ສະຫລອງ​ປີ​ໃໝ່​ດ້ວຍ​ນ້ຳ​ໃຈ​ສາມັກຄີ​ມີ​ສະຫງົບ​ພົບ​ແຕ່​ສິ່ງ​ດີໆ

ສະຫລອງ​ປີ​ໃໝ່​ດ້ວຍ​ນ້ຳ​ໃຈ​ສາມັກຄີ​ມີ​ສະຫງົບ​ພົບ​ແຕ່​ສິ່ງ​ດີໆ - fireworks new year dezeen sq - ສະຫລອງ​ປີ​ໃໝ່​ດ້ວຍ​ນ້ຳ​ໃຈ​ສາມັກຄີ​ມີ​ສະຫງົບ​ພົບ​ແຕ່​ສິ່ງ​ດີໆ
ສະຫລອງ​ປີ​ໃໝ່​ດ້ວຍ​ນ້ຳ​ໃຈ​ສາມັກຄີ​ມີ​ສະຫງົບ​ພົບ​ແຕ່​ສິ່ງ​ດີໆ - kitchen vibe - ສະຫລອງ​ປີ​ໃໝ່​ດ້ວຍ​ນ້ຳ​ໃຈ​ສາມັກຄີ​ມີ​ສະຫງົບ​ພົບ​ແຕ່​ສິ່ງ​ດີໆ
ການສະ​ເຫລີ​ມສະຫລອງສົ່ງ​ທ້າຍ​ປີ​ເກົ່າ ຕ້ອນຮັບ​ປີ​ໃໝ່​ສາກົນ 2020-2021 ພໍດີ​ກົງ​ກັບ​ວັນພະຫັດ ທີ 31 ທັນວາ 2020 ອັນ​ເປັນ​ມື້ສຸດ​ທ້າຍ​ຂອງ​ປີ​ເກົ່າ ​ແລ້ວຈະ​ກ້າວ​ສູ່​ປີ​ໃໝ່​ໃນ​ເວລາ​ສູນ​ໂມງ​ທ່ຽງ​ຄືນ​ຕໍ່​ໃສ່​ວັນ​ທີ 1 ມັງກອນ ​ເປັນ​ວາລະ​ກ້າວ​ເຂົ້າສູ່​ປີ​ໃໝ່ 2021 ຢ່າງ​ເຕັມຕົວ. ສປປ ລາວ ​ພວກ​ເຮົາ​ກໍ​ເລີ່​ມມີ​ອາຍຸ 46 ປີ ​ເຊິ່ງບໍ່​ຕ່າງ​ຫຍັງ​ກັບ​ອາຍຸ​ຂອງ​ຄົນ​ເຮົາ​ພວມ​ຢູ່​ໃນ​ໄວ​ແຫ່ງ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ໄປ​ຕາມ​ກົດ​ເກນ​ຂອງ​ວັດຕະ​ຈັກ ​ເຊິ່ງບໍ່​ມີ​ໃຜຈະ​ສາມາດ​ປະຕິ​ເສດ​ໄດ້. ​ໃນ​ຄວາມ​ເປັນ​ຈິງ​ແລ້ວ ຄຳ​ວ່າ​ປີ​ໃໝ່​ສາກົນ​ເປັນ​ປີ​ໃໝ່​ຂອງ​ຊາວ​ໂລກ​ທີ່​ພາກັນ​ນັບຖື​ສາສະໜາ​ຄຣິສຕະຈັກ ຫລື ​ເອີ້ນຢ່າງ​ໜຶ່ງ​ວ່າ ສາສະໜາ​ພຣະ​ເຢຊູ. ສາສະໜາ​ເຢຊູ​ກຳ​ເນີ​ດ​ເກີດ​ມາ​ຮອດ​ປັດຈຸບັນ​ມີ​ອາຍຸ​ໄດ້ 2020 ປີ​ແລ້ວ ​ເອີ້ນ​ວ່າ ຄຣິສຕະສັກກະ​ລາດ ຫລື ຄສ 2020. ​ເມື່ອ​ມາ​ສົມທຽບ​ໃສ່​ສາສະໜາ​ພຸດ​ແມ່ນ​ກຳ​ເນີດມາ​ໄດ້ 