ກຳປູເຈຍເລີ່ມຜະລິດນ້ຳມັນຈາກແຫລ່ງໃນອ່າວໄທ

- yq kriseng 29122020 - ກຳປູເຈຍເລີ່ມຜະລິດນ້ຳມັນຈາກແຫລ່ງໃນອ່າວໄທ
- kitchen vibe - ກຳປູເຈຍເລີ່ມຜະລິດນ້ຳມັນຈາກແຫລ່ງໃນອ່າວໄທ

ລັດຖະບານ​ກຳປູ​ເຈຍ​ປະກາດ “ການ​ກັ່ນ​ນ້ຳມັນ​ດິບ​ຢອດ​ທຳ​ອິດ” ຈາກ​ພາຍ​ໃນ​ອານາ​ເຂດ​ຂອງ​ຕົນ​ເອງ ບໍລິ​ເວນ​ອ່າວ​ໄທ ຖື​ເປັນ​ຜົນສຳ​ເລັດ​ຄັ້ງຍິ່ງ​ໃຫຍ່​ທີ່​ລໍຄອຍ​ມາ​ດົນ.

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ: ທ່ານ ຮຸນ​ ​ເຊ​ນ ນາຍົກລັດຖະມົນຕີກຳປູ​ເຈຍ ຖະ​ແຫລ​ງ​ໃນ​ວັນ​ທີ 29 ທັນວາ​ວ່າ: ກຳປູ​ເຈຍ​ໄດ້​ຮັບ​ຂອງຂວັນ​ອັນ​ໃຫຍ່​ທີ່​ສຸດ ຕ້ອນຮັບ​ປີ 2021 ທີ່​ກຳລັງ​ຈະ​ມາ​ເຖິງ ນັ້ນຄື​ສາມາດ​ຜະລິດ​ນ້ຳມັນ​ໄດ້​ເອງ​ເປັນຄັ້ງທຳ​ອິດ ຈາກ​ແຫ​ລ່ງຊັບພະຍາກອນ​ພາຍ​ໃນ​ອານາ​ເຂດ​ຂອງ​ຕົນ​ເອງ.

- Visit Laos Visit SALANA BOUTIQUE HOTEL - ກຳປູເຈຍເລີ່ມຜະລິດນ້ຳມັນຈາກແຫລ່ງໃນອ່າວໄທ
- Visit Laos Visit SALANA BOUTIQUE HOTEL - ກຳປູເຈຍເລີ່ມຜະລິດນ້ຳມັນຈາກແຫລ່ງໃນອ່າວໄທ

​ເຖິງ​ວ່າ​ທ່ານ ຮຸນ ​ເຊ​ນ ​ບໍ່​ໄດ້​ກ່າວ​ຢ່າງ​ຈະ​ແຈ້ງວ່າ: ນ້ຳມັນ​ດິບ​ຊຸດ​ທຳ​ອິດ​ມີ​ປະລິມານ​ເທົ່າ​ໃດ, ​ແຕ່​ກ່າວ​ວ່າ: ​ເປັນນ້ຳມັນ​ຈາກ​ແຫ​ລ່ງນ້ຳມັນ​ໃຕ້​ທະ​ເລ ນອກ​ແຄມ​ຝັ່ງ​ແຂວງ​ພຣະສີ​ໜຸ ທາງ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ກຳປູ​ເຈຍ ​ເຊິ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ອ່າວ​ໄທ ທີ່​ເປັນ​ແຫ​ລ່ງນ້ຳມັນ​ສຳຄັນ​ຂອງ​ພາກພື້ນ​ແຫ່ງ​ນີ້ ​ໂດຍ​ບໍລິສັດ​ເຊບຣອນຈາກ​ອາ​ເມ​ລິ​ກາ​ຄົ້ນພົບ​ແຫ​ລ່ງນ້ຳມັນ​ດິບ ຄວບ​ຄຸມ​ເນື້ອທີ່​ປະມານ 3.000 ຕາ​ກິ​ໂລ​ແມັດ ນອກ​ແຄ​ມຝັ່ງ​ກຳປູ​ເຈຍ ​ເມື່ອ​ປີ 2005.

