10 ຄະດີຢາເສບຕິດພົ້ນເດັ່ນໃນປີ 2020

- 6 - 10 ຄະດີຢາເສບຕິດພົ້ນເດັ່ນໃນປີ 2020
- kitchen vibe - 10 ຄະດີຢາເສບຕິດພົ້ນເດັ່ນໃນປີ 2020

ໃນປີ 2020 ມີ 10 ຄະດີພົ້ນເດັ່ນຄື: ຄະດີອັນດັບທີ 1: ແຂວງບໍ່ແກ້ວສາມາດມ້າງກຸ່ມລັກລອບຂົນສົ່ງ ແລະ ຄ້າຢາເສບຕິດ ລາຍໃຫຍ່ສາມາດຢຶດຂອງກາງໄດ້ 7.624 ກວ່າກິໂລຄື: ໃນລະຫວ່າງວັນທີ 3-4 ທັນວາຜ່ານມານີ້, ຄະສະເພາະກິດ ກອງບັນຊາທະຫານ ແລະ ເຈົ້າໜ້າທີ່ຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍ່ແກ້ວ ໄດ້ເຂົ້າມ້າງກຸ່ມເປົ້າໝາຍຢູ່ເຮືອບັນທຸກສິນຄ້າ ແລະ ເຮືອນຂອງພວກຄ້າຂາຍຢາເສບຕິດດັ່ງກ່າວ ແລະ ສາມາດຈັບຕົວຜູ້ຖືກຫາໄດ້ 7 ຄົນຄື: ທ້າວ ນວນ ອາຍຸ 32 ປີ, ທ້າວ ໜານມາ ອາຍຸ 35 ປີ ແລະ ທ້າວ ອິນ ອາຍຸ 65 ປີ ສັນຊາດມຽນມາ ຢູ່ເມືອງຊຽງລາບ ແຂວງທ່າຂີ້ເຫຼັກ; ນາງ ເກງວື່ ອາຍຸ 27 ປີ ຢູ່ບ້ານປາກຮາວເໜືອ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ; ທ້າວ ເນັງຢ່າງ ອາຍຸ 17 ປີ, ທ້າວ ຕົວວາ ອາຍຸ 17 ປີ ແລະ ທ້າວ ກື່ມົວ ອາຍຸ 17 ປີ ທັງ 3 ຄົນຢູ່ບ້ານຮົ່ມເຢັນ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ມາດຳເນີນຄະດີພ້ອມຂອງກາງ ລວມມີ: ແປ້ງຝຸ່ນສີຂາວ (ຄາເຟອິນ) ໜັກ 7.310 ກິໂລກຼາມ, ຢາໄອສ໌  314 ກິໂລກຼາມ, ປືນສັ້ນ 1 ກະບອກ ພ້ອມລູກປືນ 13 ລູກ, ປືນເບີ 1 ກະບອກ ພ້ອມລູກປືນ 10 ລູກ, ລູກປືນ AK  13 ລູກ ແລະ ປ້າຍລົດໃຫຍ່ 2 ຄູ່, ເງິນບາດ 120.000 ບາດ, ລົດຮຸນໄດ 1 ຄັນ, ລົດຈັກ 3 ຄັນ ແລະ ເຮືອ1 ລໍາ.

ຄະດີອັນດັບ 2: ໃນວັນທີ 22 ຕຸລາຜ່ານມາ, ເຈົ້າໜ້າທີ່ຕຳຫຼວດ ປກສ ແຂວງອຸດົມໄຊ ສາມາດຈັບຕົວທ້າວ ຈີນູລີ ອາຍຸ 29 ປີ ເປົ້າໝາຍຢາເສບຕິດລາຍໃຫຍ່ ຢູ່ບ້ານດອນໄຊ ເມືອງໄຊ ພ້ອມຂອງກາງ ປະເພດຢາບ້າ ຈຳນວນ 473.256 ເມັດ ໜັກ 53,5 ກິໂລກຼາມ, ເຮໂຣອິນ  540 ກຼາມ, ແປ້ງຝຸ່ນປະສົມສານເສບຕິດ 6 ກິໂລກຼາມ, ເຄື່ອງຈັກຜະລິດຢາບ້າ 1 ເຄື່ອງ ພ້ອມເຄື່ອງມື ແລະ ອຸປະກອນປະເພດຫົວຕອກຢາບ້າ 87 ຫົວ, ຢູ່ເຮືອນຂອງຜູ້ກ່ຽວທີ່ບ້ານດອນໄຊ ແລະ ບ້ານພູຂຽວ.

