ອິນເດຍຝຶກຊ້ອມການໃຫ້ບໍລິການວັກຊີນ ເໝືອນຈິງ
December 29, 2020 - 12:06 PM


ລາຍງານຈາກຕ່າງປະເທດໃນວັນທີ 29 ທັນວານີ້ ໃຫ້ຮູ້ວ່າ ອິນເດຍໄດ້ເປີດການຝຶກຊ້ອມ ເໝືອນຈິງ ການໃຫ້ບໍລິການວັກຊີນຢູ່ໃນ 4 ລັດ ໂດຍຈະຝຶກຊ້ອມ 2 ວັນຈົນເຖິງວັນນີ້ ຊຶ່ງເລີ່ມຝຶກຊ້ອມໄປແລ້ວ.
ລັດທີ່ມີການຝຶກຊ້ອມໄດ້ແກ່ລັດ: Andhra Pradesh ທາງຕອນໃຕ້ຂອງປະເທດ ຊຶ່ງມີປະຊາຊົນລວມທັງຜູ້ສູງອາຍຸເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ ແລະ ຍັງມີເຈົ້າໜ້າທີ່ລັດຖະບານຮ່ວມເປັນສັກຂີພະຍານການຝຶກຊ້ອມ. ສ່ວນອີກ 3 ລັດທີ່ທຳການຝຶກຊ້ອມໄດ້ແກ່ລັດ Gujarat, Punjab ແລະ Assam ຊື່ງໃນແຕ່ລະລັດມີຜູ້ເຂົ້າຮ່ວມຝຶກຊ້ອມຢ່າງຄຶກຄັກ.
ການຝຶກຊ້ອມສະເໝືອນຈິງມີຂຶ້ນໃນລະຫວ່າງທີ່ ອິນເດຍ ມີແນວໂນ້ມຈະອານຸລັກວັກຊີນປ້ອງກັນໂຄວິດ-19 ຂອງບໍລິສັດ ແອສຕຣາເຊເນກາ ຊຶ່ງໄດ້ມີການພັດທະນາຮ່ວມກັບມະຫາວິທະຍາໄລ ອ໊ອກສຟອດ ເພື່ອໃຊ້ໃນກໍລະນີສຸກເສີນ.
ໃນຂະນະທີ່ອິນເດຍຍັງມີ ລາຍງານຜູ້ຕິດເຊື້ອລາຍໃໝ່ເພີ່ມສູງຂຶ້ນຕໍ່ເນື່ອງ.