ຫວຽດນາມເປັນປະເທດຫນຶ່ງທີ່ປະສົບຜົນສຳເລັດໃນໂລກ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ COVID-19

ຫວຽດນາມເປັນປະເທດຫນຶ່ງທີ່ປະສົບຜົນສຳເລັດໃນໂລກ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ covid-19 - yq vietcorno 26022020 - ຫວຽດນາມເປັນປະເທດຫນຶ່ງທີ່ປະສົບຜົນສຳເລັດໃນໂລກ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ COVID-19
ຫວຽດນາມເປັນປະເທດຫນຶ່ງທີ່ປະສົບຜົນສຳເລັດໃນໂລກ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ covid-19 - kitchen vibe - ຫວຽດນາມເປັນປະເທດຫນຶ່ງທີ່ປະສົບຜົນສຳເລັດໃນໂລກ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ COVID-19

ຈຸດພົ້ນເດັ່ນກ່ວາໝູ່ໃນປີ 2020 ຂອງຫວຽດນາມ, ນັ້ນແມ່ນ ສ້າງເສດຖະກິດ ສັງຄົມປະເທດຊາດໃຫ້ເປັນປົກກະຕິ ໃນສະພາບການເກີດໂລກລະບາດ, ທັງຮັກສາການເຕີບໂຕເປັນບວກ, ຍົກສູງຄວາມໄວ້ເນື້ອເຊື່ອໃຈ ຂອງປະຊາຊົນທີ່ມີຕໍ່ພັກ, ລັດ. ລະດັບການເຕີບໂຕເສດຖະກິດທັງປີຂອງທົ່ວປະເທດ ຄາດວ່າບັນລຸກ່ວາ 2%, ຊື່ງແມ່ນລະດັບການເຕີບໂຕທີ່ຕັ້ງໜ້າ ເມື່ອທຽບກັບຫຼາຍປະເທດໃນໂລກ ແລະ ພາກພື້ນ.

ໂດຍແມ່ນ 1 ໃນບັນດາປະເທດ ທີ່ມີໄພຄວາມສ່ຽງສູງໃນເບື້ອງຕົ້ນ, ການຄວບຄຸມໂລກລະບາດເປັນຢ່າງດີ ໄດ້ຊ່ວຍໃຫ້ຫວຽດນາມ ກາຍເປັນປະເທດທີ່ປະສົບຜົນສຳເລັດໃນໂລກ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ. ຈາກຜົນສຳເລັດນີ້, ຫວຽດນາມ ໄດ້ກັບຄືນສູ່ການພັດທະນາເສດຖະກິດ, ຮັກສາສະຖຽນລະພາບທາງສັງຄົມຢ່າງທັນການ. ຜົນສຳເລັດໃນການຕ້ານໂລກລະບາດ ໄດ້ຊ່ວຍບັນດາວິສາຫະກິດ ຫລຸດຜ່ອນສ່ວນໜຶ່ງ ບັນດາຜົນກະທົບທີ່ໜັກໜ່ວງໃນປີ 2020.

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ – 19 ສະເໜີໃຫ້ຍົກລະດັບທັງໝົດມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດທີ່ໄດ້ຜັນຂະຫຍາຍ, ເຊື່ອມຊຶມ ແລະ ປະຕິບັດໃນໄລຍະຜ່ານມາ; ຈັດຕັ້ງກສຍເຄື່ອນໄຫວຢູ່ໃນລະດັບສູງສຸດໃໝ່; ເພີ່ມທະວີວຽກງານກວດກາທາງບົກ. ກຳລັງປ້ອງກັນຊາຍແດນ, ຕຳຫຼວດປະຈຳຢູ່ດ່ານຊາຍແດນ, ອຳນາດການປົກຄອງຂັ້ນຮາກຖານ ແລະ ປະຊາຊົນຢູ່ເຂດຊາຍແດນ ຈົ່ງເສີມຂະຫຍາຍບົດບາດ ແລະ ຄວາມຮັບຜິດຊອບຂອງຕົນໃນການປະຕິບັດຂໍ້ກຳນົດຕ່າງໆກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ.

ປະຈຸບັນ, ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ-19 ກ່ວາ 80 ລ້ານຄົນ, ໃນນັ້ນ ມີກ່ວາ 1,7 ລ້ານຄົນເສຍຊີວິດ. ປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດໃນໂລກ ຍັງຄົງແມ່ນ ອາເມລິກາ, ຖັດຈາກນັ້ນ ອິນເດຍ ແລະ ບຣາຊິນ. ນັບແຕ່ ເມື່ອພາຍຫຼັງ ອັງກິດ ປະກາດການກວດພົບເຊື້ອໄວຣັດ SARS – CoV – 2 ກາຍພັນເປັນ VUI – 202012/01, ຫຼາຍກວ່າ 40 ປະເທດໃນໂລກ ໄດ້ອອກຄຳສັ່ງຫ້າມ ຫຼື ຈຳກັດການໄປມາກັບປະເທດນີ້ ເພື່ອແນໃສ່ສະກັດກັ້ນການກາຍພັນຂອງເຊື້ອໄວຣັດ ເຊິ່ງໄດ້ຮັບຖືວ່າ ເຮັດໃຫ້ໂລກລະບາດໂຄວິດ – 19 ແຜ່ລາມໄວກວ່າ.

ຫວຽດນາມເປັນປະເທດຫນຶ່ງທີ່ປະສົບຜົນສຳເລັດໃນໂລກ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ covid-19 - 4 - ຫວຽດນາມເປັນປະເທດຫນຶ່ງທີ່ປະສົບຜົນສຳເລັດໃນໂລກ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ COVID-19
ຫວຽດນາມເປັນປະເທດຫນຶ່ງທີ່ປະສົບຜົນສຳເລັດໃນໂລກ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ covid-19 - 5 - ຫວຽດນາມເປັນປະເທດຫນຶ່ງທີ່ປະສົບຜົນສຳເລັດໃນໂລກ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ COVID-19
ຫວຽດນາມເປັນປະເທດຫນຶ່ງທີ່ປະສົບຜົນສຳເລັດໃນໂລກ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ covid-19 - 3 - ຫວຽດນາມເປັນປະເທດຫນຶ່ງທີ່ປະສົບຜົນສຳເລັດໃນໂລກ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ COVID-19