ສຳເລັດກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 12 ສະໄໝທີ X
December 26, 2020 - 11:31 AM

ກອງປະຊຸມຄົບຄະນະຄັ້ງທີ 12 ສະໄໝທີ X ຂອງຄະນະບໍລິຫານງານສູນກາງພັກ ໄດ້ດຳເນີນຢ່າງເປັນທາງການ ແຕ່ວັນທີ 23-25 ຕຸລານີ້ ຢູ່ສໍານັກງານສູນກາງພັກ, ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ມີບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກຳມະການສູນກາງພັກສົມບູນ ແລະ ສຳຮອງເຂົ້າຮ່ວມ.

ກອງປະຊຸມໄດ້ຜ່ານ ແລະ ປະກອບຄຳເຫັນໃສ່ບົດສຳຫລວດການນຳພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ໃນໄລຍະ 2016-2020 ເຊິ່ງເປັນການສະຫລຸບສັງລວມຜົນງານຕ່າງໆ ທີ່ຍາດມາໄດ້ຕະຫລອດໄລຍະ 5 ປີທີ່ຜ່ານມາ, ພ້ອມທັງຍົກໃຫ້ເຫັນຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ບັນດາມາດຕະການ ເພື່ອໃຫ້ຄະ ນະບໍລິຫານງານຊຸດໃໝ່ໄດ້ນຳໄປສືບຕໍ່ຄົ້ນຄ້ວາ, ຈັດຕັ້ງປະຕິບັດ ແລະ ສືບຕໍ່ວາງແຜນແກ້ໄຂໃນສະເພາະໜ້າ. ພ້ອມດຽວກັນນັ້ນ, ກອງປະຊຸມຍັງໄດ້ຜ່ານບົດສໍາຫລວດກວດ ກາການນໍາພາ-ຊີ້ນໍາ ຂອງແຕ່ລະສະຫາຍສູນກາງພັກ ຕະຫລອດສະໄໝທີ X, ດ້ວຍຈິດໃຈຮັບຜິດຊອບການເມືອງສູງມີການຄົ້ນຄວ້າ, ວິເຄາະ, ວິໄຈ ບັນຫາຕ່າງໆຢ່າງເລິກ ເຊິ່ງ, ເປັນເຈົ້າການວາງທິດທາງແກ້ໄຂບັນຫາຕ່າງໆ, ສ້າງຄວາມເປັນເອກະພາບສູງໃນການເສີມຂະຫຍາຍມູນເຊື້ອການນໍາພາຂອງສູນກາງພັກ.
ຕອນທ້າຍຂອງກອງປະຊຸມ, ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ໄດ້ເນັ້ນໜັກໃຫ້ທົ່ວພັກຈົ່ງສືບຕໍ່ ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນປຶກແຜນ, ຄວາມເປັນເອກະພາບພາຍໃນພັກ ແລະ ພາຍໃນຊາດ, ເພີ່ມທະວີຄວາມເອົາໃຈ ໃສ່, ນໍາພາ-ຊີ້ນໍາ ປະຕິບັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍໃຫ້ສູງຂຶ້ນຕື່ມ, ສ້າງພື້ນ ຖານອັນໜັກແໜ້ນ ໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໃຫ້ມີຜົນສໍາເລັດຢ່າງຈົບງາມ.