ປະຊາກອນໜຸ່ມ ແລະ ໄວອອກແຮງງານ ກວມກວ່າ 60% ຂອງພົນລະເມືອງ ລາວ
ໃນວັນທີ 24 ທັນວາ 2020 ທີ່ນະຄອນຫລວງວຽງຈັນ, ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ ໄດ້ເຜີຍ ແຜ່ນະໂຍບາຍແຫ່ງຊາດ ດ້ານປະຊາກອນ ແລະ ການພັດທະນາ (NPDP 2019-2030) ເພື່ອສ້າງເວທີແຫ່ງການຮ່ວມມື ແລະ ການປະສານງານ ໂດຍຜ່ານການຮ່ວມມືຂອງລັດຖະ ບານກັບພາກສ່ວນກ່ຽວຂ້ອງຕ່າງໆ ໃນຫລາຍຂົງເຂດ ເພື່ອແກ້ໄຂບັນຫາປະຊາກອນ ແລະ ເລັ່ງລັດການບັນລຸແຜນດຳເນີນງານຂອງ ກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ (ICPD25) ແລະ ວາລະການພັດທະນາແບບຍືນຍົງຮອດປີ 2030.
ທ່ານ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ການປັບປຸງນະໂຍບາຍດັ່ງກ່າວ ແມ່ນອີງໃສ່ນະໂຍບາຍສະບັບເກົ່າຖືກສ້າງຂຶ້ນມາເປັນເວລາດົນນານແລ້ວ ແລະ ເມື່ອສົມທຽບກັບສະພາບປະຈຸບັນ ເຫັນວ່າມີຫລາຍອັນປ່ຽນ ແປງເປັນຕົ້ນ ສະພາບເສດຖະກິດ-ສັງຄົມ, ສະພາບການພັດທະນາຂອງສາກົນ (SDGs), ການປ່ຽນແປງດ້ານປະຊາກອນ ໂດຍອີງໃສ່ການສຳຫລວດລ່າສຸດ ການສຳຫລວດພົນລະ ເມືອງ ແລະ ທີ່ຢູ່ອາໄສ ປີ 2015 ສະແດງໃຫ້ເຫັນວ່າ ປະຊາກອນລາວ ສ່ວນໃຫຍ່ແມ່ນປະຊາກອນໜຸ່ມ ແລະ ຢູ່ໃນໄວອອກແຮງງານ ກວມເອົາຫລາຍກວ່າ 60% ຂອງພົນລະ ເມືອງທັງໝົດ ແລະ ການຂະຫຍາຍຕົວຂອງປະຊາກອນໜຸ່ມ ຈະຍັງສືບຕໍ່ຂະຫຍາຍຕົວໄປຈົນຮອດປີ 2045, ນີ້ແມ່ນຖືວ່າເປັນໂອກາດດີຂອງ ສປປ ລາວ ທີ່ມີກໍາລັງແຮງງານຊາວໜຸ່ມຄືໄວຜູ້ອອກແຮງງານ ໃນການພັດທະນາເສດຖະກິດ-ສັງຄົມ ໃນຕໍ່ໜ້າ. ນະໂຍບາຍປະຊາກອນ (NPDP) ມີຄວາມສຳຄັນຫລາຍຕໍ່ກັບ ສປປ ລາວ ເນື່ອງຈາກວ່າຈະສາມາດສະໜອງວິທີການແກ້ໄຂ ບັນດາສິ່ງທ້າທາຍທີ່ປະເຊີນ ແລະ ໝູນໃຊ້ທ່າ ແຮງທີ່ສຳຄັນຂອງການປັນຜົນດ້ານປະຊາກອນ (ຜົນປະໂຫຍດດ້ານປະຊາກອນ).
ເປົ້າການພັດທະນາແບບຍືນຍົງຈະບໍ່ສາມາດບັນລຸໄດ້ ຖ້າຫາກວ່າ ແມ່ຍິງ ແລະ ຜູ້ຊາຍທຸກຄົນ, ເດັກຍິງ ແລະ ເດັກຊາຍ ຍັງບໍ່ສາມາດເຊີດຊູກຽດສັກສີ ແລະ ສິດທິມະນຸດຂັ້ນພື້ນຖານຂອງເຂົາເຈົ້າ ເພື່ອຮັບປະກັນສິດທິດ້ານສຸຂະພາບຈະເລີນພັນ ແລະ ສິດທິ ໃນການຈະເລີນພັນຂອງປະຊາຊົນ ໄດ້ຮັບການສົ່ງເສີມຢ່າງເຕັມສ່ວນ, ມີວຽກທີ່ມີກຽດ ແລະ ປະກອບສ່ວນໃຫ້ແກ່ການຂະຫຍາຍຕົວທາງເສດຖະກິດ. ການສ້າງນະໂຍບາຍ ແລະ ການລົງທຶນ ເພື່ອຮັບປະກັນອະນາຄົດນັ້ນຮຽກຮ້ອງໃຫ້ລັດຖະບານນຳໃຊ້ຂໍ້ມູນເພື່ອຮູ້ສັດສ່ວນ, ເພດ, ສະຖານທີ່, ໂຄງສ້າງຂອງກຸ່ມອາຍຸ, ຄວາມຕ້ອງການ, ສິ່ງທ້າທາຍ ແລະ ໂອກາດຕ່າງໆຂອງປະຊາກອນໃນປະຈຸບັນ ແລະ ໃນອະນາຄົດ.
ທ່ານນາງ ມາຣຽມ ເອ ຄານ ຜູ້ຕາງໜ້າອົງການສະຫະປະຊາຊາດ ສຳລັບປະຊາ ກອນ ປະຈຳ ສປປ ລາວ ກ່າວວ່າ: ຊັບພະຍາກອນມະນຸດ ແມ່ນຂຶ້ນກັບການລົງທຶນໃສ່ການສຶກສາລະດັບເໜືອຊັ້ນປະຖົມຂຶ້ນໄປ, ແຕ່ສິ່ງທີ່ເປັນພື້ນຖານກວ່ານັ້ນມັນເລີ່ມຕົ້ນດ້ວຍການລົງທຶນໃສ່ສຸຂະພາບ, ລວມທັງສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. ນີ້ແມ່ນຄວາມຈິງ ໂດຍສະເພາະແມ່ນເປັນຈຸດເລີ່ມຕົ້ນ ຂອງການພັດທະນາທ່າແຮງທາງດ້ານເສດຖະກິດຂອງແມ່ຍິງ ແລະ ເດັກຍິງ; ນະໂຍບາຍປະຊາກອນ ຈະຊ່ວຍໃຫ້ບັນດາຜູ້ວາງນະໂຍບາຍສາມາດຫັນເອົາປະຊາກອນເປັນສູນກາງໃນການພັດທະນາ ແລະ ຮັບປະກັນການລົງທຶນທີ່ຖືກຕ້ອງໃນດ້ານສຸຂະພາບ ແລະ ການສຶກສາ.