- Visit Laos Visit SALANA BOUTIQUE HOTEL - 10 ຄະດີຢາເສບຕິດພົ້ນເດັ່ນໃນປີ 2020

ຄະດີອັນດັບ 3: ໃນວັນທີ 25 ກໍລະກົດຜ່ານມາ, ຕໍາຫຼວດເສດຖະກິດ  ແຂວງວຽງຈັນ ສົມທົບກັບ ປກສ ເມືອງວັງວຽງ ສາມາດຈັບຕົວ ເປົ້າໝາຍຢາເສບຕິດ 3 ຄົນຄື:ທ້າວ ເຊິນລູ ອາຍຸ 34 ປີ ຢູ່ ແຂວງຜົ້ງສາລີ, ທ້າວ ເຊັງໄຮພົງ ແລະ ທ້າວ ກາງ ສຽວຮົ່ວ ສັນຊາດຈີນ, ໃນຂະນະກວດຄົ້ນລົດພົບຢາໄອສ໌ 72 ກິໂລກຼາມ ແລະ ເຮໂຣອິນ 2 ແທ່ງ ກັບ 1 ຖົງນ້ອຍ, ໂທລະສັບ 6 ເຄື່ອງ, ຟາດສະປອດ 2 ຫົວ, ເງິນ 2 ລ້ານກ່າກີບ ແລະ 18.250 ບາດ, ຢູ່ສາຍທາງ 13 ເໜືອ ເຂດບ້ານນາດາວ ເມືອງວັງວຽງ.

ຄະດີອັນດັບ 4: ໃນວັນທີ 18 ມີນາຜ່ານມາ ຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ແຂວງບໍລິຄໍາໄຊ ໄດ້ນໍາກໍາລັງເຂົ້າສະກັດກັກລົດວີໂກ້ ສີຂາວ ໝາຍເລກທະບຽນ ມຫ 6868 ກໍາແພງນະຄອນ ແລະ ລົດນິດສັນສີປອນເທົາ ທະບຽນ ກພ 3926 ກໍາແພງນະຄອນ ທີ່ພວມກຳລັງຂົນສົ່ງຢາເສບຕິດຢູ່ເສັ້ນທາງ 13 ໃຕ້ ເຂດເມືອງປາກຊັນ ສາມາດຈັບຜູ້ຖືກຫາໄດ້ 4 ຄົນຄື: ທ້າວ ສິ່ງຢ່າງ ອາຍຸ 37 ປີ ຢູ່ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ທ້າວ ໄມຊົງ ອາຍຸ 27 ປີ ຢູ່ບ້ານໂພນຄໍາ ເມືອງໄຊຈໍາພອນ, ນາງ ຕິ່ງຊົງ ອາຍຸ 30 ປີ ຢູ່ບ້ານທົ່ງນາມີ ເມືອງປາກກະດິງ ແລະ ນາງ ວ່າງ ອາຍຸ 21 ປີ ຢູ່ບ້ານໜອງປາດ ເມືອງວຽງທອງແຂວງບໍລິຄໍາໄຊ ພ້ອມຂອງກາງຢາບ້າ 240.000 ເມັດ, ຢາໄອສ໌ 60 ຖົງ  ລວມມີນໍ້າໜັກ 60 ກິໂລກຼາມ.

ຄະດີອັນດັບ 5:  ໃນວັນທີ 4 ກັນຍາຜ່ານມາ , ຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດສາມາດຈັບຕົວເປົ້າຫມາຍຢາເສບຕິດ ລາຍໃຫຍ່ ຢູ່ເຂດບ້ານຫາດຊາຍຄູນ ເມືອງໂຂງໃນຂະນະຂົນສົ່ງຢາເສບຕິດ 3 ຄົນຄື: ທ້າວ ສີວອນ ອາຍຸ 36 ປີ ຢູ່ບ້ານນາຫ້ວຍ ເມືອງຊຳເໜືອ ແຂວງຫົວພັນ ພັກເຊົ່າຢູ່ບ້ານໜອງວຽງຄຳ ເມືອງໄຊທານີ ນະຄອນຫຼວງວຽງຈັນ ມີເຄື່ອງຕິດຕົວເງິນກີບ 700.000 ກີບ, ເງິນບາດ 36.000 ບາດ; ທ້າວ ກອງມະນີ ອາຍຸ 36 ປີ ຢູ່ບ້ານນໍ້າປຸນ ເມືອງແກ້ວອຸດົມ ແຂວງວຽງຈັນ ມີເຄື່ອງຕິດຕົວ ລູກປືນ 6 ລູກ, ໂທລະສັບ 3 ເຄື່ອງ, ວັດຖຸຄ້າຍຄືຄຳ ມີສາຍແຂນ 1 ເສັ້ນ, ແຫວນ 1 ວົງ, ພຣະ 5 ອົງ, ປະລັກແຂນ 1 ເສັ້ນ, ສາຍຄໍສີດຳພ້ອມພຣະ 1 ເສັ້ນ ແລະ ທ້າວ ໂພໄຊ ອາຍຸ 36 ປີ ຢູ່ບ້ານຫ້ວຍເພັກ ເມືອງໂພນທອງ ແຂວງຈຳປາສັກ ມີເຄື່ອງຕິດຕົວ: ສາຍແຂນໝາກຕຸ້ມງາຊ້າງ 1 ອັນ, ແຫວນສີເຫຼືອງຄ້າຍຄືຄຳ 1 ວົງ ແລະ ເງິນ 7.000 ບາດ ພ້ອມຂອງກາງຢາໄອສ໌ 60 ກິໂລກຼາມ ແລະ ຢາບ້າ 48.000 ເມັດ.

ຄະດີອັນດັບທີ 6: ໃນວັນທີ 28 ມີນາຜ່ານມາ, ເຈົ້າໜ້າທີ່ ປກສ ກຸ່ມບ້ານສຸມຄໍາ ເມືອງຍອດອູ ແຂວງຜົ້ງສາລີ ສາມາດກັກລົດເປົ້າໝາຍ ພ້ອມ ຂອງກາງຢາເສບຕິດ ປະເພດເຮໂຣອິນ 100 ແທ່ງ ໜັກ 38,04 ກິໂລກຼາມ, ຈັບຜູ້ຖືກຫາ 3 ຄົນຄື: ທ້າວ ຄໍາສຸກ ອາຍຸ 30 ປີ, ທ້າວ ຄໍາພອນ ອາຍຸ 36 ປີ ແລະ ທ້າວ ອາວູ ອາຍຸ 22 ປີ ພວກກ່ຽວຢູ່ບ້ານຫຼົງທາງ ເມືອງຍອດອູແຂວງຜົ້ງສາລີ.

ຄະດີອັນດັບ 7: ໃນວັນທີ 2 ມັງກອນຜ່ານມາ, ທະຫານເມືອງຄຳເກີດ, ແຂວງບໍລິຄຳໄຊ ກວດພົບຢາໄອສ 25 ຖົງທີ່ຊຸກເຊື່ອງໃສ່ເປົາ  2 ເປົາ ລວມມີນໍ້າໜັກ 25 ກິໂລກຼາມ ຢູ່ເສັ້ນທາງ 8A ບໍລິເວນສົ້ນຂົວບ້ານຫຼັກ 12 ເມືອງຄໍາເກີດ ແລ້ວມອບເຄື່ອງຂອງກາງດັ່ງກ່າວໃຫ້ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ສືບຕໍ່ສອບສວນ ຫາທີ່ໄປທີ່ມາຂອງຢາເສບຕິດຢາເສບຕິດຈຳນວນນີ້, ສ່ວນຜູ້ເປັນເຈົ້າຂອງໄດ້ເອົາຕົວຫຼົບໜີ.

