ໂຄງການກໍ່ສ້າງໂຮງໝໍມະໂຫສົດໄລຍະທຳອິດ ຈະໃຫ້ສຳເລັດ ແລະ ເປີດນຳໃຊ້ໃນຕົ້ນປີໜ້າ

ຫົວໜ້າຝ່າຍເຕັກນິກໂຄງການກໍ່ສ້າງໂຮງໝໍມະໂຫສົດ ໄດ້ລາຍງານຕໍ່ສື່ມວນຊົນລາວ-ຈີນ ໃນວັນທີ 23 ທັນວານີ້ວ່າ: ໂຄງການກໍ່ສ້າງໂຮງໝໍມະໂຫສົດ ຊຶ່ງເປັນໂຄງການຫນຶ່ງທີ່ໄດ້ຮັບທຶນຊ່ວຍເຫລືອລ້າຈາກລັດຖະບານຈີນ ໃນມູນຄ່າທັງໝົດຫລາຍກວ່າ 592 ລ້ານຢວນ, ມີເນື້ອທີ່ປຸກສ້າງ 54.792 ຕາແມັດ ໂດຍແມ່ນບໍລິສັດ ຈູ້ຈົົງປັກກິ່ງ ຈໍາກັດ ເປັນຜູ້ເໝົາກໍ່ສ້າງ ໂດຍໄດ້ນຳໃຊ້ກໍາມະກອນຢູ່ໃນພາກສະໜາມປະມານ 420 ຄົນ, ໃນນັ້ນ ມີຄົນລາວກວມຫລາຍກວ່າ 50% ເຊິ່ງການກໍ່ສ້າງໄດ້ແບ່ງເປັນສອງໄລຍະ ແລະ ຄາດວ່າໄລຍະທີຫນຶ່ງຈະໃຫ້ສຳເລັດໃນເດືອນກຸມພາ 2021 ທີ່ຈະມາເຖິງ.
ທ່ານຫົວຫນ້າຝ່າຍເຕັກນິກ Wang Zhi Gang ໃຫ້ຮູ້ວ່າ: ການກໍ່ສ້າງໄດ້ເລີ່ມມາແຕ່ເດືອນ ພະຈິກ 2018 ລວມມີ: ການກໍ່ສ້າງພາກສ່ວນໃຕ້ດິນ, ອາຄານນອນຄົນເຈັບ 8 ຊັ້ນ ແລະ ອາຄານຊຶມເຊື້ອ 4 ຊັ້ນ ແມ່ນໄດ້ສຳເລັດແລ້ວ 80% ແລະ ປັດຈຸບັນຢູ່ໃນໄລຍະການຕົບແຕ່ງພາຍໃນ ເປັນຕົ້ນລະບົບໄຟຟ້າ, ແອ, ລະບົບລະບາຍອາກາດ, ລະບົບແຈ້ງເຕືອນ ແລະ ດັບເພີງສຸກເສີນ, ພ້ອມລະບົບນ້ຳ. ຄາດວ່າຈະໃຫ້ສໍາເລັດ 100% ໃນເດືອນກຸມພາ 2021 ທີ່ຈະມາເຖິງນີ້. ສ່ວນໄລຍະທີ 2 ແມ່ນຈະເລີ່ມກໍ່ສ້າງໃນເດືອນເມສາ 2021 ເຊິ່ງລວມມີພາກສ່ວນໃຕ້ດິນທີ່ຍັງເຫລືອ, ອາຄານບໍລິຫານ ແລະ ວິຊາການ, ອາຄານເຕັກນິກການແພດ ແລະ ຄາດວ່າຈະໃຊ້ເວລາການກໍ່ສ້າງປະມານ 12 ເດືອນໃຫ້ສໍາເລັດ.
ທ່ານ Wang Zhi Gang ໃຫ້ຮູ້ອີກວ່າ: ໃນຕົວຈິງການກໍ່ສ້າງໄລຍະທຳອິດແມ່ນຊັກຊ້າກວ່າກຳນົດຫລາຍມື້ ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ການນຳເຂົ້າວັດຖຸອຸປະກອນ ແລະ ເຄື່ອງມືຕ່າງໆ ພ້ອມດ້ວຍກຳມະກອນ ແລະ ວິຊາການທີ່ມາຈາກ ສປ ຈີນ ຈຳນວນໜຶ່ງເຂົ້າມາລາວບໍ່ໄດ້, ແຕ່ເຖິງຢ່າງໃດ ບໍລິສັດຜູ້ຮັບເຫມົາກໍໄດ້ສຸມກຳລັງເຂົ້າພາກສະໜາມ ເພື່ອຍາດເວລາເຮັດໃຫ້ໂຄງການສໍາເລັດ ແລະ ໄດ້ເປີດນໍາໃຊ້ທັນຕາມກຳນົດ. ພ້ອມກັນນີ້, ກໍຍັງໄດ້ຮັບການສະໜັບສະໜູນ ຈາກລັດຖະບານລາວຫລາຍຢ່າງ ໂດຍສະເພາະແມ່ນການອອກວີຊາໃຫ້ກຳມະກອນຈີນ ແລະ ຊ່ວຍເຫລືອເຂດກັກໂຕ, ສົ່ງແພດໝໍມາປະຈຳຢູ່ພາກສະໜາມ ເພື່ອແທກອຸນຫະພູມ ແລະ ຕິດຕາມກວດກາສະພາບຕົວຈິງ ພ້ອມອຳນວຍຄວາມສະດວກໃນການນຳເຂົ້າວັດສະດຸກໍ່ສ້າງໄດ້ທັນເວລາ. ຖ້າການກໍ່ສ້າງສຳເລັດສົມບູນແລ້ວ ໂຮງຫມໍແຫ່ງນີ້ຈະກາຍເປັນໂຮງໝໍໃຫຍ່ມີມາດຕະຖານສູງ ແລະ ທັນສະໄໝທີ່ສຸດໃນປະເທດລາວ. ພ້ອມທັງຈະເປັນສູນການຝຶກອົບຮົມ ແລະ ຄົ້ນຄວ້າວິທະຍາການແພດທີ່ສໍາຄັນອີກດ້ວຍ.