ປະເທດອາຊຽນ ຟ້າວຟັ່ງ ແຂ່ງຂັນກັນຊື້ວັກຊີນຕ້ານ ໂຄວິດ-19
ຢູ່ຕໍ່ໜ້າສະຖານະການ ພະຍາດໂຄວິດ-19 ລະບາດ ທີ່ບໍ່ມີທ່າທີວ່າຈະຫຼຸດຜ່ອນລົງ, ບັນດາປະເທດໃນພາກພື້ນນີ້ຈຶ່ງຟ້າວຟັ່ງ ແຂ່ງຂັນກັນຊື້ວັກຊີນ ເພື່ອສັກໃຫ້ປະຊາຊົນຂອງຕົນໃນຕົ້ນປີ 2021 ທີ່ຈະມາເຖິງ.
ປະເທດສິງກະໂປ: ຊື້ວັກຊີນຈາກບໍລິສັດ Pfizer ແລະ BioNTech ຊຶ່ງຄາດວ່າຈະໄດ້ຈັດສົ່ງມາເຖິງສິງກະໂປໃນຕົ້ນເດືອນ ມັງກອນ 2021.
ອິນໂດເນເຊຍ: ອິນໂດເນເຊຍມີຄວາມຮີບດ່ອນ ຕ້ອງການ ສັກຊີນ 155 ໂດສ ກ່ອນ ແຕ່ຍັງບໍ່ທັນມີຄວາມຊັດເຈນວ່າຈະຊື້ວັກຊີນຈາກບໍລິສັດໃດແທ້ ແຕ່ຄາດວ່າຈະຈ່ອງຊື້ກັບບໍລິສັດ Sinovac ຂອງຈີນແທ້ ຫຼື ບໍ.
ໄທ: ໄທກຳລັງປຶກສາຫາລືກັບ ທຸກບໍລິສັດທີ່ມີວັກຊີນແລ້ວ ແຕ່ເຖິງຂະນະນີ້ຍັງບໍ່ທັນອະນຸມັດກັບບໍລິສັດໃດຢ່າງເປັນທາງການ, ເຖິງແມ່ນວ່າໄດ້ຕົກລົງຊື້ກັບບໍລິສັດ AstraZeneca ແລ້ວກໍຕາມ.
ມາເລເຊຍ: ກຳພລັງເຮັດສັນຍາຊື້ວັກຊີນ ກັບບັນດາບໍລິສັດຕ່າງໆ ທີ່ຜະລິດວັກຊີນ, ຖ້າເປັນໄປໄດ້ ຈະຊື້ວັກຊີນສັກໃຫ້ກັບປະຊາຊົນໃຫ້ໄດ້ 70% ຂອງພົນລະເມືອງ.
ມຽນມາ: ມຽນມາຄາດວ່າຈະຊື້ວັກຊີນພຽງພໍສັກໃຫ້ໄດ້ 20% ຂອງພົນລະເມືອງເທົ່ານັ້ນ.
ຟີລິບປິນ: ກຳລັງເຈລະຈາຊື້ 80 ລ້ານໂດສ ຈາກ ໄຟເຊີ ແຕ່ເຖິງຂະນະນີ້ ມີຄວາມຫວັງຊື້ໄດ້ພຽງ 3% ເທົ່ານັ້ນ ແລະ ເມື່ອຮອດເດືອນ ພຶດສະພາ 2021 ຈຶ່ງຈະໄດ້ສັກວັກຊີນເປັນເຂັມທຳອິດ.