ພະຍາດໂຄວິດອາດຕິດຍ້ອນຄົນລັກຂ້າມຊາຍແດນ
ໂດຍ: ທິດກໍ່າ
ໃນຊ່ວງເດືອນພະຈິກຫາເດືອນທັນວາ 2020 ຜ່ານມານີ້, ຂ່າວຄາວກ່ຽວກັບການຈັບຕົວ, ຄຸມຕົວຄົນລັກຂ້າມຊາຍແດນໄປໄທປາກົດວ່າມີໃຫ້ເຫັນເລື້ອຍໆ. ພວກທີ່ມັກລັກຂ້າມໄປກໍບໍ່ອື່ນໄກ ມັນຕັ້ງແມ່ນແຮງງານລາວທີ່ເຄີຍໄປທຳງານຢູ່ປະເທດໄທນັ້ນເອງ. ນອກຈາກນັ້ນ ຢູ່ທາງພາກເໜືອແຂວງບໍ່ແກ້ວ ກໍມີຄົນຈີນລັກຂ້າມຊາຍແດນເຂົ້າມາລາວ ຫລື ຜ່ານລາວໄປຈີນ. ດັ່ງແຫລ່ງຂ່າວມີຄົນຈີນສອງຄົນມາແຕ່ມຽນມາລັກເຂົ້າມາລາວແລ້ວສືບຕໍ່ໄປປະເທດຈີນ. ໃນສອງຄົນທີ່ວ່ານີ້ ພາຍຫລັງເຂົ້າໄປຮອດຈີນແລ້ວ ຜ່ານການກັກຕົວກວດສອບຂອງເຈົ້າໜ້າທີ່ຈຶ່ງຮູ້ວ່າພວກເຂົາຕິດເຊື້ອໂຄວິດ-19 ມາແຕ່ຕົ້ນທາງ ໝາຍວ່າໄດ້ຕິດມາແຕ່ປະເທດມຽນມາ. ໃນສະພາບປັດຈຸບັນ ສິ່ງທີ່ອັນຕະລາຍສຳລັບປະເທດລາວ, ຄົນລາວເຮົານັ້ນ ການລັກເຂົ້າຜ່ານຊາຍແດນລາວໃນຄັ້ງນີ້ ໄດ້ມີຄົນລາວນຳພາທາງສົ່ງເຂົາເຂົ້າໄປຮອດຈຸດທີ່ໝາຍຊາຍແດນປະເທດຈີນ.
ຈາກກໍລະນີທີ່ເກີດຂຶ້ນນີ້ ເມື່ອຮູ້ສະພາບຄວາມເປັນມາໂດຍລະອຽດແລ້ວ ຈຶ່ງເຮັດໃຫ້ອຳນາດການປົກຄອງທ້ອງຖິ່ນຕ່າງກໍວິຕົກກັງວົນໄປຕາມໆກັນເປັນການໃຫຍ່ ເປັນຕົ້ນແມ່ນທາງເມືອງຕົ້ນເຜິ້ງກໍຈົນເຖິງຂັ້ນປິດເມືອງໃນບໍ່ໃຫ້ອອກ ນອກບໍ່ໃຫ້ເຂົ້າ. ນອກຈາກນັ້ນ ທາງການແຂວງ ກໍຄືຄະນະສະເພາະກິດແຕ່ລະຂັ້ນກໍພາກັນຕາມລ່າຊອກຫາຜູ້ທີ່ນຳພາຄົນຈີນສອງຄົນນັ້ນມາກວດຫາເຊື້ອໂຄວິດ-19 ແຕ່ກໍເປັນຈັ່ງບຸນ ຜ່ານການກວດກາສຸຂະພາບໃນຂັ້ນຕົ້ນຍັງບໍ່ປາກົດເຫັນມີອາການຕິດເຊື້ອໂຄວິດ-19 ແຕ່ປະການໃດ. ນີ້ລະຄືຕົ້ນເຫດ ຫລື ບັນຫາທີ່ຈະພາໃຫ້ບ້ານເຮົາມີການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງແຜ່ລາມ.