ຄະດີອັນດັບ 8: ໃນເວລາ 12:00 ໂມງຂອງວັນທີ 26 ກໍລະກົດຜ່ານມາ, ເຈົ້າໜ້າທີ່ປະຈຳດ່ານກວດ ຫຼັກ 84 ເມືອງໂຂງ ແຂວງຈຳປາສັກ ໄດ້ຈັບຕົວຜູ້ຖືກຫາຂົນສົ່ງຢາເສບຕິດສອງຄົນຄື: ທ້າວ ກິດຕະກອນ ອາຍຸ 24 ປີ ຢູ່ບ້ານທາດຫຼວງໃຕ້ ເມືອງໄຊເສດຖາ ແລະ ທ້າວ ພອນປະເສີດ ອາຍຸ 25 ປີ ຢູ່ບ້ານໃຜ່ລ້ອມ ເມືອງໄຊທານີ ນະຄອນຫຼວງວຽງຈັນ ທີ່ຂັບຂີ່ລົດເກງສີຂາວ ໝາຍເລກທະບຽນ ກດ 6480 ກໍາແພງນະຄອນ ຂົນຢາໄອສ໌ 10 ກິໂລກຼາມ ພ້ອມເງິນ 2,7 ລ້ານກີບ, ເງິນບາດ 5.300 ບາດ, ເງິນໂດລາ 102 ໂດລາ ແລະ ໂທລະສັບ 2 ເຄື່ອງ ຈາກນະຄອນຫຼວງວຽງຈັນ ມຸ້ງໜ້າໄປທາງຊາຍແດນລາວ-ກໍາປູເຈຍ.

ຄະດີອັນດັບ 9: ໃນວັນທີ 27 ມິຖຸນາຜ່ານມາ, ເຈົ້າ ໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ຈັບຕົວເປົ້າຫມາຍຢາເສບຕິດຄື: ຄູ່ຜົວເມຍ ນາງ ຂັນທະລີ ຫຼື ແອ້ວ ອາຍຸ 45 ປີ ແລະ ທ້າວ ວົງພະຈັນ ອາຍຸ 45 ປີ ຢູ່ບ້ານຫ້ວຍໄຜ່ ນະຄອນໄກສອນ ພົມວິຫານ ພ້ອມຜູ້ຖືກຊັດທອດອີກ 2 ຄົນ ຊື່ທ້າວ ສຸລິກາ ຫຼື ກາ ອາຍຸ 57 ປີ ແລະ ນາງ ບຸນເພັງ ຫຼື ຫຼ້ານ້ອຍ ຢູ່ບ້ານໜອງບົວທອງທ່າ ເມືອງສອງຄອນ ພ້ອມຂອງກາງຢາບ້າ 419.000 ເມັດ, ລົດໃຫຍ່ 2 ຄັນ ແລະ ລົດຈັກ 3 ຄັນ.

ຄະດີອັນດັບ 10: ໃນວັນທີ 21-22 ພຶດສະພາຜ່ານມາ, ກອງບັນຊາການ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ສາມາດຈັບຕົວເປົ້າໝາຍຄ້າຂາຍຢາເສບຕິດໄດ້ 5 ຄົນ ຄື: ທ້າວ ເພັດສົມພອນ ຫຼື ງົວ ອາຍຸ 21 ປີ, ທ້າວ ສົມ ສະໜຸກ ອາຍຸ 22 ປີ ທັງສອງ ຢູ່ບ້ານອຸດົມວິໄລ, ທ້າວ ວິຊຽນ ຫຼື ແຫຼ້ ອາຍຸ 28 ປີ ຢູ່ບ້ານໂພນສະຫວ່າງເໜືອ, ທ້າວ ສົມພູທອນ ຫຼື ອື່ງ ອາຍຸ 36 ປີ ຢູ່ບ້ານລາດສະວົງໄຊ ແລະ ນາງ ເພັດມະໄລພອນ ຢູ່ບ້ານສະໜາມໄຊ ຂຶ້ນກັບນະຄອນໄກສອນ ພົມວິຫານ, ພ້ອມຂອງກາງຢາບ້າ 343.398 ເມັດ ແລະ ຢາໄອສ໌  2 ກິໂລກຼາມ ພ້ອມທັງພວກມົ້ວສຸມຢາເສບຕິດອີກ 6 ຄົນ.

- 3 - 10 ຄະດີຢາເສບຕິດພົ້ນເດັ່ນໃນປີ 2020
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!