ຂະນະ​ທີ່​ລັດຖະບານ​ກຳປູ​ເຈຍ​ປະ​ເມີນ​ປະລິມານ​ນ້ຳມັນ​ດິບ​ໃນ​ແຫ​ລ່ງດັ່ງກ່າວ “ຫລາຍ​ຮ້ອຍ​ລ້ານ​ບາ​ເຣລ”, ​ແຕ່​ບໍ່​ສາມາດ​ເຈລະຈາ​ແບ່ງປັນ​ຜົນ​ປະ​ໂຫຍ​ດກັບ​ບໍລິສັດ​ຍັກ​ໃຫຍ່​ຂອງ​ອາ​ເມ​ລິ​ກາ​ໄດ້​ລົງ​ຕົວ. ​ເຊບຣອນຈຶ່ງ​ຂາຍ​ຫຸ້ນ​ທີ່​ມີ​ຢູ່​ທັງ​ໝົດ​ໃຫ້​ບໍລິສັດ​ຄຣິສ​ເອ​ເນີ​ຈີ ຂອງ​ສິງກະ​ໂປ ​ເມື່ອ​ປີ 2014 ​ໂດຍ​ປັດຈຸບັນ​ອັດຕາ​ສ່ວນ​ຫຸ້ນ​ຂອງຄຣິສ​ເອ​ເນີ​ຈີ​ ສູງ​ເຖິງ 95%, ສ່ວນ​ລັດຖະບານ​ກຳປູ​ເຈຍ​ຖື​ຫຸ້ນ​ສ່ວນ​ທີ່​ເຫລືອ.

​ເບື້ອງຕົ້ນຄຣິສ​ເອ​ເນີ​ຈີ​ຄາດ​ຄະ​ເນ​ການ​ຜະລິດ​ນ້ຳມັນ​ໃນ​ໄລຍະ​ທຳ​ອິດ ສູງ​ສຸດ 7.500 ບາ​ເຣລຕໍ່​ວັນ ຖື​ເປັນ “ປະລິມານ​ປານ​ກາງ” ​ເມື່ອ​ທຽບ​ໃສ່​ຫວຽດນາມ ​ແລະ ​ໄທ ​ເຊິ່ງສາມາດ​ຜະລິດ​ນ້ຳມັນ​​ໄດ້​ເຊັ່ນ​ກັນ. ໜ່ວຍ​ງານ​ຂອງ​ກຳປູ​ເຈຍ​ເຄີຍ​ຕີ​ລາຄາ​ເມື່ອ​ປີ 2017 ວ່າ: ອາດ​ເກັບ​ຄ່າ​ພາກ​ຫລວງ ​ແລະ ພາສີ​ຈາກ​ໂຄງການ​ຂຸດ​ເຈາະ ​ແລະ ຜະລິດ​ນ້ຳມັນ​ໃນ​ໄລຍະ​ທຳ​ອິດ​ໄດ້​ຢ່າງ​ໜ້ອຍ 500 ລ້ານ​ໂດ​ລາ​ສະຫະລັດ ​ໂດຍ​ທ່ານ ຮຸນ​ເຊ​ນ ​ເນັ້ນວ່າ: ການ​ບໍລິຫານ​ໂຄງການ​ຈະ​ເປັນ​ໄປ​ຢ່າງ​ໂປ່​ງ​ໃສ ​ເຖິງ​ວ່າ​ມີ​ຄຳ​ຖາມ ​ແລະ ຂໍ້​ສົງ​ໄສ​ເລື່ອງ​ຄວາ​ມຍຸຕິ​ທຳ​ກໍ​ຕາມ.

- 3 - ກຳປູເຈຍເລີ່ມຜະລິດນ້ຳມັນຈາກແຫລ່ງໃນອ່າວໄທ
- 5 - ກຳປູເຈຍເລີ່ມຜະລິດນ້ຳມັນຈາກແຫລ່ງໃນອ່າວໄທ
- 4 - ກຳປູເຈຍເລີ່ມຜະລິດນ້ຳມັນຈາກແຫລ່ງໃນອ່າວໄທ