ຂົນເງິນອອກໄປເຊື່ອງໄວ້ຕ່າງປະເທດ ເພື່ອຫຼີກຄະດີເກືອບ 30 ພັນຕື້ ດົງ

ຂົນເງິນອອກໄປເຊື່ອງໄວ້ຕ່າງປະເທດ ເພື່ອຫຼີກຄະດີເກືອບ 30 ພັນຕື້ ດົງ - news MKFsUjpaFp230934 533 - ຂົນເງິນອອກໄປເຊື່ອງໄວ້ຕ່າງປະເທດ ເພື່ອຫຼີກຄະດີເກືອບ 30 ພັນຕື້ ດົງ
ຂົນເງິນອອກໄປເຊື່ອງໄວ້ຕ່າງປະເທດ ເພື່ອຫຼີກຄະດີເກືອບ 30 ພັນຕື້ ດົງ - kitchen vibe - ຂົນເງິນອອກໄປເຊື່ອງໄວ້ຕ່າງປະເທດ ເພື່ອຫຼີກຄະດີເກືອບ 30 ພັນຕື້ ດົງ

ສຳນັກຂ່າວຕ່າງປະເທດ ຈາກ ຮ່າໂນ້ຍ ລາຍງານເມື່ອວັນທີ 19 ທັນວານີ້ວ່າ ອົງການຕຳຫຼວດສືບສວນ ສອບສວນ ນະຄອນຫຼວງ ຮ່າໂນ້ຍ ສສ ຫວຽດນາມ ໄດ້ເປັນເຈົ້າການຕິດຕາມ ແລະ ສະກັດກັ້ນຢ່າງທັນການ ແລະ ດຳເນີນຄະດີກັບຂະບວນການ “ຂົນເງິນອອກໄປຕ່າງປະເທດ ບໍ່ຖືກຕ້ອງກັບກົດໝາຍ”, ຊຶ່ງໃນນັ້ນມີ 10 ຜູ້ຕ້ອງຫາ, ຂະນະນີ້ກຳລັງດຳເນີນເປີດກວ້າງຄະດີຢູ່.

ນີ້ ເປັນຄະດີໜຶ່ງທີ່ສຳຄັນ ແລະ ມີຄວາມຫຍຸ້ງຍາກຫຼາຍ, ວິທີການ ແລະ ຮູບການຂອງຜູ້ຕ້ອງຫາແມ່ນສຸດທີ່ເລິກແລບແນບນຽນ ເພື່ອຂົນເງິນອອກໄປເຊື່ອງໄວ້ຢູ່ຕ່າງປະເທດເກືອບ 30 ພັນຕື້ ດົງ ເພື່ອຫຼີກຄະດີ.

ເລຂາຄະນະພັກນະຄອນ ຮ່າໂນ້ຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ເຈົ້າໜ້າທີ່ ນະຄອນຫຼວງ ຮ່າໂນ້ຍ ໄດ້ເປັນເຈົ້າການຕ້ານ ແລະ ສະກັດກັ້ນຄົນບໍ່ດີ ທີ່ມີພຶດຕິກຳປຸ້ນສະດົມເອົາຊັບສິນເງິນຄຳຂອງປະເທດ, ເພື່ອປົກປັກຮັກສາຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອງຂອງປະເທດຊາດ, ເພື່ອຄວາມຢູ່ເຢັນເປັນສຸກຂອງປະຊາຊົນ. ນີ້ເປັນໄຊຊະນະທີ່ຍິ່ງໃຫ່ຍ ໃນຂະນະທີ່ນະຄອນຫຼວງກຳລັງອອກແຮງຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19, ປາບປາມ ອາດຊະຍາກຳໃນຂອບເຂດນະຄອນຫຼວງ ກ່ອນມື້ໄຂກອງປະຊຸມໃຫ່ຍຂອງພັກຄັ້ງທີ XIII ຈະເກີດຂຶ້ນ.

ຂົນເງິນອອກໄປເຊື່ອງໄວ້ຕ່າງປະເທດ ເພື່ອຫຼີກຄະດີເກືອບ 30 ພັນຕື້ ດົງ - 5 - ຂົນເງິນອອກໄປເຊື່ອງໄວ້ຕ່າງປະເທດ ເພື່ອຫຼີກຄະດີເກືອບ 30 ພັນຕື້ ດົງ
ຂົນເງິນອອກໄປເຊື່ອງໄວ້ຕ່າງປະເທດ ເພື່ອຫຼີກຄະດີເກືອບ 30 ພັນຕື້ ດົງ - 4 - ຂົນເງິນອອກໄປເຊື່ອງໄວ້ຕ່າງປະເທດ ເພື່ອຫຼີກຄະດີເກືອບ 30 ພັນຕື້ ດົງ
ຂົນເງິນອອກໄປເຊື່ອງໄວ້ຕ່າງປະເທດ ເພື່ອຫຼີກຄະດີເກືອບ 30 ພັນຕື້ ດົງ - 3 - ຂົນເງິນອອກໄປເຊື່ອງໄວ້ຕ່າງປະເທດ ເພື່ອຫຼີກຄະດີເກືອບ 30 ພັນຕື້ ດົງ