ຜູ້ນຳອິນໂດເນເຊຍປົດລັດຖະມົນຕີສາທາລະນະສຸກ ເຫດເຮັດວຽກບໍ່ມີປະສິດທິພາບໃນການຄວບຄຸມໂຄວິດ

ຜູ້ນຳອິນໂດເນເຊຍປົດລັດຖະມົນຕີສາທາລະນະສຸກ ເຫດເຮັດວຽກບໍ່ມີປະສິດທິພາບໃນການຄວບຄຸມໂຄວິດ - 750x422 913889 1608771817 - ຜູ້ນຳອິນໂດເນເຊຍປົດລັດຖະມົນຕີສາທາລະນະສຸກ ເຫດເຮັດວຽກບໍ່ມີປະສິດທິພາບໃນການຄວບຄຸມໂຄວິດ
ຜູ້ນຳອິນໂດເນເຊຍປົດລັດຖະມົນຕີສາທາລະນະສຸກ ເຫດເຮັດວຽກບໍ່ມີປະສິດທິພາບໃນການຄວບຄຸມໂຄວິດ - kitchen vibe - ຜູ້ນຳອິນໂດເນເຊຍປົດລັດຖະມົນຕີສາທາລະນະສຸກ ເຫດເຮັດວຽກບໍ່ມີປະສິດທິພາບໃນການຄວບຄຸມໂຄວິດ

ປະທານາທິບໍດີ ​ໂຈ​ໂກ ວິ​ໂດ​ໂດ ຜູ້ນຳ​ອິນ​ໂດ​ເນ​ເຊຍ ​ເປັນ​ປະທານ​ໃນ​ພິທີ​ສາບານ​ຕົນ​ຂອງ​ລັດຖະມົນຕີ​ໃໝ່ 6 ຄົນ​ໃນ​ວັນ​ທີ 23 ທັນວາ ​ໃນ​ການ​ປັບ​ຄະນະ​ລັດຖະບານ​ຄັ້ງ​ໃຫຍ່​ຂອງ​ທ່ານ ​ເພື່ອ​ສ້າງ​ຄວາມ​ເຊື່ອ​ໝັ້ນຕໍ່​ປະຊາຊົນ​ກ່ຽວ​ກັບ​ມາດ​ຕະການ​ຮັບ​ມື​ການ​ແຜ່​ລະບາດ​ຂອງ​ໄວຣັສ​ໂຄ​ວິດ-19 ຢູ່​ອິນ​ໂດ​ເນ​ເຊຍ ​ເຊິ່ງ​ເປັນ​ປະ​ເທດ​ທີ່​ມີ​ຈຳນວນ​ຜູ້​ຕິດ​ເຊື້ອ ​ແລະ ​ເສຍ​ຊີວິດ​ສູງ​ທີ່​ສຸດ​ໃນ​ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (ອາ​ຊຽນ). ທັງ​ນີ້, ອິນ​ໂດ​ເນ​ເຊຍ​ມີ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ຫລາຍ​ກວ່າ 685.000 ຄົນ ​ແລະ ​ເສຍ​ຊີວິດ​ຫລາຍ​ກວ່າ 20.400 ຄົນ.

​ເຖິງ​ວ່າ​ອິນ​ໂດ​ເນ​ເຊຍ​ມີ​ລັດຖະມົນຕີ​ໜ້າ​ໃໝ່ 6 ຄົນ​ໃນ​ເທື່ອ​ນີ້, ​ແຕ່​ຜູ້​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຫລາຍ​ທີ່​ສຸດ ຄື​ທ່ານ ບູດີ ກູນາ​ດີ ຊາ​ດິຄິນ ​ເຊິ່ງ​ເປັນ​ລັດຖະມົນຕີ​ສາທາລະນະ​ສຸກ​ຄົນ​ໃໝ່ ຫລັງ​ຈາກ​ປະທານາທິບໍດີ ວິ​ໂດ​ໂດ ປະກາດ​ປົດ​ທ່ານ ​ເທຣາວານ ອາກັສ ປູ​ຕຣານ​ໂຕ ພົ້ນຕຳ​ແໜ່​ງລັດຖະມົນຕີ​ສາທາລະນະ​ສຸກ ​ເນື່ອງ​ຈາກ​ຄວາມ​ບໍ່​ມີ​ປະສິດທິພາບ​ຂອງ​ທ່ານ ​ເທຣາວານ ​ໃນ​ການ​ຄວບ​ຄຸມ​ການ​ແຜ່​ລະບາດ​ຂອງ​ໄວຣັສ​ໂຄ​ວິດ-19 ຫລັງ​ຈາກ​ທ່ານ​ຖືກ​ວິ​ພາກວິຈານ​ຢ່າງ​ໜັກ​ຈາກ​ການ​ກ່າວ​ວ່າ: ການ​ສູດ​ມົນ​ຈະ​ຊ່ວຍ​ປົກ​ປ້ອງ​ປະຊາຊົນ​ຈາກ​ໄວຣັສດັ່ງກ່າວ.

