ໂຄວິດລາມທຸກທະວີບແລ້ວ ! ຊິລີ ເຜີຍ ທະຫານ-ພົນລະເຮືອນຢູ່ທະວີບອັນຕາກຕິກຕິດເຊື້ອໂຄວິດ-19
December 23, 2020 - 11:15 AM
ກອງປະທັບຊິລີເປີດເຜີຍວ່າ: ມີທະຫານ ແລະ ພົນລະເຮືອນໃນສະຖານີວິໄຈແບຣນາ ໂດ ໂອຮິກກິນ ໃນທະວີບອັນຕາກຕິກຕິດເຊື້ອໂຄວິດ-19 ເຊິ່ງໃນຈຳນວນນີ້ເປັນທະຫານ 26 ຄົນ, ສ່ວນທີ່ເຫລືອເປັນເຈົ້າໜ້າທີ່ສ້ອມແປງສະຖານີວິໄຈດັ່ງກ່າວ.
ທັງນີ້ ທະຫານສອງຄົນເປັນຜູ້ຕິດເຊື້ອສອງຄົນທຳອິດ ເຊິ່ງເລີ່ມມີອາການບໍ່ສະບາຍນັບແຕ່ກາງເດືອນນີ້ ແລະ ໄດ້ສົ່ງຕົວຜູູ້ຕິດເຊື້ອທຸກຄົນກັບຊິລີແລ້ວ.
ກ່ອນໜ້ານີ້, ກອງທັບເຮືອຊິລີ ກໍພົບວ່າລູກເຮືອ 3 ຄົນ ທີ່ຢູ່ໃນເຮືອທີ່ລອຍຢູ່ໃນທະວີບອັນຕາກຕິກລະຫວ່າງວັນທີ 27 ພະຈິກ ເຖິງ 10 ທັນວາ ຕິດເຊື້ອໂຄວິດເຊັ່ນກັນ.
ສຳລັບການພົບຜູ້ຕິດເຊື້ອໂຄວິດຢູ່ອັງຕາກຕິກຄັ້ງນີ້ເທົ່າກັບວ່າປັດຈຸບັນໂຄວິດ-19 ໄດ້ລາມໄປທຸກທະວີບທົ່ວໂລກແລ້ວ.