2563 ປີ ຫລື ​ເອີ້ນ​ວ່າ ພຸດທະ​ສັກກະ​ລາດ ຫລື ພສ 2563. ກໍ​ໝາຍ​ຄວາມ​ວ່າ ສາສະໜາ​ພຸດ​ເກີດ​ກ່ອນ 544 ປີ ຈຶ່ງ​ເກີດ​ມີ​ສາສະໜາ​ເຢຊູ. ​ແນວ​ໃດກໍ​ຕາມ, ຖື​ວ່າ​ສາສະໜາ​ເຢຊູ​ກໍ​ເປັນ​ສາສະໜາ​ໜຶ່ງ​ທີ່​ຄົນ​ທົ່ວ​ໂລກ​ໃຫ້ການ​ເຄົາລົບ​ນັບຖື ​ແລະ ມີ​ສັດທາ​ຢ່າງ​ກວ້າງຂວາງ ​ໂດຍ​ສະ​ເພາະ​ແມ່ນ​ໃນ​ບັນດາ​ປະ​ເທດ​ເອີຣົບ​ໄດ້​ພາກັນ​ນັບຖື​ຢ່າງ​ຫລວງຫລາຍ ຈຶ່ງ​ກັບກາຍ​ມາ​ເປັນ​ປີ​ສາກົນ ​ແລະ ຄົນ​ທົ່ວ​ໂລກ​ຕ່າງ​ກໍ​ໃຫ້​ຄວາມ​ສຳຄັນ​ຈົນ​ມາ​ເຖິງ​ທຸກ​ວັນ​ນີ້. ​ເມື່ອ​ຕັ້ງ​ໂຈດ​ກັນ​ວ່າ: ​ເປັນ​ຫຍັງ ​ເມື່ອ​ຮອດ​ຍາມ​ປີ​ໃໝ່​ສາກົນ ພວກ​ເຮົາ​ຈຶ່ງ​ມີ​ກິດຈະກຳ​ສະ​ເຫລີ​ມສະຫລອງ​ຕ່າງໆ ກໍ​ຍ້ອນ​ວ່າ​ຄົນ​ທົ່ວ​ໂລກ​ມີ​ຄວາມ​ເຊື່ອ​ຖື ​ແລະ ປະຕິບັດ​ກັນ​ມາ​ຢ່າງ​ກວ້າງຂວາງ. ສະ​ເພາະ​ປະ​ເທດ​ລາວ​ເຮົາ ​ແຕ່​ກ່ອນ​ກໍ​ເຄີຍ​ເປັນ​ຫົວ​ເມືອງ​ຂຶ້ນຂອງຝຣັ່ງ, ​ໃນ​ຍຸກ​ຝຣັ່ງ​ເຂົ້າມາ​ປົກຄອງ​ລາວ​ນັ້ນ ​ໄດ້​ນຳ​ເອົາ​ສາສະໜາ​ເຢຊູ​ມາ​ເຜີຍ​ແຜ່ ​ແລະ ນຳ​ເອົາ​ຄຣິສຕະສັກກະ​ລາດ ຫລື ຄສ ມາ​ເປັນ​ສູດ​ຄິດ​ໄລ່​ປະຕິທິນ ຫັນປ່ຽນ​ຈາກ​ພຸດທະ​ສັກກະ​ລາດຂອງ​ລາວ​ເຮົາ​ຕັ້ງ​ແຕ່​ເດີມ​ມານັ້ນ ກໍ​ເລີຍ​ເປັນພື້ນຖານ​ຄວາມ​ຊິນ​ເຄີຍ​ຈົນ​ມາ​ຮອດ​ທຸກ​ວັນ​ນີ້. ຖ້າ​ອີງ​ໃສ່​ວັນ​ເດືອນ​ປີ​ຂອງ​ລາວ​ເຮົາ​ແຕ່​ດຶກ​ດຳ​ບັນ​ມາ​ແທ້ໆ ກໍ​ແມ່ນ​ໄລ່​ຕາມ​ເດືອນ​ຂຶ້ນ​ເດືອນ​ແຮມ​ຄົບ​ເດືອນ​ຄົບ​ປີ​ມາ​ກໍ​ວ່າ ພສ. ຕົວຢ່າງ​ຊ່ວງ​ນີ້​ຍັງ​ຢູ່​ໃນ ພສ 