ທັງ​ນີ້, ປະທານາທິບໍດີ ວິ​ໂດ​ໂດ ​ໄດ້​ຍ້າຍ​ທ່ານ ບູດີ ຈາກ​ຕຳ​ແໜ່​ງລັດຖະມົນຕີ​ຊ່ວຍ​ຝ່າຍ​ກິດຈະການ​ລັດ​ວິ​ສາ​ຫະກິດ ​ແລະ ຫົວໜ້າ​ທີ​ມຟື້ນຟູ​​ເສດຖະກິດ ​ເພື່ອ​ມາ​ຮັບ​ຕຳ​ແໜ່​ງລັດຖະມົນຕີ​ສາທາລະນະ​ສຸກ​ຄົນ​ໃໝ່.

ນັກ​ລະບາດ​ວິທະຍາ​ຮຽກຮ້ອງ​ໃຫ້​ລັດຖະບານ​ໃຊ້​ມາດ​ຕະການ​ທີ່​ເຂັ້ມງວດ​ຂຶ້ນ​ໃນ​ການ​ສະກັດ​ກັ້ນການ​ແຜ່​ລະບາດ​ຂອງ​ໄວຣັສ​ໂຄ​ວິດ-19 ​ແລະ ​ໄດ້​ຊີ້​ເຖິງ​ຄວາມ​ລະ​ເຫລີງ​ໃນ​ການກວດ​ຫາ​ຜູ້​ຕິດ​ເຊື້ອ ລວມທັງ​ການ​ຕິດຕາມ​ຫາ​ແຫ​ລ່ງຕົ້ນຕໍ​ການ​ແຜ່​ເຊື້ອ.

ຜູ້ນຳອິນໂດເນເຊຍປົດລັດຖະມົນຕີສາທາລະນະສຸກ ເຫດເຮັດວຽກບໍ່ມີປະສິດທິພາບໃນການຄວບຄຸມໂຄວິດ - 4 - ຜູ້ນຳອິນໂດເນເຊຍປົດລັດຖະມົນຕີສາທາລະນະສຸກ ເຫດເຮັດວຽກບໍ່ມີປະສິດທິພາບໃນການຄວບຄຸມໂຄວິດ
ຜູ້ນຳອິນໂດເນເຊຍປົດລັດຖະມົນຕີສາທາລະນະສຸກ ເຫດເຮັດວຽກບໍ່ມີປະສິດທິພາບໃນການຄວບຄຸມໂຄວິດ - 3 - ຜູ້ນຳອິນໂດເນເຊຍປົດລັດຖະມົນຕີສາທາລະນະສຸກ ເຫດເຮັດວຽກບໍ່ມີປະສິດທິພາບໃນການຄວບຄຸມໂຄວິດ
ຜູ້ນຳອິນໂດເນເຊຍປົດລັດຖະມົນຕີສາທາລະນະສຸກ ເຫດເຮັດວຽກບໍ່ມີປະສິດທິພາບໃນການຄວບຄຸມໂຄວິດ - 5 - ຜູ້ນຳອິນໂດເນເຊຍປົດລັດຖະມົນຕີສາທາລະນະສຸກ ເຫດເຮັດວຽກບໍ່ມີປະສິດທິພາບໃນການຄວບຄຸມໂຄວິດ