ກ້າວສູ່ປີໃໝ່ພ້ອມກັນໃສ່ໃຈຕ້ານໂຄວິດ
ໂດຍ: ທິດກໍ່າ
ນັບແຕ່ມີການລະບາດຂອງເຊື້ອພະຍາດສາຍພັນໃໝ່ໂຄໂຣນາ ຫລືວ່າ ໂຄວິດ-19 ໃນທ້າຍປີ 2019 ເປັນຕົ້ນມາຮອດປັດຈຸບັນ ເຊື້ອພະຍາດດັ່ງກ່າວກໍຍັງບໍ່ມີທ່າທີຫລຸດຜ່ອນ ແລະ ສູນຫາຍໄປຈາກໂລກໃບນີ້. ກົງກັນຂ້າມ ມັນຍິ່ງນັບມື້ຕິດແປດ ແລະ ແຜ່ຂະຫຍາຍໄປຕິກໆ ເຊິ່ງຫລ້າສຸດມາຮອດປັດຈຸບັນໃນທົ່ວໂລກໄດ້ມີຄົນຕິດເຊື້ອເຖິງ 80 ກວ່າລ້ານຄົນ, ເສຍຊີວິດໄປແລ້ວ 1 ລ້ານ 7 ແສນກວ່າຄົນ, ສ່ວນທີ່ເຫລືອກໍແມ່ນປິ່ນປົວໃຫ້ຫາຍດີ ແລະ ພວມປິ່ນປົວຢູ່ໂຮງໝໍດ້ວຍຄວາມສ່ຽງ ແລະ ໜ້າວິຕົກກັງວົນເປັນຢ່າງຍິ່ງ. ສຳລັບ ສປປ ລາວເຮົາ ມາຮອດປັດຈຸບັນກໍມີຜູ້ຕິດເຊື້ອທັງເກົ່າ ແລະ ໃໝ່ເພີ່ມຂຶ້ນເຖິງ 41 ຄົນ, ປິ່ນປົວຫາຍດີໄປແລ້ວ 37 ຄົນ, ພວມປິ່ນປົວຢູ່ໂຮງໝໍ 4 ຄົນ, ແຕ່ກໍຍັງໂຊກດີຖືວ່າຍັງບໍ່ທັນມີຜູ້ໃດເສຍຊີວິດຍ້ອນ.
ແນວໃດກໍດີ, ເມື່ອສົມທຽບໃສ່ແຕ່ລະປະເທດໃນໂລກ ກໍຄືຢູ່ ສປປ ລາວເຮົາ ເຫັນວ່າສະຖິຕິໃນແຕ່ລະກໍລະນີໄດ້ເພີ່ມຂຶ້ນເລື້ອຍໆ, ຍິ່ງໄປກວ່ານັ້ນ ພັດວ່າມີແນວພັນໂຄວິດສາຍໃໝ່ເກີດຂຶ້ນມາຊ້ຳຊ້ອນ ແລະ ອັນຕະລາຍກວ່າເກົ່າອີກ. ໄປຄຽງຄູ່ກັນນີ້ ນອກຈາກມີເຊື້ອຕິດໃສ່ຄົນແລ້ວ ພັດວ່າມີເຊື້ອຕິດມານຳອາຫານທະເລຈາກໄທເລີ່ມແຕ່ອາທິດຜ່ານມານີ້ເອງ.
ຈາກສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ນັບມື້ມີການແຜ່ລະບາດຢ່າງຮຸນແຮງ ແລະ ອັນຕະລາຍກວ່າເກົ່ານັ້ນ, ຫລ້າສຸດໃນວັນທີ 22 ທັນວາ 2020 ຜ່ານມານີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍໄດ້ອອກມາຖະແຫລງການຜ່ານສື່ມວນຊົນ ໂດຍຮຽກຮ້ອງໃຫ້ທຸກພາກສ່ວນ ນັບທັງພາກລັດ, ເອກະຊົນ ຕະຫລອດປະຊາຊົນບັນດາເຜົ່າໃນທົ່ວປະເທດ ຈົ່ງພ້ອມກັນເອົາໃຈໃສ່ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢ່າງເດັດຂາດ. ໄປຄຽງຄູ່ກັນນັ້ນ ກໍໄດ້ອອກຄຳສັ່ງໃຫ້ຄະນະສະເພາະກິດທີ່ກ່ຽວຂ້ອງ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນໃຫ້ກວດກາຄືນບັນດາມາດຕະການຜ່ານມາວ່າເຫັນຄວນດັດແກ້ ຫລື ອາດຈະເພີ່ມມາດຕະການຂັ້ນເດັດຂາດຕື່ມອີກ ຈຶ່ງຂໍໃຫ້ທຸກຄົນຈົ່ງພ້ອມກັນມີສະຕິເປັນເຈົ້າການຂັ້ນເດັດຂາດ.