ດັ່ງພວກເຮົາຮູ້ນຳກັນແລ້ວວ່າ, ພະຍາດໂຄວິດ-19 ເປັນເຊື້ອພະຍາດສາຍພັນໃໝ່ທີ່ອັນຕະລາຍຮ້າຍ ກາດທີ່ສຸດ, ມັນເປັນເຊື້ອພະຍາດທີ່ຕິດຕໍ່ຈາກຄົນສູ່ຄົນແບບອັດຕະໂນມັດ. ຕົວຢ່າງຖ້າພວກເຮົາຫາກໄດ້ ໄປໃກ້ຊິດກັບຄົນທີ່ມີເຊື້ອໂຄວິດ-19 ເຊັ່ນຮ່ວມເດີນທາງໄປມາ, ຮ່ວມກິນ, ຮ່ວມຢູ່, ໃກ້ຊິດກັນ ແລ້ວມັນຈະຕິດໄດ້ທັນທີ, ຍິ່ງໄປກວ່ານັ້ນ ສິ່ງທີ່ເປັນອັນຕະລາຍ ແລະ ໜ້າຕາຢ້ານທີ່ສຸດ ກໍຄືເມື່ອຕິດແລ້ວມັນບໍ່ຍອມສະແດງອາການໃນທັນທີທັນໃດ ຕ້ອງໃຊ້ເວລາປະມານ 14 ວັນຂຶ້ນໄປຈຶ່ງມີອາການໃຫ້ເຮົາເຫັນ ຫລື ມີບາງກໍລະນີກໍບໍ່ມີອາການສະແດງອອກ.
ເພາະສະນັ້ນ ເພື່ອຫລີກລ່ຽງກໍລະນີຕ່າງໆທີ່ອາດຈະນຳເຊື້ອພະຍາດໂຄວິດ-19 ມາສູ່ບ້ານເຮົາ ທຸກຄົນຕ້ອງໄດ້ພ້ອມກັນເປັນເຈົ້າການສະກັດກັ້ນຢ່າງເດັດຂາດ ບໍ່ຄວນຖືເບົາ, ຈຸດໜັກແມ່ນບັນຫາການໄປມາລັກຂ້າມຊາຍແດນແບບຜິດກົດໝາຍລະຫວ່າງປະເທດ. ໃນໄລຍະຜ່ານມາ ຍ້ອນພາກັນເຄີຍເຮັດເຄີຍທຳ ໂດຍສະເພາະແມ່ນຄົນທີ່ຢູ່ໃກ້ຊາຍແດນໄປມາຫາສູ່ກັນໄດ້ງ່າຍຈົນຖືເປັນປະເພນີ ເຄີຍເຮັດເຄີຍທຳຈຶ່ງເປັນເຫດໃຫ້ມີການຈັບກຸມ, ປັບໄໝ ແລະ ລົງໂທດຕາມກົດໝາຍ ເພາະວ່າການກະທຳຜິດມັນມີສອງກະໂທງຄື: ລັກເຂົ້າ-ອອກປະເທດແບບຜິດກົດໝາຍ. ອັນສອງມາຍ້ອນຊ່ວງໂຄວິດ-19 ຍັງລະບາດ ທຸກປະເທດໃຜກໍເປັນເຈົ້າການປ້ອງກັນສະກັດກັ້ນ ເພາະຢ້ານມີການນຳເຊື້ອຈາກປະເທດທີ່ມີການລະບາດເຂົ້າມາໃນປະເທດ ອັນເປັນການຂ້າຄົນຕາຍໃນທາງກົງ ແລະ ທາງອ້ອມ. ໃນເງື່ອນໄຂທີ່ປະເທດຊາດບ້ານເມືອງຂອງພວກເຮົາບໍ່ທັນມີເງື່ອນໄຂສັກຢາວັກຊີນ ເພື່ອປ້ອງກັນດັ່ງທຸກວັນນີ້, ທຸກຄົນຕ້ອງໄດ້ເອົາໃຈໃສ່ປ້ອງກັນສະກັດກັ້ນຢ່າງຈິງຈັງຮ່ວມກັນ. ອັນສຳຄັນທີ່ສຸດແມ່ນຕ້ອງພ້ອມກັນປະຕິບັດມາດຕະການຜ່ອນຜັນທີ່ລັດຖະບານເຮົາວາງອອກໃຫ້ເຂັ້ມງວດ. ໃນໄລຍະຜ່ານມາ ນັບແຕ່ມີປາກົດການແຜ່ລະບາດຂອງພະຍາດໂຄວິດ-19 ພັກ ແລະ ລັດຖະບານເຮົາກໍໄດ້ມີມາດຕະການອັນສຽບຂາດ ຈຶ່ງເຮັດໃຫ້ມີຜູ້ຕິດເຊື້ອໜ້ອຍທີ່ສຸດ ເຊິ່ງມາຮອດປັດຈຸບັນມີພຽງ 40 ກວ່າຄົນທີ່ມີການຕິດເຊື້ອ ແລະ ຍັງພຽງ 7 ຄົນທີ່ຍັງປິ່ນປົວຢູ່ໂຮງໝໍ ເຫລືອນັ້ນແມ່ນປິ່ນປົວດີໝົດແລ້ວ. ອັນພິເສດ ແລະ ຖືວ່າປະເທດເຮົາໂຊກດີທີ່ສຸດ ກໍຄືຍັງບໍ່ທັນມີຄົນໃດເສຍຊີວິດຍ້ອນ.
ເພາະສະນັ້ນ ຈຶ່ງຖືໄດ້ວ່າບັນຫາການລັກຂ້າມຊາຍແດນເຂົ້າ-ອອກໃນປະເທດ ຫລື ຈາກຕ່າງປະເທດທີ່ມີຊາຍແດນຕິດກັນ ຍ້ອນພວກລັກຂ້າມອາດຈະເປັນການນຳເອົາພະຍາດໂຄວິດ-19 ມາແຜ່ລະບາດ ຈຶ່ງເປັນບັນຫາທຸກຄົນຕ້ອງໄດ້ຢຸດຕິ ເພາະຊ່ວງນີ້ການເຂົ້າອອກຂອງຄົນທົ່ວໄປ ຫລື ນັກທ່ອງທ່ຽວໄປມາທຸກປະເທດແມ່ນຍັງບໍ່ທັນໄດ້ອະນຸຍາດໃຫ້ໄປມາ. ຖ້າບຸກຄົນໃດ ຫລື ກຸ່ມຄົນໃດຝ່າຝືນແມ່ນຈະຖືກລົງໂທດຕາມກົດໝາຍລະຫວ່າງປະເທດ.
ເຖິງຢ່າງໃດກໍດີ, ອີກບໍ່ນານເກີນລໍ ປະເທດເຮົາກໍຈະໄດ້ຮັບວັກຊີນ ແລະ ຢຸກຢາທານັງຕ່າງໆມາປິ່ນປົວ ແລະ ປ້ອງກັນສະກັດກັ້ນໂດຍກົງ ເພາະດຽວນີ້ມີຫລາຍປະເທດເພິ່ນກໍສາມາດຜະລິດຢາວັກແຊງໄດ້ແລ້ວ ແລະ ເລີ່ມສັກປ້ອງກັນກັນແລ້ວ. ສ່ວນຢູ່ບ້ານເຮົາຍັງມີຄວາມຫວັງວ່າຈະໄດ້ຊົມໃຊ້ກັນທຸກຄົນ. ໃນສະພາບຜ່ານມາ ຂະໜາດບໍ່ທັນມີວັກແຊງມາສັກປ້ອງກັນກໍຍັງບໍ່ທັນມີໃຜຕາຍຈັກຄົນ ຂໍພຽງແຕ່ຢ່າພາກັນປະໝາດ ເພາະຄວາມປະໝາດນັ້ນລະຄືຄວາມຕາຍ.