ອາຫານຕ້ານມະເຮັງລຳໄສ້ ຄວນກິນ-ບໍ່ຄວນກິນແນວໃດແດ່

- 071911 2020 - ອາຫານຕ້ານມະເຮັງລຳໄສ້ ຄວນກິນ-ບໍ່ຄວນກິນແນວໃດແດ່
- kitchen vibe - ອາຫານຕ້ານມະເຮັງລຳໄສ້ ຄວນກິນ-ບໍ່ຄວນກິນແນວໃດແດ່

ພະຍາດມະເຮັງລຳໄສ້ໃຫຍ່ (Colorectal cancer) ຫລື ທີ່ມັກເອີ້ນກັນຕິດປາກວ່າ ພະຍາດມະເຮັງລຳໄສ້ ຖືເປັນພະຍາດມະເຮັງທີ່ພົບຫລາຍເປັນອັນດັບຕົ້ນໆ ທົ່ວໂລກມີຜູ້ເສຍຊີວິດຈາກພະຍາດມະເຮັງລຳໄສ້ເພີ່ມຂຶ້ນທຸກປີ ເຖິງວ່າພະຍາດນີ້ຈະອັນຕະລາຍເຖິງຊີວິດ ທ່ານກໍສາມາດຫລຸດຄວາມສ່ຽງໃນການເກີດພະຍາດໄດ້ດ້ວຍຫລາກຫລາຍວິທີ ເຊັ່ນ : ການອອກກຳລັງກາຍ ໂດຍສະເພາະຢ່າງຍິ່ງ ການໃສ່ໃຈເລື່ອງອາຫານການກິນ ແລະ ຕໍ່ໄປນີ້ແມ່ນອາຫານຊະນິດໃດທີ່ຄວນກິນ ແລະ ຄວນຫລີກເວັ້ນ ເພື່ອໃຫ້ຄວາມສ່ຽງເປັນພະຍາດນີ້ຫລຸດລົງໄດ້.

