ອິດສະລາເອລປະກາດລ໊ອກດາວປະເທດ ເປັນຄັ້ງທີ ສາມ
December 29, 2020 - 1:47 PM
ລາຍງານຂ່າວຈາກຕ່າງປະເທດ ວັນທີ 28 ທັນວານີ້ ໃຫ້ຮູ້ວ່າ ນາຍົກລັດຖະມົນຕີ Benjamin Netanyahu ອິດສະລາເອລ ປະກາດລ໊ອກດາວທັງປະເທດເປັນຄັ້ງທີສາມ ເພື່ອຢັບຢັ້ງການແຜ່ລະບາດຂອງພະຍາດໂຄວິດ-19 ຊຶ່ງຍັງຮຸນແຮງ. ປະກາດດັ່ງກ່າວນີ້ຈະມີຜົນຢ່າງໜ້ອຍ 2 ອາທິດ ແລະ ມີຜົນຕັ້ງແຕ່ມື້ວານນີ້ເປັນຕົ້ນມາ.
ເຂົາກໍຫວັງວ່າຈະເປັນຄັ້ງສຸດທ້າຍທີ່ ອິດສະລາເອລ ຕ້ອງຢູ່ພາວະລ໊ອກດາວຈາກໂຣກລະບາດ ເນື່ອງ. ຈາກເວລານີ້ ອິດສະລາເອລ ໄດ້ເລີ່ມໂຄງການແຈກຢາຍວັກຊີນໃຫ້ກັບປະຊາຊົນ ໂດຍມີຜູ້ເຂົ້າຮັບວັກຊີນໄປແລ້ວ ກວ່າ 2 ແສນ 8 ໝື່ນຄົນ ນັບແຕ່ວັນທີ 19 ທັນວາ ເປັນຕົ້ນມາ ແລະ ໃນໄວໆ ນີ້ ທາງການ ຍັງຈະຈັດຕັ້ງສູນໃຫ້ບໍລິການວັກຊີນ ເປັນເວລາ 24 ຊົ່ວໂມງນຳອີກ ຊຶ່ງຈະເຮັດໃຫ້ໂຄງການໃຫ້ວັກຊີນສາມາດແຈກຢາຍໄດ້ໄວຂຶ້ນ