ໄນຈີເຣຍພົບໂຄວິດສາຍພັນໃໝ່ ຕ່າງຈາກທີ່ພົບຢູ່ອັງກິດ-ອາຟຣິກາໃຕ້
ໄນຈີເຣຍພົບໄວຣັສໂຄວິດ-19 ສາຍພັນໃໝ່ໃນປະເທດ ໂດຍເປັນຄົນລະຊະນິດທີ່ພົບໃນອັງກິດກັບອາຟຣິກາໃຕ້ກ່ອນໜ້ານີ້, ເຈົ້າໜ້າທີ່ກຳລັງກວດສອບວ່າເຮັດໃຫ້ລະບາດໄວຂຶ້ນ ຫລື ບໍ່.
ສຳນັກຂ່າວ AP ລາຍງານວ່າ: ທ່ານ ຈອນ ເອັນເຄນກາຊອງ ຜູ້ອຳນວຍການສູນຄວບຄຸມ ແລະ ປ້ອງກັນພະຍາດແຫ່ງອາຟຣິກາ (ACDC) ເປີດເຜີຍໃນການຖະແຫລງຂ່າວຢູ່ນະຄອນຫລວງແອດດິສອາບາບາ ໃນວັນທີ 24 ທັນວາຜ່ານມາວ່າ: ພົບໄວຣັສໂຄວິດ-19 ສາຍພັນໃໝ່ປາກົດໃນປະເທດໄນຈີເຣຍ ໂດຍເປັນເຊື້ອຄົນລະຊະນິດກັບໄວຣັສສາຍພັນໃໝ່ທີ່ພົບໃນອັງກິດ ແລະ ອາຟຣິກາໃຕ້.
ທ່ານ ເອັນແຄນກາຊອງ ລະບຸວ່າ: ໄວຣັສພັນໃໝ່ດັ່ງກ່າວ ເຊິ່ງມີຊື່ວ່າ: “P681H” ຖືກພົບໃນຕົວຢ່າງຈາກຄົນໄຂ້ 2 ຄົນທີ່ເກັບຈາກລັດໂອຊຸນ ເມື່ອວັນທີ 3 ສິງຫາ ກັບ 9 ຕຸລາ ເຊິ່ງການຄົ້ນພົບເຮັດໃຫ້ພວກເຂົາຕ້ອງຈັດກອງປະຊຸມສຸກເສີນ ໂດຍໃນອາທິດຜ່ານມາ ໄນຈີເຣຍພົບຜູ້ຕິດເຊື້ອໄວຣັສໂຄໂຣນາເພີ່ມຂຶ້ນ 52%, ສ່ວນຢູ່ອາຟຣິກາໃຕ້ເພີ່ມຂຶ້ນ 40%, ແຕ່ມາຮອດຕອນນີ້ຍັງບໍ່ມີຫລັກຖານວ່າໄວຣັສສາຍພັນໃໝ່ມີສ່ວນເຮັດໃຫ້ການລະບາດຢູ່ໄນຈີເຣຍເພີ່ມຂຶ້ນ ຕ່າງຈາກສາຍພັນໃນອັງກິດ ແລະ ອາຟຣິກາໃຕ້.
ທ່ານ ເອັນແຄນກາຊອງ ກ່າວອີກວ່າ: ຕອນນີ້ CDC ຂອງໄນຈີເຣຍ ກັບສູນເພື່ອການສຶກສາຈີໂນມໄວຣັສພະຍາດຕິດຕໍ່ໃນໄນຈີເຣຍ ກຳລັງສຶກສາຕົວຢ່າງເພີ່ມຕື່ມ “ຂໍເວລາ ນີ້ຍັງເປັນພຽງຂັ້ນທຳອິດເທົ່ານັ້ນ”.
ທັງນີ້, ໄນຈີເຣຍມີປະຊາກອນຫລາຍກວ່າ 200 ລ້ານຄົນ ຫລາຍທີ່ສຸດໃນທະວີບອາຟຣິກາ, ແຕ່ພວກເຂົາພົບຜູ້ຕິດເຊື້ອໂຄວິດ-19 ໜ້ອຍກວ່າປະເທດອື່ນໆໃນພາກພື້ນດຽວກັນ ໂດຍມີຜູ້ຕິດເຊື້ອສະສົມປະມານ 80.000 ຄົນ ແລະ ເສຍຊີວິດປະມານ 1.200 ຄົນ.