- 061911 2020 300x180 - ອາຫານຕ້ານມະເຮັງລຳໄສ້ ຄວນກິນ-ບໍ່ຄວນກິນແນວໃດແດ່

- Visit Laos Visit SALANA BOUTIQUE HOTEL - ອາຫານຕ້ານມະເຮັງລຳໄສ້ ຄວນກິນ-ບໍ່ຄວນກິນແນວໃດແດ່
- Visit Laos Visit SALANA BOUTIQUE HOTEL - ອາຫານຕ້ານມະເຮັງລຳໄສ້ ຄວນກິນ-ບໍ່ຄວນກິນແນວໃດແດ່
  • ອາຫານຕ້ານມະເຮັງລຳໄສ້ ທີ່ທ່ານຄວນບໍລິໂພກ :
  1. ພືດຕະກູນຖົ່ວ : ເຊັ່ນ ຖົ່ວເຫລືອງ, ຖົ່ວດຳ, ຖົ່ວລັນເຕົາ, ຖົ່ວຍາວ ຖືເປັນແຫ່ລງຂອງໂປຣຕິນ, ໄຟເບີ, ວິຕາມິນ B ແລະ ວິຕາມິນ E ທັງຍັງມີສານປະກອບທີ່ເອີ້ນວ່າ ຟລາໂວນອຍ ເຊິ່ງຊ່ວຍປ້ອງກັນ ແລະ ຕ້ານການຈະເລີນເຕີບໃຫຍ່ຂອງຊີ້ນປົ່ງໄດ້. ນອກຈາກນີ້, ໃນພືດຕະກູນຖົ່ວຍັງມີສານຕ້ານອະນຸມູນອິດສະລະ ທີ່ອາດຊ່ວຍປ້ອງກັນມະເຮັງລຳໄສ້ໄດ້ນຳ.
  2. ນົມງົວ ແລະ ຜະລິດຕະພັນຈາກນົມງົວ : ຜົນການສຶກສາຫລາຍເທື່ອພົບວ່າ ອາຫານທີ່ມີທາດການຊຽມຫລາຍ ເຊັ່ນ : ນົມງົວ ແລະ ຜະລິດຕະພັນຈາກນົມງົວ ຊ່ວຍຫລຸດຄວາມສ່ຽງໃນການເກີດຊີ້ນປົ່ງ ແລະ ມະເຮັງລຳໄສ້ໄດ້.
  3. ຜັກ ແລະ ໝາກໄມ້ຫລາຍສີ : ມີສານປະກອບທາງເຄມີທີ່ເອີ້ນວ່າ ສານພືດເຄມີ ຫລື ໄຟໂຕນິວທຣຽນ ເຊິ່ງເປັນສານທີ່ເຮັດໃຫ້ພືດ ຜັກ ຫລື ໝາກໄມ້ຊະນິດນັ້ນມີກິ່ນ, ສີ ຫລື ລົດຊາດທີ່ເປັນເອກະລັກ, ແຕ່ບໍ່ແມ່ນເທົ່ານັ້ນ ເພາະສານພືດເຄມີໃນພືດຍັງມີລິດຕ້ານການອັກເສບ ແລະ ຊ່ວຍຂັດຂວາງການຈະເລີນເຕີບໃຫຍ່ຂອງແຊນມະເຮັງໄດ້ນຳ ໂດຍຜູ້ຊ່ຽວຊານບອກວ່າ ທ່ານຄວນບໍລິໂພກຜັກ ແລະ ໝາກໄມ້ໃຫ້ຫລາກຫລາຍ ເພື່ອໃຫ້ໄດ້ສານທີ່ມີປະໂຫຍດຕໍ່ຮ່າງກາຍຫລາຍໆຊະນິດ.
  4. ທັນຍາພືດເຕັມເມັດ : ຫລື ໂຮເກຣນ ດັ່ງ ເຂົ້າເໝົ້າ, ເຂົ້າກໍ່າ, ເຂົ້າໜົມປັງໂຮຫວີດ ເປັນອາຫານທີ່ອຸດົມໄປດ້ວຍສານອາຫານນາໆຊະນິດ ໂດຍສະເພາະໄຟເບີ ແລະ ແມັກນີຊຽມ ກິນແລ້ວຈຶ່ງຊ່ວຍໃຫ້ອາຈົມອ່ອນນຸ້ມຂຶ້ນ ແລະ ເຮັດໃຫ້ທ່ານຂັບຖ່າຍໄດ້ງ່າຍຂຶ້ນນຳ ທັງຍັງອາດຊ່ວຍກຳຈັດສານປະກອບໃນລຳໄສ້ທີ່ເປັນສາເຫດຂອງມະເຮັງໄດ້ນຳ.
  5. ປາໄຂມັນຫລາຍ : ປາທີ່ອຸດົມໄປດ້ວຍໄຂມັນດີ ເຊັ່ນ: ກົດໂອເມກ້າ 3 ເປັນຕົ້ນແມ່ນປາທູນ່າ, ປາແຊວມັອນ ນອກຈາກຈະເປັນອາຫານຕ້ານມະເຮັງລຳໄສ້ແລ້ວ ຍັງດີຕໍ່ສຸຂະພາບຫົວໃຈນຳ, ແຕ່ແນະນຳວ່າທ່ານຄວນເລືອກປາໃຫ້ຖືກປະເພາະ ເພາະປາບາງຊະນິດອາດປົນເປື້ອນສານບາຫລອດ ເຊິ່ງສາມາດເປັນອັນຕະລາຍຕໍ່ສຸຂະພາບໄດ້ ຫາກໄດ້ຮັບຫລາຍເກີນໄປ.
  • ອາຫານທີ່ເພີ່ມຄວາມສ່ຽງມະເຮັງລຳໄສ້ ທີ່ຄວນຫລຸດ ຫລື ຫລີກເວັ້ນໃນການບໍລິໂພກ ໄດ້ແກ່ :

