ບັນຫາຮ້ານກິນດື່ມໃກ້ສະຖານທີ່ການສຶກສາຍັງແກ້ບໍ່ຕົກ

ບັນຫາຮ້ານກິນດື່ມໃກ້ສະຖານທີ່ການສຶກສາຍັງແກ້ບໍ່ຕົກ - 25111111 - ບັນຫາຮ້ານກິນດື່ມໃກ້ສະຖານທີ່ການສຶກສາຍັງແກ້ບໍ່ຕົກ
ບັນຫາຮ້ານກິນດື່ມໃກ້ສະຖານທີ່ການສຶກສາຍັງແກ້ບໍ່ຕົກ - kitchen vibe - ບັນຫາຮ້ານກິນດື່ມໃກ້ສະຖານທີ່ການສຶກສາຍັງແກ້ບໍ່ຕົກ

ສະບາຍດີເພື່ອນຜູ້ອ່ານທີ່ຮັກແພງ, ກໍນັບວ່ານັກໃຈຕໍ່ຜູ້ມີຄຳສັ່ງ ແລະ ຢາກສະກັດກັ້ນສິ່ງບໍດີບໍຈົບບໍ່ງາມຕ່າງໆໃນສັງຄົມ, ແຕ່ກໍຈົນຕາແຈໃນເມື່ອຜູ້ອື່ນບໍ່ໃຫ້ການຮ່ວມມືນຳ, ກໍດັ່ງຄຳສັ່ງເດັດຂາດໃຫ້ເລີກຮືຮ້ານກິນດື່ມບັນເທີງຕ່າງໆຢູ່ໃກ້ສະຖາບັນການສຶກສາໃຫ້ໝົດໄປ, ແຕ່ເຖິງແມ່ນວ່າລັດຖະບານຈະມີຄຳສັ່ງເດັດຂາດຕໍ່ການເລີກຮື້ຮ້ານກິນດື່ມບັນເທີງຢູ່ໃກ້ສະຖາບັນການສຶກສາໃນວົງລັດສະໝີ 500 ແມັດມາເປັນ ເວລາຫຼາຍເດືອນແລ້ວແຕ່ກໍ່ຍັງເຫັນມີຫຼາຍຮ້ານເປີດໃຫ້ບໍລິການ ຢູ່. ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວນະຄອນຫຼວງຊີ້ແຈງມີຫຼາຍກໍລະນີເປັນເຫດຜົນບໍ່ສາມາດຮື້ຖອນໄດ້.

ການແກ້ໄຂເລີກຮື້ບັນດາຮ້ານກິນດື່ມ-ບັນເທີງຕ່າງໆຍັງເປັນປິດສະຫນາຄາໃຈຫຼາຍຄົນວ່າເປັນຫຍັງກະຊວງສຶກສາທິການ ແລະ ກິລາໄດ້ອອກຄຳສັ່ງເດັດຂາດຫາກຕັ້ງຢູ່ໃກ້ສະຖາບັນການສຶກສາໃນວົງລັດສະໝີ 500 ແມັດແມ່ນໃຫ້ເລີກຮື້. ຜ່ານມາຫຼາຍເດືອນແລ້ວການສະກັດກັ້ນແກ້ໄຂສິ່ງຫຍໍ້ທໍ້ນີ້ຍັງບໍ່ມີປະສິດທິຜົນເທົ່າທີ່ຄວນ, ຫລາຍບ່ອນຍັງບໍ່ສາມາດເລີກຮື້ໄດ້ ແລະ ສືບຕໍ່ເປັນໄພຂົ່ມຂູ່ຕໍ່ນັກຮຽນນັກ ສຶກສາໃນບໍລິເວນໃກ້ຄຽງນັ້ນ.

