ທຳນຽບລັດຖະບານໄທ ສຸ່ມກວດໂຄວິດ-19 ເຈົ້າໜ້າທີ່ 6 ຄົນຜົນເປັນບວກ ກ່ອນສົ່ງກວດເຊື້ອທາງຮູດັງ (SWAB) ອີກ
ວັນທີ 25 ທັນວານີ້, ມີລາຍງານຈາກທຳນຽບລັດຖະບານໄທວ່າ: ເຈົ້າໜ້າທີ່ທຳນຽບລັດຖະບານໄດ້ປະສານກັບໂຮງໝໍໃຫ້ສົ່ງທີມເຈົ້າໜ້າທີ່ມາກວດໂຄວິດ-19 ດ້ວຍຊຸດທົດສອບແບບວ່ອງໄວ (Rapid Test) ລັດຖະກອນ ແລະ ເຈົ້າໜ້າທີ່ໃນທຳນຽບລັດຖະບານ 700 ຄົນ ໂດຍມີການສຸ່ມກວດລັດຖະກອນ ແລະ ເຈົ້າໜ້າທີ່ສຳນັກເລຂາທິການນາຍົກລັດຖະມົນຕີ 350 ຄົນ ໂດຍໃຊ້ວິທີການສຸ່ມກວດກັບລັດຖະກອນທີ່ມີຄວາມສ່ຽງ ມີທັງສຳນັກໂຄສົກສຳນັກງານນາຍົກລັດຖະມົນຕີ, ກອງພິທີການ, ກອງປະສານງານພັກການເມືອງ ແລະ ອື່ນໆ ເຊິ່ງຜົນປາກົດວ່າພົບ 6 ຄົນມີຜົນເປັນບວກ ແຕ່ເປັນການກວດເບື້ອງຕົ້ນ ເຊິ່ງຈະຕ້ອງໄປກວດອີກ ເພື່ອຫາຄວາມແນ່ນອນ ໂດຍການກວດຫາເຊື້ອຈາກຮູດັງ ແລະ ຄໍ (SWAB) ຈຶ່ງຈະມີຜົນແນ່ນອນວ່າຕິດເຊື້ອໂຄວິດ-19 ຫລື ບໍ່ ໂດຍເຈົ້າໜ້າທີ່ທັງ 6 ຄົນໄດ້ໃຫ້ເດີນທາງກັບເຮືອນແລ້ວ.
ເຖິງຢ່າງໃດກໍຕາມ, ໄລຍະທີ່ໂຄວິດ-19 ລະບາດກ່ອນໜ້ານີ້ ເຄີຍມີການສຸ່ມກວດລັກສະນະນີ້ກັບເຈົ້າໜ້າທີ່ສູນບໍລິຫານສະຖານະການການແຜ່ລະບາດຂອງພະຍາດຕິດເຊື້ອໄວຣັສໂຄໂຣນາ 2019 (ໂຄວິດ-19) ພົບວ່າມີຜູ້ຕິດເຊື້ອໃນລັກສະນະດັ່ງກ່າວ, ແຕ່ໄປກວດແບບການກວດຫາເຊື້ອຈາກຮູດັງ ແລະ ຄໍ (SWAB) ມີຜົນເປັນບວກ ບໍ່ໄດ້ຕິດເຊື້ອໂຄວິດ-19. ຂະນະດຽວກັນໃນວັນທີ 26 ທັນວາ ຈະມີເຈົ້າໜ້າທີ່ມາສີດພົ່ນຢາຂ້າເຊື້ອ ແລະ ອົບໂອໂຊນຫ້ອງນັກຂ່າວທັງ 3 ຫ້ອງ.