ລາວສະຫລອງວັນສາກົນຕ້ານເອດ ເພື່ອລະນຶກເຖິງຜູ້ທີ່ເສຍຊີວິດຈາກພະຍາດເອດ
ໃນວັນທີ 22 ທັນວານີ້, ອົງການສະຫະປະຊາຊາດ ຕ້ານເອດ, ອົງການອະນາໄມໂລກ ຮ່ວມກັບສູນຕ້ານເອດ ແລະ ພະຍາດຕິດຕໍ່ທາງເພດສໍາພັນ, ສະມາຄົມເຄືອຂ່າຍຜູ້ຕິດເຊື້ອເຮສໄອວີເອດ ໄດ້ຈັດງານສະເຫລີມສະຫລອງວັນສາກົນຕ້ານເອດ ວັນທີ 1 ທັນວາ ຂຶ້ນທີ່ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງມວນຊົນ ແລະ ພາກສ່ວນກ່ຽວຂ້ອງຕ່າງໆ, ເພື່ອລະນຶກເຖິງຜູ້ທີ່ໄດ້ຮັບຜົນກະທົບ ແລະ ເສຍຊີວິດຈາກພະຍາດເອດ, ທັງເປັນການເຜີຍແຜ່ແຜນຍຸດທະສາດແຫ່ງຊາດ ປີ 2021-2030 ແລະ ແຜນດໍາເນີນງານ 2021-2025, ໃນການຈັດຕັ້ງປະຕິບັດວຽກງານປ້ອງກັນເຊື້ອເຮສໄອວີ ແລະ ຊອກຫາຊ່ອງທາງການເຮັດວຽກຮ່ວມກັນໃນຕໍ່ໜ້າເພື່ອຫລຸດຜ່ອນການຕິດເຊື້ອ ໃໝ່ ແລະ ຜົນກະທົບບັນຫາສຸຂະພາບອື່ນໆ.
ໃນໂອກາດນີ້, ຫົວຫນ້າສູນຕ້ານເອດ ແລະ ພະຍາດຕິດຕໍ່ທາງເພດສຳພັນໄດ້ກ່າວໃນພິທີວ່າ: ວັນທີ 1 ທັນວາຂອງທຸກໆປີ ທົ່ວໂລກໄດ້ຈັດຕັ້ງພິທີສະຫລອງວັນດັ່ງກ່າວຢ່າງກ້ວາງຂວາງເພື່ອສະໜັບສະໜູນຍຸດທະສາດຕ້ານເອດ ແລະ ຊ່ວຍເຫລືອຜູ້ຕິດເຊື້ອ ແລະ ຜູ້ໄດ້ຮັບຜົນກະທົບຈາກພະຍາດເອດ ໃຫ້ເປັນຂະບວນຟົດຟື້ນ ແລະ ມີຄວາມໝາຍເລີກເຊິ່ງ.
ໃນໂອກາດນີ້, ທ່ານ ສີສະຫວາດ ສຸດທານີລະໄຊ ກ່າວວ່າ: ໃນວັນທີ 1 ທັນວາຂອງທຸກໆປີ ທົ່ວໂລກໄດ້ຈັດຕັ້ງພິທີສະຫລອງວັນສາກົນຕ້ານເອດ ປະຊາຊົນໃນທົ່ວໂລກສາມັກຄີກັນສະແດງການສະໜັບສະໜູນຜູ້ຕິດເຊື້ອ ແລະ ໄດ້ຮັບຜົນກະທົບຈາກພະຍາດເອດ ເພື່ອລະນຶກເຖິງຜູ້ທີ່ສູນເສຍຊີວິດຍ້ອນພະຍາດດັ່ງກ່າວ ປີ 2020 ຫົວຂໍ້ຂອງວັນສະເຫລີມສະຫລອງວັນສາກົນຕ້ານຈຶ່ງກຳນົດວ່າ: ສາມັກຄີເປັນປືກແຜນ ແລະ ຮ່ວມກັນຮັບຜິດຊອບ ເພື່ອຮ່ວກັນສະຫລອງວັນສຳຄັນດັ່ງກ່າວໃຫ້ເປັນຂະບວນຟົດຟື້ນ ແລະ ເຕັມໄປດ້ວຍຄວາມ ໝາຍສຳຄັນ ແລະ ເລີກເຊິ່ງ.
ທ່ານ ຫົວຫນ້າສູນ ໃຫ້ຮູ້ວ່າ: ໃນຜ່ານມາ ປະເທດເຮົາກໍໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ຕ້ານເຊື້ອເຮສໄອວີ ແລະ ພະຍາດຕິດຕໍ່ທາງເພດສຳພັນຄື: ແຕ່ປີ 1990- 2020 ທົ່ວປະເທດມີຜູ້ຕິດເຊື້ອເຮສໄອວີ 14.915 ຄົນ, ເປັນພະຍາດເອດ 6.014 ຄົນ ແລະ ເສຍຊີວິດ 4.801 ຄົນ, ມາຮອດປັດຈຸບັນມີຜູ້ມາລົງທະບຽນກິນຢາ 12.860 ຄົນ ແລະ ມີ ໜ້າກິນຢາ 7.920 ຄົນ, ເຊິ່ງການຕິດເຊື້ອສ່ວນຫຼາຍແມ່ນທາງເພດສຳພັນ ໂດຍກຸ່ມທີ່ມີຄວາມສ່ຽງສູງຄື: ກຸ່ມສາວບໍລິການ, ຊາຍມີເພດສຳພັນກັບຊາຍ , ກຸ່ມສັກຢາເສບຕິດເຂົ້າທາງເສັ້ນເລືອດ, ຊຶ່ງໄລ່ມາຮອດປີ 2020ນີ້ ກຸ່ມປະຊາກອນທົ່ວໄປອາຍຸ 15-49 ປີ ມີຜູ້ຕິດເຊື້ອເທົ່າກັບ 0,3%, ສາວບໍລິການ 1% ຊາຍມີເພດສຳພັນກັບຊາຍ 2,5% ແລະ ກະເທີຍ 3,3%.
ມາຮອດປີ 2020 ການຈັດຕັ້ງປະຕິບັດວຽກສະກັດກັ້ນ ແລະ ຕ້ານເຊື້ອພະຍາດດັ່ງກ່າວ ມີຄວາມຄືບໜ້າຫຼາຍ ເປັນຕົ້ນດ້ານການປິ່ນປົວ, ການດູແລ ເບິ່ງແຍງ ແລະ ຊ່ວຍເຫຼືອຜູ້ຕິດເຊື້ອ ເຊິ່ງປັດຈຸບັນທົ່ວປະເທດມີສະຖານທີ່ໃຫ້ຄຳປືກສາ ແລະ ກວດເລືອດ 189 ແຫ່ງ, ມີສະຖານທີ່ປິ່ນປົວດ້ວຍຢາຕ້ານເຊື້ອເຮສໄອວີ 11 ແຫ່ງໃນ 8 ແຂວງ ມີຈຸດແຈກຢາຍຢາຢູ່ 2 ແຂວງ ແລະ ຈະຂະຫຍາຍການປົກຄຸມໃຫ້ໄດ້ທົ່ວປະເທດໃນປີ 2021.