ອັງກິດຢືນຢັນ ພົບ 2 ຄົນຕິດໂຄວິດ-19 ສາຍພັນໃໝ່ຈາກອາຟຣິກາໃຕ້

ອັງກິດຢືນຢັນ ພົບ 2 ຄົນຕິດໂຄວິດ-19 ສາຍພັນໃໝ່ຈາກອາຟຣິກາໃຕ້ - newFile - ອັງກິດຢືນຢັນ ພົບ 2 ຄົນຕິດໂຄວິດ-19 ສາຍພັນໃໝ່ຈາກອາຟຣິກາໃຕ້
ອັງກິດຢືນຢັນ ພົບ 2 ຄົນຕິດໂຄວິດ-19 ສາຍພັນໃໝ່ຈາກອາຟຣິກາໃຕ້ - kitchen vibe - ອັງກິດຢືນຢັນ ພົບ 2 ຄົນຕິດໂຄວິດ-19 ສາຍພັນໃໝ່ຈາກອາຟຣິກາໃຕ້

ທ່ານ ​ແມດ ​ແຮນ​ຄ໊ອກ ລັດຖະມົນຕີ​ສາທາລະນະ​ສຸກ​ແຫ່ງ​ອັງກິດ ປະກາດ​ຢືນຢັນ​ການກວດ​ພົບ 2 ຜູ້​ຕິດ​ໂຄ​ວິດ-19 ສາຍ​ພັນ​ໃໝ່ຈາກ​ອາ​ຟຣິກາ​ໃຕ້​ໃນ​ນະຄອນຫລວງ​ລອນ​ດອນ ​ແລະ ທາງ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ອັງກິດ ​ໃນ​ວັນ​ທີ 22 ທັນວາ ​ໂດຍ​ທັງ 2 ກໍລະນີ ພົບ​ການ​ຕິດ​ຕໍ່​ກັບ​ບຸກຄົນ​ທີ່​ເດີນທາງ​ມາ​ຈາກ​ອາ​ຟຣິກາ​ໃຕ້.

​ໂດຍ​ພາຍຫລັງ​ການກວດ​ພົບ​ກໍລະນີ​ຕິດ​ເຊື້ອດັ່ງກ່າວ, ທາງ​ການ​ອັງກິດ​ໄດ້​ປະກາດ​ໂຈະ​ການ​ເດີນທາງ​ກັບ​ອາ​ຟຣິກາ​ໃຕ້ ​ເຊິ່ງ​ໃຜ​ທີ່​ເດີນທາງ​ໄປ​ອາ​ຟຣິກາ​ໃຕ້​ໃນ​ໄລຍະ 14 ວັນ​ຜ່ານ​ມາ ຫລື ມີ​ການ​ຕິດ​ຕໍ່​ກັບ​ບຸກຄົນທີ່​ມາ​ຈາກ​ອາ​ຟຣິກາ​ໃຕ້ ຈະ​ຕ້ອງ​ກັກ​ຕົວ​ທັນທີ.

ອັງກິດຢືນຢັນ ພົບ 2 ຄົນຕິດໂຄວິດ-19 ສາຍພັນໃໝ່ຈາກອາຟຣິກາໃຕ້ - Visit Laos Visit SALANA BOUTIQUE HOTEL - ອັງກິດຢືນຢັນ ພົບ 2 ຄົນຕິດໂຄວິດ-19 ສາຍພັນໃໝ່ຈາກອາຟຣິກາໃຕ້
ອັງກິດຢືນຢັນ ພົບ 2 ຄົນຕິດໂຄວິດ-19 ສາຍພັນໃໝ່ຈາກອາຟຣິກາໃຕ້ - Visit Laos Visit SALANA BOUTIQUE HOTEL - ອັງກິດຢືນຢັນ ພົບ 2 ຄົນຕິດໂຄວິດ-19 ສາຍພັນໃໝ່ຈາກອາຟຣິກາໃຕ້

ສຳລັບ​ໂຄ​ວິດ-19 ສາຍ​ພັນ​ໃໝ່​ຈາກ​ອາ​ຟຣິກາ​ໃຕ້ ມີ​ຊື່​ເອີ້ນ​ວ່າ: ສາຍ​ພັນ 501.V2 ພົບ​ຄັ້ງທຳ​ອິດ​ຢູ່​ບໍລິ​ເວນ​ອ່າວ​ເນລສັນ ​ແມນ​ເດ​ລາ ​ໃນ​ອາ​ຟຣິກາ​ໃຕ້ ​ເມື່ອ​ຕົ້ນ​ເດືອນ​ຕຸລາ​ຜ່ານ​ມາ ​ໂດຍ​ຜູ້​ຊ່ຽວຊານ​ປະ​ເມີນ​ວ່າ: ມີ​ປະສິດທິພາບ​ໃນ​ການ​ແຜ່​ລະບາດ​ໄດ້​ສູງ​ເຖິງ 80-90% ​ເຊິ່ງສູງ​ກວ່າ​ເຊື້ອ​ໂຄ​ວິດ-19 ສາຍ​ພັນ​ໃໝ່ B117 ທີ່​ກຳລັງ​ລະບາດ​ຢູ່​ອັງກິດ ທີ່​ມີ​ປະສິດທິພາບ​ໃນ​ການລະບາດ​ປະມານ 70%.

