ຫວຽດນາມຕັດສິນລົງໂທດນາຍທະຫານລະດັບສູງຫຼາຍນາຍ

ຫວຽດນາມຕັດສິນລົງໂທດນາຍທະຫານລະດັບສູງຫຼາຍນາຍ - 9830058 0 55 2548 1433 1000x541 80 0 0 95667c39f38482a89f9868a926278701 - ຫວຽດນາມຕັດສິນລົງໂທດນາຍທະຫານລະດັບສູງຫຼາຍນາຍ
ຫວຽດນາມຕັດສິນລົງໂທດນາຍທະຫານລະດັບສູງຫຼາຍນາຍ - kitchen vibe - ຫວຽດນາມຕັດສິນລົງໂທດນາຍທະຫານລະດັບສູງຫຼາຍນາຍ

ສຳນັກຂ່າວຫວຽດນາມ ລາຍງານຕອນເຊົ້າຂອງວັນທີ 10 ທັນວານີ້ວ່າ ສານອຸທອນທະຫານສູນກາງຂອງຫວຽດນາມ ໄດ້ຕັດສິນຄະດີ ຫງວຽນວັນຮຽນ ອະດີດຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມກັບພວກອີກ 6 ຄົນເຊັ່ນ: ບຸ່ຍຍືຖ່ຽມ, ບຸ່ຍວັນງາ, ດວນແມ່ງຖາວ, ດິງງອກເຫວະ, ເຈິນຈ່ອງຕ້ວນ, ຟາມວັນຢຽດ ໃນຂໍ້ຫາມີພຶດຕິກຳສໍ້ລາດບັງຫຼວງ.

ສານອຸທອນຂອງທະຫານສູນກາງຂອງຫວຽດນາມໃຫ້ຮູ້ວ່າ: ໃນໄລຍະປີ 2006-2010 ພວກກ່ຽວໄດ້ຫັນເອົາດິນຂອງກະຊວງປ້ອງກັນປະເທດຮັບຜິດຊອບ ໄປເປັນດິນເສດຖະກິດ ໂດຍບໍ່ສອດຄ່ອງກັບຂໍ້ກົດໝາຍ ແລະ ຜິດຕໍ່ການຊີ້ນຳຂອງກະຊວງປ້ອງກັນປະເທດ.

ຫວຽດນາມຕັດສິນລົງໂທດນາຍທະຫານລະດັບສູງຫຼາຍນາຍ - Visit Laos Visit SALANA BOUTIQUE HOTEL - ຫວຽດນາມຕັດສິນລົງໂທດນາຍທະຫານລະດັບສູງຫຼາຍນາຍ

ນາຍທະຫານຊັ້ນພັນເອກ 4 ນາຍເຊັ່ນ: ບຸ່ຍຍືຖ່ຽມ, ບຸ່ຍວັນງາ, ດວານແມ່ງຖາວ ແລະ ເຈິ່ນຈ່ອງຕ້ວນ ເປັນທີ່ປຶກສາໃຫ້ແກ່ກອງທັບອາກາດ ໄດ້ເອົາດິນ 3 ຕອນໃຫ້ບໍລິສັດເອກກະຊົນເຊົ່າໃນນາມເປັນຜູ້ຮ່ວມທຶນ ໂດຍເອົາທີ່ດິນເປັນທຶນ, ທັງໆ ທີ່ດິນ 3 ຕອນດັ່ງກ່າວເປັນດິນຂອງກະຊວງປ້ອງກັນປະເທດຮັບຜິດຊອບ ແລະ ຍັງບໍ່ທັນໄດ້ຫັນປ່ຽນຈຸດປະສົງຂອງການນຳໃຊ້ທີ່ດິນ ໃຫ້ເປັນດິນເສດຖະກິດເທື່ອ.

ໂດຍລາຍລະອຽດການລົງໂທດມີດັ່ງນີ້:

ສຳລັບກຸ່ມຜູ້ລ່ວງລະເມີດຂໍ້ກຳນົດຄຸ້ມຄອງທີ່ດິນ:

  1. ບຸ່ຍຍີຖ່ຽມ(ຊັ້ນພັນເອກ) ຮັບໂທດຈຳຄຸກ 9 ປີ.
  2. ບຸ່ຍວັນງາ(ຊັ້ນພັນເອກ) ຮັບໂທດຈຳຄຸກ 8 ປີ.
  3. ດວານແມ່ງຖາວ(ຊັ້ນພັນເອກ) ຮັບໂທດຈຳຄຸກ 7 ປີ.
  4. ເຈິ່ນຈ່ອງຕ້ວນ( ຊັ້ນພັນເອກ) ຮັບໂທດຈຳຄຸກ 4 ປີ.
  5. ຫງວຽນວັນຮຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຮັບໂທດຈຳຄຸກ 4 ປີ.

ກຸ່ມຕົວະຍົວະຫຼອກລວງ:

  1. ດິງງອກເຫວະ (ຊັ້ນພັນໂທ) ຮັບໂທດຈຳຄຸກ 30 ປີ.
  2. ຟາມວັນຢຽດ ຫົວໜ້າບໍລິສັດ CP ຈຳຄຸກ 15 ປີ.
  3. ວູຖິຮວານ ບໍລີສັດ ອຽນແຄ໋ງ ຈຳຄຸກ 7 ປີ.
ຫວຽດນາມຕັດສິນລົງໂທດນາຍທະຫານລະດັບສູງຫຼາຍນາຍ - 4 - ຫວຽດນາມຕັດສິນລົງໂທດນາຍທະຫານລະດັບສູງຫຼາຍນາຍ
ຫວຽດນາມຕັດສິນລົງໂທດນາຍທະຫານລະດັບສູງຫຼາຍນາຍ - 5 - ຫວຽດນາມຕັດສິນລົງໂທດນາຍທະຫານລະດັບສູງຫຼາຍນາຍ
ຫວຽດນາມຕັດສິນລົງໂທດນາຍທະຫານລະດັບສູງຫຼາຍນາຍ - 3 - ຫວຽດນາມຕັດສິນລົງໂທດນາຍທະຫານລະດັບສູງຫຼາຍນາຍ