2563 ​ໄປ​ຮອດ​ປີ​ໃໝ່​ລາວ​ຈຶ່ງ​ໝົດ​ປີ​ເກົ່າ​ກ້າວ​ສູ່​ປີ​ໃໝ່ 2564 ດັ່ງ​ທີ່​ເຫັນ​ຕິດ​ຫ້ອຍ​ໃນ​ປະຕິທິນ​ສາກົນ​ໃນ​ປັດຈຸບັນ. ນີ້​ຄື​ຕົ້ນ​ເຫດ​ທີ່​ໄປ​ທີ່​ມາ​ການ​ຄິດ​ໄລ່​ເດືອນ​ປີ​ຕາມ​ໂຫລາ​ສາດ​ຄຣິສຕະສັກກະ​ລາດ​ກັບ​ພຸດທະ​ສັກກະ​ລາດ ມັນ​ກໍ​ແຕກ​ຕ່າງ ​ແລະ ຫ່າງ​ກັນ​ຫລາຍ​ເຕີບ. ອີກ​ປະການ​ໜຶ່ງ ຈຸດ​ພິ​ເສດ​ຂອງ​ຄົນ​ລາວ​ເຮົາ ມີ​ອັດ​ຕະລັກ​ເຂົ້າ​ໄດ້​ທຸກ​ຢ່າງ ທັງ​ມັກ​ມ່ວນ​ຊວນ​ກິນ​ ບຸນປີ​ໃໝ່​ລາວ​ກໍ​ເມົາ, ປີ​ໃໝ່​ສາກົນ​ກໍ​ເມົາ, ວັນ​ເກີດ​ກໍ​ເມົາ, ວັນ​ຕາຍ​ກໍ​ເມົາ ບໍ່​ຈັກ​ວັນ​ເພິ່ນ​ວັນ​ໂຕ, ສາສະໜາ​ຂອງ​ເພິ່ນ​ຂອງ​ໂຕ​ກໍ​ຖື​ວ່າ​ໃຫ້​ຄວາມ​ສຳຄັນ ບໍ່​ແມ່ນ​ຂອງ​ຢອກ​ດັ່ງ​ເຫັນ​ມາ​ນຳ​ກັນ​ທຸກ​ວັນ​ນີ້. ​ເຖິງ​ວ່າ​ຈະ​ເປັນ​ກໍລະນີ​ໃດກໍ​ຕາມ ການ​ນັບຖື​ສາສະໜາ​ນັ້ນຈະ​ເຊື່ອຖື ຫລື ບໍ່​ເຊື່ອ​ຖື ມັນ​ກໍ​ຂຶ້ນຢູ່​ກັບ​ບຸກຄົນ, ຂຶ້ນກັບ​ສັງຄົມ​ເປັນ​ທີ່​ຕັ້ງ. ທຸກ​ສາສະໜາ​ສັ່ງສອນ​ໃຫ້​ຄົນ​ສ້າງ​ຄວາມ​ດີ, ມີ​ສິນ​ທຳ​ປະຈຳ​ໃຈ, ສາສະໜາ​ເປັນ​ບໍ່​ເກີດ​ແຫ່ງ​ຄວາມ​ສະຫງົບ​ສັນຕິ, ​ເປັນ​ທີ່​ເພິ່ງ​ທາງ​ໃຈ. ສ່ວນວ່າ​ຄວາມ​ມີ​ສັດທາ​ເຫລື້ອມ​ໃສ​ຜູ້​ນັບຖື​ໜ້ອຍ ນັບຖື​ຫລາຍ, ປະຕິບັດ​ເຄັ່ງ​ຂັດ ຫລື ບໍ່​ນັ້ນ ມັນ​ກໍຂຶ້ນກັບ​ສະພາບ​ແວດ​ລ້ອມ​ນອກ​ຕົວ​ໃນ​ຕົວ​ເປັນ​ອັນ​ຕັດສິນ. ​ໄລຍະ​ປີ 2020 ທີ່​ຜ່ານ​ມາ ​ເຫັນ​ວ່າ ສປປ ລາວ ຂອງ​ພວກ​ເຮົານັບ​ມື້​ເດີນ​ໜ້າ​ເຕີບ​ໃຫຍ່​ໃນ​ການ​ສ້າງສາ​ພັດທະນາ​, ພິ​ເສດ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 