- 081911 2020 300x200 - ອາຫານຕ້ານມະເຮັງລຳໄສ້ ຄວນກິນ-ບໍ່ຄວນກິນແນວໃດແດ່

  1. ຊີ້ນແດງ : ຊີ້ນງົວ, ຊີ້ນໝູ, ຊີ້ນແບ້ ໜ້າຈະເປັນອາຫານຈານມັກຂອງໃຜຫລາຍຄົນ, ແຕ່ທ່ານຮູ້ຫລືບໍ່ວ່າ ຊີ້ນແດງສຸດແຊບນັ້ນອາດສົ່ງຜົນເສຍຕໍ່ສຸຂະພາບລຳໄສ້ຂອງທ່ານໄດ້ ໂດຍນັກວິທະຍາສາດບອກວ່າ ການບໍລິໂພກຊີ້ນແດງສາມາດເພີ່ມຄວາມສ່ຽງໃນການເປັນມະເຮັງລຳໄສ້ ເຊິ່ງອາດເປັນຍ້ອນຊີ້ນແດງຖືກຄວາມຮ້ອນສູງ ອາດກໍ່ໃຫ້ເກີດສານກໍ່ມະເຮັງໄດ້. ຜູ້ຊ່ຽວຊານແນະນຳວ່າ ຫາກທ່ານຢາກຫລຸດຄວາມສ່ຽງໃນການເກີດມະເຮັງລຳໄສ້ ກໍໍບໍ່ຄວນກິນຊີ້ນແດງເກີນ 500 ກຣາມຕໍ່ອາທິດ.
  2. ຊີ້ນສັດແປຮູບ : ໝາຍເຖິງຊີ້ນສັດທີ່ຜ່ານຂະບວນການປຸງແຕ່ງລົດຊາດ, ການໝັກ ຫລື ການຮົມຄັວນ ເພື່ອຍືດອາຍຸ ເຊັ່ນ : ເບຄັອນ, ໄສ້ກອກ, ແຮັມ, ຊີ້ນຕາກແຫ້ງ, ໄສ້ກອກຫວານ, ໝູຝອຍ ເຊິ່ງການບໍລິໂພກຊີ້ນສັດແປຮູບເຫລົ່ານີ້ເປັນປະຈຳ ນອກຈາກຈະເພີ່ມຄວາມສ່ຽງພະຍາດມະເຮັງລຳໄສ້ແລ້ວ ຍັງອາດເຮັດໃຫ້ທ່ານເປັນມະເຮັງກະເພາະອາຫານໄດ້ນຳ.
  3. ເຄື່ອງດື່ມອານກໍຮໍ : ຜູ້ຊ່ຽວຊານບອກວ່າການດື່ມເຄື່ອງດື່ມອານກໍຮໍເປັນປະຈຳ ຫລື ດື່ມຫລາຍເກີນໄປ ( 2 – 3 ຈອກຕໍ່ມື້) ຈະເຮັດໃຫ້ທ່ານມີຄວາມສ່ຽງໃນການເປັນມະເຮັງລຳໄສ້ເພີ່ມຂຶ້ນເຖິງ 20% ແລະ ຫາກທ່ານດື່ມຫລາຍກ່ວານັ້ນ ຄວາມສ່ຽງກໍຈະຍິ່ງຫລາຍຂຶ້ນຕື່ມອີກ. ສະນັ້ນ ຫາກບໍ່ຢາກເປັນມະເຮັງລຳໄສ້ ຫລື ເປັນພະຍາດຈາກການດື່ມເຫລົ້າອື່ນໆ ເຊັ່ນ : ຕິດເຫລົ້າຊຳ້ເຮື້ອ, ພະຍາດຕັບແຂງ, ຄວາມດັນເລືອດສູງ ທ່ານກໍຄວນງົດດື່ມເຄື່ອງດື່ມອານກໍຮໍໂດຍໄວ.
- 4 - ອາຫານຕ້ານມະເຮັງລຳໄສ້ ຄວນກິນ-ບໍ່ຄວນກິນແນວໃດແດ່
- 3 - ອາຫານຕ້ານມະເຮັງລຳໄສ້ ຄວນກິນ-ບໍ່ຄວນກິນແນວໃດແດ່
- 5 - ອາຫານຕ້ານມະເຮັງລຳໄສ້ ຄວນກິນ-ບໍ່ຄວນກິນແນວໃດແດ່