ຂະນະ​ທີ່ ສາ​ສະ​ດາ​ຈານ ຣີລ ​ເຟີ​ກູ​ສັນ ຜູ້​ຊ່ຽວຊານ​ຈາກ​ມະຫາວິທະຍາ​ໄລ​ອິມພີຣຽວ ຄໍ​ເລັກ ລອນ​ດອນ ສະ​ແດງ​ຄວາມ​ເຫັນ​ໃນ​ທິດ​ທາງ​ດຽວ​ກັນ​ວ່າ: ສິ່ງ​ທີ່​ໜ້າ​ກັງວົນ​ຂອງ​ຊາວ​ອັງກິດ​ໃນ​ຕອນ​ນີ້​ຄື ​ໄວຣັສກາຍພັນ​ທີ່​ມາ​ຈາກ​ອາ​ຟຣິກາ​ໃຕ້.

ທາງ​ດ້ານ​ກະຊວງ​ສາທາລະນະ​ສຸກ​ອາ​ຟຣິກາ​ໃຕ້​ເຕືອນ​ອັນຕະລາຍ​ຈາກ​ໄວຣັສກາຍພັນ​ຊະນິດ​ນີ້​ວ່າ: ​ເປັນ​ອັນຕະລາຍ​ຮ້າຍ​ແຮງ​ກວ່າ​ສຳລັບ​ປະຊາຊົນ​ທີ່​ອາຍຸນ້ອຍ ​ແລະ ສຸຂະພາບ​ແຂງ​ແຮງ ​ເຊິ່ງບາງ​ຄົນ​ພົບ​ວ່າ: ບໍ່​ສະບາຍ​ອາການ​ໜັກ​ຢ່າງ​ວ່ອງ​ໄວ. ຂະນະ​ທີ່​ນັກວິທະຍາສາດ​ຢູ່​ອາ​ຟຣິກາ​ໃຕ້​ລະບຸ​ວ່າ: ​ໂຄ​ວິດ-19 ສາຍ​ພັນ​ໃໝ່​ນີ້​ກຳລັງ​ແຜ່​ລະບາດ​ໃນ​ຫລາຍ​ພື້ນທີ່​ຂອງ​ປະ​ເທດ ​ແລະ ຫລ້າ​ສຸດ​ລັດຖະບານ​ອາ​ຟຣິກາ​ໃຕ້​ໄດ້​ສັ່ງ​ເຂັ້ມງວດ​ມາດ​ຕະການ​ປ້ອງ​ກັນ​ການ​ແຜ່​ລະບາດ​ໃນ​ໄລຍະ​ທ້າຍ​ປີ ລວມທັງ​ການ​ປິດ​ຫາດ​ຊາຍ​ທີ່​ມີ​ນັກ​ທ່ອງ​ທ່ຽວ​ໄປ​ລວມຕົວ​ກັນ​ຈຳນວນ​ຫລາຍ​ແລ້ວ.

ອັງກິດຢືນຢັນ ພົບ 2 ຄົນຕິດໂຄວິດ-19 ສາຍພັນໃໝ່ຈາກອາຟຣິກາໃຕ້ - 4 - ອັງກິດຢືນຢັນ ພົບ 2 ຄົນຕິດໂຄວິດ-19 ສາຍພັນໃໝ່ຈາກອາຟຣິກາໃຕ້
ອັງກິດຢືນຢັນ ພົບ 2 ຄົນຕິດໂຄວິດ-19 ສາຍພັນໃໝ່ຈາກອາຟຣິກາໃຕ້ - 3 - ອັງກິດຢືນຢັນ ພົບ 2 ຄົນຕິດໂຄວິດ-19 ສາຍພັນໃໝ່ຈາກອາຟຣິກາໃຕ້
ອັງກິດຢືນຢັນ ພົບ 2 ຄົນຕິດໂຄວິດ-19 ສາຍພັນໃໝ່ຈາກອາຟຣິກາໃຕ້ - 5 - ອັງກິດຢືນຢັນ ພົບ 2 ຄົນຕິດໂຄວິດ-19 ສາຍພັນໃໝ່ຈາກອາຟຣິກາໃຕ້