8 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ຫາ​ກໍ​ສຳ​ເລັດ​ລົງ​ໃນຕົ້ນ​ເດືອນ​ທັນວາ​ຜ່ານ​ມາ​ນີ້​ເອງ. ​ໃນ​ວາລະ​ກອງ​ປະຊຸມ​ດັ່ງກ່າວ ​ໄດ້​ສະຫລຸບ​ຕີ​ລາຄາ​ການຈັດຕັ້ງປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ປະ​ເທດ​ໃນ​ປີ 2020 ຢ່າງຮອບດ້ານ. ​ໄປ​ພ້ອມ​ກັນ​ນີ້ ຍັງ​ໄດ້​ວາງ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ​ໃນ​ປີ 2020 ຢ່າງ​ສັດຈະ​ວິພາກ​ສົມຄວນ ​ໃນ​ນີ້​ລັດຖະບານ​ເຮົາ​ໄດ້​ກຳນົດ​ເອົາ 10 ໜ້າ​ວຽກ​ທີ່​ຈະ​ຕ້ອງ​ໄດ້​ແກ້​ໄຂ​ໃຫ້​ມີ​ຜົນສຳ​ເລັດ​ໃນ​ປີ​ຕໍ່​ໄປ. ຖື​ວ່າ​ໃນ​ປີ 2020 ຜ່ານ​ມາ ພວກ​ເຮົາ​ກໍ​ສາມາດ​ຍາດ​ໄດ້​ໄຊຊະນະ​ມາ​ໄດ້​ຫລາຍ​ດ້ານ ​ເປັນຕົ້ນດ້ານ​ການ​ເມືອງ​ຍິ່ງ​ນັບ​ມື້ມີ​ສະຖຽນ​ລະ​ພາບ​ໝັ້ນຄົງ, ​ເສດຖະກິດ​ຂະຫຍາຍຕົວ​ໃນ​ລະດັບດີ, ສັງຄົມ-ວັດທະນະທຳ​ກໍ​ນັບ​ມື້​ໄດ້​ຮັບ​ການ​ປັບປຸງ​ສົ່ງ​ເສີມ​ໃຫ້​ມີ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ໜັກ​ແໜ້ນ​ໄປ​ເລື້ອຍໆ, ​ໂຄງການ​ພັດທະນາ​ເຂື່ອນ​ໄຟຟ້າ​ສຳ​ເລັດ​ໄປ​ແລ້ວ 70 ​ແຫ່ງ, ​ໂຄງການ​ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ ລາວ-ຈີນ ພວມ​ດຳ​ເນີນ​ໄປ​ຢ່າງ​ເຄັ່ງຮ້ອນ​ຕະຫລອດ​ໂຄງການ, ກິດຈະການ​ຂະໜາດ​ນ້ອຍ, ຂະໜາດ​ກາງ ​ແລະ ຂະໜາດ​ໃຫຍ່​ຢູ່​ຂັ້ນສູນ​ກາງ ​ແລະ ທ້ອງ​ຖິ່ນ​ພວມ​​ເລັ່ງລັດ​ພັດທະນາ​ເດີນ​ໜ້າ​ໄປ​ຕິກໆ. ພຽງ 44 