ໃນຄວາມເປັນຈິງແລ້ວ, ສຳລັບ ສປປ ລາວເຮົາ ຖືວ່າໂຊກດີທີ່ເຫັນວ່າມາຮອດປັດຈຸບັນໄດ້ມີຜູ້ຕິດເຊື້ອພຽງ 40 ກວ່າຄົນ ແລະ ຍັງບໍ່ທັນມີຜູ້ໃດເສຍຊີວິດຍ້ອນ. ອັນສາເຫດກໍຍ້ອນວ່າລັດຖະບານເຮົາມີມາດຕະການແຕ່ຫົວທີ ທັງມີວິທີການອັນຄ່ອງແຄ້ວໃນການຕ້ານ ແລະ ສະກັດກັ້ນ ນັບແຕ່ມີການປິດປະເທດ, ປິດເມືອງ, ປິດບ້ານ, ໂຈະການຮຽນ-ການສອນ, ໂຈະກິດຈະການຕ່າງໆທີ່ຈະເປັນທີ່ມາຂອງເຊື້ອພະຍາດ. ນອກຈາກນັ້ນ ມາດຕະການໃນການກວດກາ, ຄວບຄຸມການເຂົ້າ-ອອກຂອງຄົນພາຍໃນ-ພາຍນອກກໍເຂັ້ມຂຸ້ນ ແລະ ເດັດຂາດ ເວົ້າແຈ້ງກໍແມ່ນພວກເຮົາບໍ່ມີຄວາມປະໝາດຕໍ່ສິ່ງທີ່ມັນທ້າທາຍເກີດຂຶ້ນ.
ສິ່ງທີ່ໜ້າຍ້ອງຍໍຊົມເຊີຍທີ່ສຸດກໍແມ່ນຍ້ອນແພດໝໍລາວເຮົາໄດ້ເອົາໃຈໃສ່ຕໍ່ໜ້າທີ່ວິຊາສະເພາະໃນການປິ່ນປົວ, ທັງມີຄວາມຮັບຜິດຊອບສູງຕໍ່ພາລະກິດທີ່ການຈັດຕັ້ງ ກໍຄືຂັ້ນເທິງໄດ້ມອບໝາຍໃຫ້. ສິ່ງທີ່ໜ້າພູມໃຈອີກປະການໜຶ່ງ ກໍຄືປະຊາຊົນບັນດາເຜົ່າ ນັບທັງອົງການປົກຄອງທຸກຂັ້ນໄດ້ພ້ອມກັນເປັນເຈົ້າການປະຕິບັດຄໍາສັ່ງ ກໍຄືບັນດາມາດຕະການຕ່າງໆຂອງຄະນະສະເພາະກິດລະດັບຊາດວາງອອກເປັນຢ່າງດີ. ຍ້ອນພວກເຮົາພ້ອມຈິດພ້ອມໃຈສາມັກຄີກັນຢູ່ອ້ອມຂ້າງພັກ ແລະ ລັດຖະບານ ຜົນທີ່ໄດ້ຮັບຈາກການຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ຈຶ່ງໄດ້ຮັບໄຊຊະນະຢ່າງຍິ່ງໃຫຍ່ຕາມຄາດໝາຍທີ່ໄດ້ວາງອອກ.
ເພາະສະນັ້ນ, ໃນໂອກາດກ້າວສູ່ປີໃໝ່ສາກົນ 2021 ຈຶ່ງຂໍໃຫ້ທຸກຄົນເປັນເຈົ້າການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໄປຄຽງຄູ່ກັບການຮັກສາຊີວິດອິນຊີຂອງໃຜມັນໃຫ້ເຖິງກົກເຖິງຮາກ.