ຕິດຢາດົມ ລະວັງປອດອັກເສບ
ເມື່ອມີອາການວິນຫົວ, ໜ້າມືດຈະເປັນລົມ ຫລື ມີອາການຕັນດັງ, ຫາຍໃຈໄດ້ບໍ່ໂລ່ງດັງ ຢາດົມມັກຖືກຈັບຂຶ້ນມາເປັນໂຕເລືອກອັນດັບທຳອິດ ເພາະຫລັງຈາກໄດ້ສືບດົມແລ້ວ ອາການຕ່າງໆທີ່ເວົ້າມານັ້ນມັກຈະດີຂຶ້ນ.
ຢາດົມມີ 2 ຊະນິດດ້ວຍກັນ ໄດ້ແກ່ : ຢານຳ້ແອມໂມເນຍ ແລະ ຢານຳ້ທີ່ມີສ່ວນປະສົມຂອງນຳ້ມັນຫອມລະເຫີຍຫລາຍຊະນິດ ເຊັ່ນ : ເມັນທອລ, ກາລະບູນ ເປັນຕົ້ນ ໂດຍເມັນທອລນັ້ນມີກິ່ນຫອມ ເມື່ອສຳຜັດກັບຜິວໜັງກໍຈະເຮັດໃຫ້ຮູ້ສຶກເຢັນ. ສ່ວນກາລະບູນມີກິ່ນຫອມເຢັນ ເຊິ່ງແຕ່ກ່ອນຈະສະກັດຈາກຕົ້ນກາລະບູນ ແຕ່ປັດຈຸບັນໃຊ້ເປັນສານສັງເຄາະ ເນື່ອງຈາກເຮັດໄດ້ງ່າຍ ແລະ ມີລາຄາຖືກກ່ວາການສະກັດຈາກພືດ. ນອກຈາກນີ້, ກາລະບູນຍັງໃຫ້ຄວາມຮູ້ສຶກເຢັນ ເມື່ອສຳຜັດກັບຜິວໜັງຄືກັນກັບເມັນທອລ.
ເສບຕິດຢາດົມເກີດຈາກຫຍັງ ແລະ ອັນຕະລາຍຕໍ່ສຸຂະພາບແນວໃດ ?
ການເສບຕິດຢາດົມ ໂດຍມັກສືບດົມຢາດົມຢູ່ເປັນປະຈຳ ເຖິງຈະບໍ່ໄດ້ມີອາການຕັນດັງ, ວິນຫົວ ຫລື ຈະເປັນວິນນັ້ນ ມີສາເຫດມາຈາກສານເຄມີທີ່ໃຊ້ໃນການຜະລິດບາງຊະນິດ ເຊັ່ນ : ເມັນທອລ ແລະ ກາລະບູນ ທີ່ມີຜົນກະທົບຕໍ່ລະບົບປະສາດ ເຊິ່ງອາດເຮັດໃຫ້ເກີດການເສບຕິດໄດ້, ແຕ່ພຶດຕິກຳການເສບຕິດຢາດົມຈະເປັນຮູບແບບທີ່ໃຊ້ຈົນຕິດເປັນນິໄສ ຫລາຍກ່ວາເປັນອາການທາງຈິດ.
ແນວໃດກໍຕາມ, ການສືບດົມສານເຫລົ່ານີ້ເປັນປະຈຳ ອາດເຮັດໃຫ້ເນື້ອເຍື່ອພາຍໃນດັງທີ່ສຳຜັດກັບກິ່ນທີ່ເຂັ້ມຂຸ້ນເກີດການລະຄາຍເຄືອງໄດ້. ນອກຈາກນີ້, ຫາກສືບດົມເມັນທອລ ຫລື ເກັດຜັກຫອມລາບທີ່ເປັນສ່ວນປະສົມຢູ່ໃນຢາດົມ ໂດຍມີຄວາມເຂັ້ມຂຸ້ນສູງ ແລະ ໃຊ້ຕິດຕໍ່ກັນເປັນປະຈຳ ຍັງອາດເຮັດໃຫ້ເກີດປອດອັກເສບນຳອີກ.
- ວິທີການໃຊ້ຢາດົມທີ່ຖືກຕ້ອງ : ວິທີການໃຊ້ຢາດົມທີ່ຖືກຕ້ອງນັ້ນ ບໍ່ຄວນໃຊ້ໃຫ້ເດັກອາຍຸຕໍ່າກ່ວາ 6 ປີ ໂດຍສາມາດສືບດົມໃກ້ໆໄດ້ ແຕ່ບໍ່ຄວນສຳຜັດກັບດັງໂດຍກົງ ຫລື ບໍ່ຄວນເອົາຫລອດຢາດົມເຂົ້າໄປຄ້າງໄວ້ໃນຮູດັງ ເພາະສານທຸກໂຕອາດເຮັດໃຫ້ເກີດການລະຄາຍເຄືອງໄດ້ເມື່ອສຳຜັດກັບຜິວໜັງ ແລະ ຄວນເກັບຢາດົມໄວ້ໃນອຸນຫະພູມທຳມະດາ ລວມເຖິງເກັບໃຫ້ພົ້ນຈາກມືເດັກນ້ອຍ ແລະ ແສງແດດ. ນອກຈາກນີ້, ຄວນໝັ່ນກວດເບິ່ງວັນເດືອນປີໝົດອາຍຸຂອງຢາດົມ ແລະ ຄວນຫລີກເວັ້ນການໃຊ້ຫລອດຢາດົມຮ່ວມກັບຜູ້ອື່ນ ເພາະເມື່ອຫາກສຳຜັດດັງຜູ້ອື່ນແລ້ວອາດເຮັດໃຫ້ຕິດເຊື້ອໄດ້ ແລະ ຫາກພົບວ່າມີອາການຮຸນແຮງຈາກການໃຊ້ຢາດົມຄວນໄປໂຮງໝໍ.