັກຊີນ
ທ່ານ ໂຈ ໄບເດນ ວ່າທີ່ປະທານາທິບໍດີຄົນໃໝ່ຂອງອາເມລິກາ ເຂົ້າຮັບການສັກວັກຊີນໂຄວິດ-19 ໂດສທຳອິດຈາກທັງໝົດ 2 ໂດສຂອງ Pfizer ໂດຍມີການຖ່າຍທອດສົດຜ່ານໂທລະສັບໃນວັນທີ 22 ທັນວາ ເພື່ອສະແດງໃຫ້ປະຊາຊົນອາເມລິກາເຫັນວ່າວັກຊີນມີຄວາມປອດໄພ ໂດຍຫວັງວ່າຈະຊ່ວຍກະຕຸ້ນໃຫ້ພົນລະເມືອງອອກໄປຮັບວັກຊີນເພີ່ມຂຶ້ນ.
ກ່ອນໜ້ານີ້ມີຜູ້ນຳທາງການເມືອງຫລາຍຄົນທີ່ເຂົ້າຮັບວັກຊີນໂຄວິດ-19 ແລ້ວເຊັ່ນ: ທ່ານ ໄມ ເພນ ຮອງປະທານາທິບໍດີອາເມລິກາ ແລະ ນາງ ແນນຊີ ເພໂລຊີ ປະທານສະພາຜູ້ແທນລາຊະດອນ. ຂະນະທີ່ອະດີດປະທານາທິບໍດີຫລາຍຄົນກໍສະແດງຄວາມປະສົງທີ່ຈະຮັບການສັກວັກຊີນຖ່າຍທອດສົດຜ່ານໂທລະສັບເຊັ່ນ: ທ່ານ ບາຣັກ ໂອບາມາ, ທ່ານ ບິລ ຄລິນຕັນ ແລະ ທ່ານ ຈ໊ອດ ດັບເບິລຢູ ບຸສ ເພື່ອສ້າງຄວາມເຊື່ອໝັ້ນໃນຄວາມປອດໄພ ແລະ ປະສິດທິພາບຂອງວັກຊີນ.
BBC ລາຍງານວ່າ: ໃນເວລານີ້ມີຊາວອາເມລິກາຫລາຍກວ່າ 5 ແສນຄົນທີ່ຮັບວັກຊີນແລ້ວ ໂດຍໃນວັນທີ 20 ທັນວາຜ່ານມາ ເລີ່ມມີການແຈກຢາຍວັກຊີນຊະນິດທີ 2 ເຊິ່ງເປັນຂອງບໍລິສັດ Moderna ຫລັງວັກຊີນດັ່ງກ່າວໄດ້ຮັບການອະນຸມັດຈາກອົງການອາຫານ ແລະ ຢາ (FDA) ເປັນກໍລະນີສຸກເສີນໃນອາທິດຜ່ານມາ.
ຫລັງຮັບວັກຊີນໂດສທຳອິດ, ທ່ານ ໄບເດນ ກ່າວຍ້ອງຍໍຄະນະບໍລິຫານຂອງປະທານາທິບໍດີ ໂດນັລ ທຣຳ ສຳລັບການຊຸກຍູ້ໂຄງການ Operation Warp Speed ເພື່ອເລັ່ງວິໄຈ ແລະ ພັດທະນາວັກຊີນຕ້ານໂຄວິດ-19 ຈົນສຳເລັດພາຍໃນປີ 2020 ຫລັງຫລາຍຝ່າຍເຄີຍກັງວົນວ່າໂລກຕ້ອງລໍຖ້າຢ່າງໜ້ອຍຮອດກາງປີ 2021 ຈຶ່ງຈະມີວັກຊີນພ້ອມໃຊ້.
ນອກຈາກການເຊີນຊວນໃຫ້ຊາວອາເມລິກາຮັບວັກຊີນແລ້ວ, ທ່ານຍັງຮຽກຮ້ອງໃຫ້ປະຊາຊົນຢຸດເດີນທາງໂດຍບໍ່ຈຳເປັນ ແລະ ໃສ່ຜ້າປິດປາກ-ດັງທຸກຄັ້ງ ເພື່ອປ້ອງກັນການຕິດເຊື້ອ.
ສຳລັບສະຖານະການການລະບາດຫລ້າສຸດຢູ່ອາເມລິການັ້ນ ມີກໍລະນີຜູ້ຕິດເຊື້ອສະສົມກວ່າ 18 ລ້ານຄົນ ແລະ ເສຍຊີວິດ 319.000 ຄົນ ໂດຍທ່ານ ໄບເດນ ຕັ້ງເປົ້າວ່າຈະສັກວັກຊີນໃຫ້ປະຊາຊົນ 100 ລ້ານຄົນທົ່ວປະເທດພາຍໃນ 100 ມື້ທຳອິດຫລັງເຂົ້າຮັບຕຳແໜ່ງປະທານາທິບໍດີໃນວັນທີ 20 ມັງກອນປີໜ້າ.