ລັດຖະມົນຕີປ້ອງກັນປະເທດ ລັດເຊຍ ກ່າວປະນາມ ສະຫະລັດ ຢາກເປັນເຈົ້າໂລກ
December 30, 2020 - 3:21 PM
ລາຍງານຈາກຕ່າງປະເທດວັນທີ 29 ທັນວານີ້ວ່າ ລັດຖະມົນຕີກະຊວງປ້ອງກັນປະເທດ ລັດເຊຍ Alexander Fomin ກ່າວວ່າ: ລະຫະລັດ ອາເມລິກາ ກຳລັງປ່ຽນແປງ ນະໂຍບາຍຂອງຕົນ ເພື່ອສ້າງຄວາມວຸ້ນວາຍໃຫ້ກັບໂລກ, ຖອນຕົວອອກຈາກຂໍ້ຕົກລົງຄວບຄຸມອາວຸດ ເພື່ອຈຸດປະສົງຢາກເປັນເຈົ້າໂລກ.
ທ່ານກ່າວຢໍ້າອີກວ່າ: “ສະຫະລັດ ອາເມລິການ ໄດ້ຜັກດັນນະໂຍບາຍ ເພື່ອສ້າງກຳລັງແຮງທາງທະຫານ ເພື່ອຢາກເປັນໃຫ່ຍ, ຖອນຕົວອອກຈາກພັນທະສັນຍາທີ່ລະບຸໄວ້ໃນສົນທິສັນຍາຄວບຄຸມອາວຸດ ເພື່ອສະກັດກັ້ນ ສະຫະລັດ ບໍ່ໃຫ້ເປັນເຈົ້າໂລກ”.
ທ່ານ Fomin ໃຫ້ຮູ້ວ່າ: ປະທານາທິບໍດີ ຜູ້ຊະນະການເລືອກຕັ້ງ ໂຈໄບເດັນ ເຄີຍໃຫ້ການສະໜັບສະໜູນ ອາວຸດບຸກໂຈມຕີຍຸດທະສາດ New START ແລະ ຕຳນິວິຈານລັດຖະບານ ທຣຳ ທີ່ຖອນຕົວອອກຈາກຂໍ້ຕົກລົງ. ສ່ວນ ໂຈໄບເດັນ ຍັງພຽງແຕ່ 2 ອາທິດເທົ່ານັ້ນ ທີ່ຈະເຫັນດີ ກັບການຢືດເວລາ ເພື່ອເຂົ້າຮ່ວມສົນທິສັນຍາກັບລັດເຊຍ.