ປີໃໝ່ຂໍໃຫ້ມີໂຊກມີໄຊໃນທຸກທົ່ວໜ້າ

ສະບາຍດີເພື່ອນຜູ້ອ່ານທີ່ຮັກແພງ, ຍັງອີກບໍ່ຮອດເທົ່າໃດມື້ ປີ ເກົ່າ 2020 ກໍຈະໝົດໄປ ແລະ ປີໃໝ່ 2021 ກໍຈະມາທົດແທນ, ທຸກຄົນຈະມີອາຍຸເພີ່ມຂຶ້ນອີກ 1 ປີ, ເອົາລະອາຍຸສັງຂານເປັນພຽງຕົວເລກ, ສິ່ງສຳຄັນແມ່ນກ້າວເຂົ້າສູ່ປີໃໝ່ທຸກຄົນຂໍໃຫ້ມີໂຊກມີໄຊ, ມີຄວາມສຸກໃນຊີວິດ ແລະ ປະສົບຜົນສຳເລັດໃນວຽກງານໃຫ້ເຕີບໃຫຍ່ຂະຫຍາຍຕົວກວ່າເກົ່າ. ແຕ່ແລ້ວ, ດັ່ງບູຮານ ເພິ່ນວ່າຢາກເຫັນໜ້າໃຫ້ເບິ່ງຫລັງ. ດັ່ງນັ້ນພວກເຮົາກໍຕ້ອງຮູ້ຫລຽວເບິ່ງຄືນຫລັງຂອງຕົນເບິ່ງວ່າປີເກົ່າຜ່ານມາພວກເຮົາເຮັດຫຍັງໄດ້ແດ່, ມີອັນໃດດີເພື່ອ ຈະສົ່ງເສີມ ແລະ ອັນໃດຍັງເປັນຈຸດອ່ອນຂາດຕົກບົກຜ່ອງ ພວກເຮົາກໍຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂ, ການເຮັດວຽກເຮັດງານແບບແປະໆບາງໆບໍ່ມີຜົນສຳເລັດຫຍັງກໍຈະຕ້ອງໄດ້ປ່ຽນແປງບຸກບືນໃນປີໃໝ່ ເພື່ອໃຫ້ໄດ້ຮັບໂຊກຮັບໄຊດັ່ງຄຳປາຖະໜາ.
ຖ້າເວົ້າໃນວຽກມະຫາພາກແລ້ວກໍຍິ່ງມີຄວາມສຳຄັນ, ທີ່ທັງຊາດເຮົາຈະຕ້ອງໄດ້ສຳຫລວດກວດກາຕົນເອງໂດຍສະເພາະແມ່ນການຈັດຕັ້ງປະຕິບັດແນວທາງນະໂຍບາຍຕ່າງໆທີ່ລັດຖະບານເຮົາວາງອອກ, ອັນພົນເດັ່ນກໍແມ່ນນະໂຍບາຍປະຢັດ ທີ່ນາຍົກລັດຖະມົນຕີໄດ້ອອກຄຳສັ່ງແນະນຳຕື່ມວ່າ ເຮົາເຮັດ ໄດ້ດີແລ້ວບໍ່ເລື່ອງການປະຢັດລາຍຈ່າຍງົບປະມານ ຫລື ການຕ້ານພະຍາດອະຍາສິດຫລິ້ນກິນຟຸມເຟືອຍ ຍັງມີປະກົດການໃຫ້ເຫັນບໍ່ຕໍ່ມາກໍແມ່ນເລື່ອງຮັບປະກັນຄວາມໂປ່ງໃສໃນຖັນແຖວສະມາຊິກພັກ, ພະນັກງານ ແລະ ຕ້ານການສໍ້ລາດບັງຫລວງວ່າເຮົາເຮັດໄດ້ແນວໃດ, ມີອັນໃດຈະຕ້ອງໄດ້ເພີ່ມທະວີປັບປຸງແກ້ໄຂ.
ພ້ອມນັ້ນກໍແມ່ນເລື່ອງຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມເຮັດໄດ້ດີແລ້ວບໍ່, ໂດຍສະເພາະບັນຫາຢາເສບຕິດ, ໄພສັງຄົມ, ສະພາບຂີ່ລັກງັດແງະ, ບັນຫາອຸປະຕິເຫດ, ເຊິ່ງເປັນວຽກທີ່ພັກ ແລະ ລັດຖະບານເຮົາຍາມໃດກໍໄດ້ກ່າວເຕືອນໃຫ້ສັງຄົມເປັນເຈົ້າການຮ່ວມກັນແກ້ໄຂໃຫ້ຕົກໄປນັ້ນກໍຕ້ອງໄດ້ຖອດຖອນບົດຮຽນເພື່ອປີໃໝ່ນີ້ພວກເຮົາຈະຕ້ອງໃຫ້ມີອັນໃໝ່ຕາມຄວາມມຸງມາດປະຖະໜາຂອງທົ່ວປວງ ຊົນລາວທັງຊາດ.