ຜູ້ຕິດເຊື້ອໂຄວິດກາຍພັນຢູ່ອາຟຣິກາເພີ່ມຂຶ້ນຕໍ່ເນື່ອງ
ສຳນັກຂ່າວຕ່າງປະເທດລາຍງານວ່າ: ສະຖານະການໂຄວິດ-19 ຢູ່ອາຟຣິກາໃຕ້ຂ້ອນຂ້າງວິກິດ, ຫລ້າສຸດມີລາຍງານພົບຜູ້ຕິດເຊື້ອໂຄວິດໃໝ່ແຕ່ລະມື້ເພີ່ມຂຶ້ນຢ່າງວ່ອງໄວ ຈາກຕົ້ນເດືອນທັນວາພົບຜູ້ຕິດເຊື້ອໜ້ອຍກວ່າ 3 ພັນຄົນຕໍ່ວັນ, ແຕ່ຕອນນີ້ມີຜູ້ຕິດເຊື້ອຫລາຍກວ່າ 9,5 ພັນຄົນຕໍ່ວັນ ໃນໄລຍະເວລາສາມອາທິດ.
ນອກຈາກນີ້ຍັງມີຜູ້ຕິດເຊື້ອເຂົ້າຮັບການປິ່ນປົວຢູ່ໂຮງໝໍຫລາຍກວ່າ 8,5 ພັນຄົນຕໍ່ວັນ ເຊິ່ງຕົວເລກສູງກວ່າການລະບາດຮອບທຳອິດ, ສ່ວນຜູ້ເສຍຊີວິດກໍເພີ່ມສູງຂຶ້ນແຕ່ລະວັນເຊັ່ນດຽວກັນ ຈາກ 93 ຄົນຕໍ່ວັນ ຫລ້າສຸດເປັນ 339 ຄົນຕໍ່ວັນ.
Cyril Ramaphosa ປະທານາທິບໍດີອາຟຣິກາໃຕ້ ລະບຸວ່າ: ຈະບໍ່ມີການລັອກດາວຢ່າງເຂັ້ມງວດ, ແຕ່ໄດ້ໃຫ້ຮ້ານບັນເທີງປິດກ່ອນເວລາ ລວມທັງຫລຸດຈຳນວນຊົ່ວໂມງຈຳໜ່າຍເຄື່ອງດື່ມແອລກໍຮໍ ແລະ ປິດຫາດຊາຍຍອດນິຍົມໃນຊ່ວງເທສະການສຳຄັນ.
ທັງນີ້, ອາຟຣິກາໃຕ້ໄດ້ຮັບຜົນກະທົບຈາກການລະບາດຂອງໂຄວິດຫລາຍກວ່າປະເທດອື່ນໆໃນທະວີບດຽວກັນ, ຫລ້າສຸດມີຜູ້ຕິດເຊື້ອ 9,4 ແສນຄົນ ແລະ ມີຜູ້ເສຍຊີວິດແລ້ວຫລາຍກວ່າ 2,5 ໝື່ນຄົນ.
ເມື່ອທ້າຍອາທິດຜ່ານມາ ມີການປະກາດວ່າພົບໂຄວິດກາຍພັນໃໝ່ ເອີ້ນວ່າ: 501.V2 ເຊິ່ງເຊື່ອວ່າໂຄວິດກາຍພັນນີ້ຈະເປັນສາຍພັນທີ່ຮຸນແຮງກວ່າໂຄວິດສາຍພັນໃໝ່ຂອງອັງກິດ.