ປີ​ເຮົາ​ເຮັດ​ໄດ້​ຊໍ່ານີ້​ກໍ​ຖື​ວ່າ​ລື່ນ​ລະບອບ​ລາຊາ​ທີ່​ປົກຄອງ​ບ້ານ​ເມືອງ​ມາຕັ້ງຫລາຍ​ເທົ່າ. ​ເຖິງ​ຢ່າງ​ໃດ​ກໍ​ດີ, ຄາດ​ວ່າ​ໃນ​ປີ 2021 ພວກ​ເຮົາ​ອາດ​ຈະ​ຍັງ​ຜະ​ເຊີນ​ກັບ​ອຸປະສັກ​ໃນ​ຫລາຍ​ດ້ານ ​ເປັນຕົ້ນ​ໄພ​ທຳ​ມະ​ຊາດ​ຈະ​ມາ​ຂົ່ມຂູ່, ​ໄພ​ສໍ້​ລາດ​ບັງ​ຫລວງ​ຈະ​ມາ​ກົດ​ໜ່ວງ​ຖ່ວງ​ດຶງ, ​ໄພ​ສັງຄົມ ​ແລະ ປາກົດການ​ຫຍໍ້​ທໍ້​ຕ່າງໆ​ຈະ​ມາ​ກີດ​ກັ້ນຂາຍໜ້າ​ຂາຍ​ຕາ​ກຽດ ​ແລະ ຊື່​ສຽງ​ຂອງ​ປະ​ເທດ. ກໍ​ຂໍ​ອ້ອນວອນ​ໃຫ້​ເຊີດ​ຊູ​ຄວາມ​ເປັນ​ເຈົ້າຂອງ​ປະ​ເທດ​ຊາດ, ຄວາມ​ຮັກ​ຊາ​ດ​ໃຫ້​ສູງໆ. ອີກ​ບໍ່​ນານ​ເກີນ​ລໍ ລາວ​ເຮົາ​ຕ້ອງ​ຫລຸດ​ພົ້ນອອກ​ຈາກ​ຄວາມທຸກ​ຍາກ ​ແລະ ດ້ອຍ​ພັດທະນາ​ຢ່າງ​ແນ່​ນອນ. ຮ່ວມ​ກັນ​ສະ​ຫລອງ​ປີ​ໃໝ່​ດ້ວຍ​ໃຈ​ສາມັກຄີ, ມີ​ຄວາມ​ສະຫງົບ, ພົບ​ພໍ້​ແຕ່​ສິ່ງ​ດີໆ ອວຍພອນ​ການ​ນຳ​ພັກ-ລັດ​ສະຫວັດສະດີ​ມີ​ພະລັງ ອາຍຸ​ຍືນ​ຍາວ ນຳພາ​ຊາດ​ລາວ​ກ້າວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.
ສະຫລອງ​ປີ​ໃໝ່​ດ້ວຍ​ນ້ຳ​ໃຈ​ສາມັກຄີ​ມີ​ສະຫງົບ​ພົບ​ແຕ່​ສິ່ງ​ດີໆ - 4 - ສະຫລອງ​ປີ​ໃໝ່​ດ້ວຍ​ນ້ຳ​ໃຈ​ສາມັກຄີ​ມີ​ສະຫງົບ​ພົບ​ແຕ່​ສິ່ງ​ດີໆ
ສະຫລອງ​ປີ​ໃໝ່​ດ້ວຍ​ນ້ຳ​ໃຈ​ສາມັກຄີ​ມີ​ສະຫງົບ​ພົບ​ແຕ່​ສິ່ງ​ດີໆ - 3 - ສະຫລອງ​ປີ​ໃໝ່​ດ້ວຍ​ນ້ຳ​ໃຈ​ສາມັກຄີ​ມີ​ສະຫງົບ​ພົບ​ແຕ່​ສິ່ງ​ດີໆ
ສະຫລອງ​ປີ​ໃໝ່​ດ້ວຍ​ນ້ຳ​ໃຈ​ສາມັກຄີ​ມີ​ສະຫງົບ​ພົບ​ແຕ່​ສິ່ງ​ດີໆ - 5 - ສະຫລອງ​ປີ​ໃໝ່​ດ້ວຍ​ນ້ຳ​ໃຈ​ສາມັກຄີ​ມີ​ສະຫງົບ​ພົບ​ແຕ່​ສິ່ງ​ດີໆ