ບັນຫາຮ້ານກິນດື່ມໃກ້ສະຖານທີ່ການສຶກສາຍັງແກ້ບໍ່ຕົກ - Visit Laos Visit SALANA BOUTIQUE HOTEL - ບັນຫາຮ້ານກິນດື່ມໃກ້ສະຖານທີ່ການສຶກສາຍັງແກ້ບໍ່ຕົກ
ບັນຫາຮ້ານກິນດື່ມໃກ້ສະຖານທີ່ການສຶກສາຍັງແກ້ບໍ່ຕົກ - Visit Laos Visit SALANA BOUTIQUE HOTEL - ບັນຫາຮ້ານກິນດື່ມໃກ້ສະຖານທີ່ການສຶກສາຍັງແກ້ບໍ່ຕົກ

ຕໍ່ບັນຫາດັ່ງກ່າວກໍ່ໄດ້ມີການແຕ່ງຕັ້ງຄະນະສະເພາະກິດຂັ້ນນະຄອນຫຼວງ ແລະ ເມືອງລົ່ງໄກ່ເກ່ຍສຶກສາອົບຮົມແລະຕຽມປິດບັນດາຮ້ານທີ່ມີການລະເມີດເຊັ່ນ: ເປີດຮ້ານກາຍເວລາທີ່ທາງການກໍານົດ, ການປ່ອຍໃຫ້ຜູ້ ມີອາຍຸຕໍ່າກ່ວາ 18 ປີເຂົ້າໃຊ້ບໍລິການ, ການໃຊ້ສຽງດັງເກີນຂອບເຂດ, ຮ້ານບໍລິການໂສເພນີຕ່າງໆ.ສ່ວນຮ້ານກິນດື່ມບັນເທີງໃກ້ສະຖາບັນການສຶກສາແມ່ນໄດ້ນໍາເອົາເນື້ອໃນຄຳສັ່ງດັ່ງກ່າວລົງໄປເຜີຍແຜ່ ແລະ ໄດ້ມີການຮື້ຖອນໄປຫລາຍຮ້ານ ແລະ ມີບາງຮ້ານບໍ່ທັນສາມາດຮື້ໄດ້ຍ້ອນອີງໃສ່ສັນຍາເຊົ່າຫຼືສໍາປະທານຍັງຫຼາຍປີມີການລົງທຶນຫຼາຍຈິ່ງໂຍະຍານໃຫ້ໝົດກຳນົດເວລາແລ້ວຈຶ່ງຍົກຍ້າຍອອກ, ແຕ່ຕ້ອງໃຫ້ເຂັ້ມງວດຕໍ່ລະບຽບກົດໝາຍ.

ປັດຈຸບັນ, ສະຖາບັນການສຶກສາປາກປາສັກ, ດົງຄຳຊ້າງ, ມະຫາວິທະຍາໄລແຫ່ງຊາດ, ໂຮງຮຽນມັດທະຍົມດອນໜູນ ແລະ ບ່ອນອື່ນໆຍັງປະກົດເຫັນມີຮ້ານກິນດີ່ມ-ບັນເທີງຕັ້ງຢູ່ໃກ້, ເພາະບັນດາຮ້ານກິນດື່ມ-ບັນເທີງ ສ່ວນຫລາຍຈະເປັນບ່ອນມົ້ວສຸມ ສິ່ງມຶນເມົາ,ໄພສັງຄົມອື່ນໆ ຕາມ ມາ, ທັງດຶງດູດນັກຮຽນນັກສຶກ ສາ, ຜູ້ເປັນໄວໜຸ່ມໄປໃນ ທາງ ທີ່ບໍ່ດີ, ຕິດການຫລິ້ນກິນຟຸມ ເຟືອຍ, ປະລະການສຶກສາຮ່ຳ ຮຽນໄປກະທຳໃນທາງທີ່ບໍ່ດີ ຕ່າງໆຕາມມາ.

ບັນຫາຮ້ານກິນດື່ມໃກ້ສະຖານທີ່ການສຶກສາຍັງແກ້ບໍ່ຕົກ - 4 - ບັນຫາຮ້ານກິນດື່ມໃກ້ສະຖານທີ່ການສຶກສາຍັງແກ້ບໍ່ຕົກ
ບັນຫາຮ້ານກິນດື່ມໃກ້ສະຖານທີ່ການສຶກສາຍັງແກ້ບໍ່ຕົກ - 5 - ບັນຫາຮ້ານກິນດື່ມໃກ້ສະຖານທີ່ການສຶກສາຍັງແກ້ບໍ່ຕົກ
ບັນຫາຮ້ານກິນດື່ມໃກ້ສະຖານທີ່ການສຶກສາຍັງແກ້ບໍ່ຕົກ - 3 - ບັນຫາຮ້ານກິນດື່ມໃກ້ສະຖານທີ່ການສຶກສາຍັງແກ້ບໍ່ຕົກ