ສານຈີນຕັດສິນຜູ້ຖືກສົງໄສຜະລິດ “ເຫລົ້າປອມ” 13 ຄົນ ຕິດຄຸກ 1-5 ປີ
ສຳນັກຂ່າວຊິນຮົວລາຍງານວ່າ: ສານປະຊາຊົນລະດັບສູງໃນເມືອງຈຸນອີ້ຂອງກຸ້ຍໂຈຂອງຈີນ ໄດ້ຕັດສິນລົງໂທດກຸ່ມຜູ້ຖືກສົງໄສ 13 ຄົນ ຂໍ້ຫາຜະລິດເຫລົ້າເໝົາໄຖປອມຈຳນວນຫລາຍ ໃນມົນທົນວິນໜານ (ຢູນນານ) ເຊິ່ງຢູ່ຕິດກັບກຸ້ຍໂຈ ເມື່ອປີ 2019 ໂດຍທັງໝົດຕ້ອງໄດ້ຮັບໂທດຕິດຄຸກລະຫວ່າງ 1 ປີ ໄປຈົນເຖິງ 5 ປີເຄິ່ງ.
ທັງນີ້ກຸ່ມຜູ້ຖືກສົງໄສຖືກເຈົ້າໜ້າທີ່ຕຳຫລວດຈັບກຸມໃນເດືອນສິງຫາຜ່ານມາ ພ້ອມຢຶດເຫລົ້າປອມໄດ້ຫລາຍກວ່າ 2,7 ໝື່ນແກ້ວ ໂດຍຕຳຫລວດພົບວ່າລາຍໄດ້ຈາກການເຮັດຜິດກົດໝາຍຄັ້ງນີ້ຫລາຍກວ່າ 41 ລ້ານຢວນ.
ສຳລັບ “ເໝົາໄຖ” ເປັນເຫລົ້າຈາກເຂົ້າຟາງທີ່ຜະລິດໂດຍບໍລິສັດກຸ້ຍໂຈ. ເໝົາໄຖ (Kweichow Moutai) ແລະ ເປັນຍີ່ຫໍ້ເຫລົ້າຂາວຊັ້ນດີຂອງຈີນ ເຊິ່ງມັນຖືກເສີບຂຶ້ນໂຕະເລື້ອຍໆໃນໂອກາດທາງການ ແລະ ງານຈັດລ້ຽງລະດັບປະເທດ ເນື່ອງຈາກເປັນເຄື່ອງດື່ມຫລູ ແລະ ເປັນຂອງຂວັນທີ່ໄດ້ຮັບຄວາມນິຍົມມາດົນນານ.