EVA Air ໄລ່ນັກບິນຜູ້ແຜ່ໂຄວິດ-19 ອອກ ຕົ້ນຕໍການລະບາດຢູ່ໄຕ້ຫວັນ
ສາຍການບິນ EVA Air ໄລ່ນັກບິນຊາວນິວຊີແລນ ຕົ້ນຕໍການແຜ່ເຊື້ອໂຄວິດ-19 ອອກ, ຊີ້ບໍ່ປະຕິບັດຕາມຂໍ້ບັງຄັບ. ຂະນະທີ່ທາງການທ້ອງຖິ່ນສັ່ງປັບໄໝ 300.000 ໂດລາໄຕ້ຫວັນ.
ເວັບໄຊ BBC ລາຍງານວ່າ: ສາຍການບິນ EVA Air ມີຄຳສັ່ງປົດນັກບິນຊາວນິວຊີແລນ ເຊິ່ງເປັນຕົ້ນຕໍການແຜ່ເຊື້ອໂຄວິດ-19 ຈົນເຮັດໃຫ້ມີການລະບາດໃນໄຕ້ຫວັນເປັນຄັ້ງທຳອິດໃນຮອບກວ່າ 8 ເດືອນແລ້ວ ໂດຍສາຍການບິນ EVA Air ລະບຸວ່າ: ນັກບິນຄົນນີ້ລະເມີດຫລັກການບິນ ໂດຍສະເພາະບໍ່ຍອມໃສ່ຜ້າປິດປາກ-ດັງພາຍໃນຫ້ອງນັກບິນ ທັງທີ່ຢູ່ລະຫວ່າງການບິນມີອາການໄອເປັນໄລຍະ ຈົນເຮັດໃຫ້ນັກບິນອີກ 2 ຄົນຕິດເຊື້ອໄປນຳ.
ລາຍງານລະບຸວ່າ: ນອກຈາກພຶດຕິກຳຂອງນັກບິນຄົນນີ້ທີ່ບໍ່ຍອມໃສ່ຜ້າປິດປາກ-ດັງລະຫວ່າງມີການບິນແລ້ວ ຍັງປົກປິດປະຫວັດການເດີນທາງ ເຊິ່ງພົບພາຍຫລັງວ່າ ເດີນທາງໄປຫລາຍສະຖານທີ່ ລວມທັງຫ້າງສັບພະສິນຄ້າຢ່າງໜ້ອຍ 2 ແຫ່ງ ແລະ ໃກ້ຊິດຜູ້ຍິງອາຍຸ 30 ປີ ເຊິ່ງຖືກລະບຸວ່າເປັນຜູ້ຕິດເຊື້ອໂຄວິດ-19 ໃນໄຕ້ຫວັນຄົນທຳອິດໃນຮອບກວ່າ 8 ເດືອນ.
ກ່ອນໜ້ານີ້ ນັກບິນຄົນດັ່ງກ່າວຖືກສັງຄົມໄຕ້ຫວັນວິຈານຢ່າງຮຸນແຮງ ໂດຍບາງສ່ວນປຽບທຽບວ່າ: ນັກບິນຄົນນີ້ເປັນສັດຕູຕໍ່ສາທາລະນະ. ຂະນະທີ່ທາງການທ້ອງຖິ່ນຂອງໄຕ້ຫວັນມີຄຳສັ່ງປັບໄໝນັກບິນຄົນດັ່ງກ່າວເປັນເງິນ 300.000 ໂດລາໄຕ້ຫວັນ ເນື່ອງຈາກຝ່າຝືນການແຈ້ງປະຫວັດກິດຈະກຳ ແລະ ຜູ້ສຳຜັດໃກ້ຊິດຕໍ່ເຈົ້າໜ້າທີ່.