ສາວຫົວພັນໃຈກ້າ ແລ່ນໄລຈັບໂຈນລັກເຄື່ອງຂອງຕົນຈົນໄດ້ຮັບບາດເຈັບ


ວັນທີ 30 ທັນວາ 2020 ນີ້ ໄດ້ມີເຫດໂຈນລັກຊັບຂອງຊາວບ້ານຢູ່ ບ້ານຄຳຮຸ່ງ ເມືອງໄຊທານີ ນະຄອນຫລວງວຽງຈັນ ແຕ່ດ້ວຍຄວາມໃຈກ້າຂອງນາງຈຶ່ງໄດ້ແລ່ນໄລ່ ຈ່ອງລົດຂອງຄົນຮ້າຍ ພ້ອມເອີ້ນໃຫ້ຊາຍບ້ານມາຊ່ວຍຈັບໂຈນໄວ້ໄດ້ ສ່ວນຕົວໄດ້ຮັບບາດເຈັບທີ່ຫົວເຄົ່າຍ້ອນຖືກລົດລາກກັບດິນ.
ຜູ້ເສຍຫາຍຊື່ ນາງ ຕ໋າມັດ ແສງສຸວັນ ອາຍຸ 22 ປີ, ເປັນຄົນທ້ອງຖິ່ນເມືອງວຽງໄຊ ແຂວງຫົວພັນ ທີ່ມາຮໍ່າຮຽນ ໂດຍອາໄສມາພັກຢູ່ຫ້ອງແຖວ ເຂດບ້ານຄຳຮຸ່ງ. ຜູ້ກ່ຽວໄດ້ໃຫ້ສຳພາດທາງໜັງສືພິມລາວພັດທະນາວ່າ: ພາຍຫລັງເລີກຮຽນມາ ກໍໄດ້ມາວາງຖົງໄວ້ ແລ້ວໄປເຂົ້າຫ້ອງນໍ້າ ແຕ່ ຂະນະທີ່ອອກມານັ້ນ ພໍດີພົບເຫັນໂຈນໄດ້ມາລັກເອົາໂທລະສັບ ພວມຈະໜີໄປ ຈຶ່ງໄດ້ແລ່ນນຳທັນ ແລະໄດ້ໂດດຈັບເສື້ອຂອງຄົນຮ້າຍໄວ້ໄດ້ ຈົນຖືກໂຈນຂີ່ລົດລາກເອົາຕົນໄປ ແລະ ລົດໂຈນດັ່ງກ່າວກໍເສຍຫລັກລົ້ມລົງ ຕົນເອງຈຶ່ງໄດ້ຮ້ອງໃຫ້ຊາວບ້ານ ແລະ ກອງຫລອນອອກມາຊ່ວຍໄວ້ໄດ້ທັນ ແລະ ຖືກກອງຫລອນຈັບໄປເຮັດບົດບັນທຶກ ພ້ອມສົ່ງໄປ ປກສ ເມືອງ ໄຊທານີ ເພື່ອດຳເນີນຄະດີຕາມຂັ້ນຕອນ.
ຄົນຮ້າຍທີ່ກໍ່ເຫດໃນຄັ້ງນີ້ ຊື່ທ້າວ ພູທອນ ອາຍຸປະມານ 30 ກວ່າປີ ເປັນປະຊາຊົນຢູ່ ບ້ານສະພັງເມິກ ເມືອງໄຊທານີ ນະຄອນຫລວງວຽງຈັນ.
ປັດຈຸບັນ ແມ່ນໄລຍະເທສະການສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ອາດເປັນຊ່ອງຫວ່າງກໍ່ໃຫ້ເກີດເຫດການປຸ້ນຈີ້ຂີ້ລັກງັດແງະ ອັນເປັນປາກົດການຫຍໍ້ທໍ້ທາງສັງຄົມ ເຊິ່ງມັກເກີດຂຶ້ນ ໂດຍສະເພາະຍາມເທສະການຕ່າງໆ ດັ່ງນັ້ນ, ຈຶ່ງຝາກເຕືອນເຖິງປະຊາຊົນ ຈົ່ງໄດ້ມີສະຕິລະມັດລະວັງຕົວ ແລະ ຮັກສາຊັບສົມບັດຂອງຕົນໃຫ້ຢູ່ໃນທີ່ປອດໄພ.