ໄທ ຫາວິທີທາງໃຫ້ແຮງງານຕ່າງປະເທດ 1 ລ້ານຄົນ ໄດ້ຢູ່ໄທຖືກຕ້ອງຕາມກົດໝາຍ ເພື່ອປ້ອງກັນ ໂຄວິດ-19
ໜັງສືພິມ Bangkok Post ອອກຂ່າວ ວັນທີ 29 ທັນວານີ້ ໂດຍອ້າງອີງ ຂໍ້ມູນຈາກກະຊວງພາຍໃນວ່າ ຈະນຳສະເໜີໃຫ້ລັດຖະບານ ພິຈາລະນາ ໃຫ້ແຮງງານຕ່າງປະເທດ ຢູ່ໄທໄດ້ຖືກຕ້ອງຕາມກົດໝາຍ .
ການສະເໜີດັ່ງກ່າວ ສາມາດນຳໃຊ້ໄດ້ກັບແຮງງານ ລາວ, ກຳປູເຈຍ ແລະ ມຽນມາ ທີ່ເຂົ້າໄປໄທ ກ່ອນວັນທີ 29 ທັນວາ 2020.
ຖ້າລັດຖະບານເຫັນດີ ກໍຈະໃຫ້ພວກເຂົາລົງທະບຽນ ແລະ ສືບຕໍ່ເຮັດວຽກຢູ່ທີ່ເດີມ ແລະ ທຸກຄົນຈະຕ້ອງໄດ້ກວດຫາເຊື້ອ ໂຄວິດ-19 ແລະ ຕ້ອງປະຕິບັດມາດຕະການປ້ອງກັນພະຍາດຢ່າງເຄັ່ງຄັດ.
ຂະນະນີ້, ໄທມີແຮງງານຕ່າງປະເທດທີ່ຖືກຕ້ອງຕາມກົດໝາຍປະມານ 2,3-2,5 ລ້ານຄົນ ແລະ ມີປະມານ 1 ລ້ານຄົນ ເປັນແຮງງານເຖື່ອນ.
ມາດຕະການດັ່ງກ່າວ ກໍເພື່ອປ້ອງກັນບໍ່ໃຫ້ແຮງງານເຖື່ອນເລັດລອດເຂົ້າໄປໃນໄທ ແລະ ປ້ອງກັນການແຜ່ລະບາດຂອງໂຄວິດ-19 ຊຶ່ງຂະນະນີ້ ໄທກຳລັງມີການລະບາດຢ່າງຮ້າຍແຮງ ແລະ ລາມໄປໃສ່ເຖິງ 38 ແຂວງທົ່ວປະເທດ ຊຶ່ງຈຸເລີ່ມຕົ້ນຂອງມັນແມ່ນອອກມາຈາກ ແຂວງ ສະໝຸດສາຄອນ.