ເສດຖີເງິນຕື້ Jack Ma ຫາຍຕົວແບບລັບໆ
January 4, 2021 - 12:06 PM

ລາຍງານຈາກຕ່າງປະເທດ ວັນທີ 4 ມັງກອນ 2021 ນີ້ໃຫ້ຮູ້ວ່າ ເສດຖີເງິນຕື້ Jack Ma ໄດ້ຫາຍຕົວໄປຢ່າງລັບໆ ພາຍຫຼັງບໍ່ໄດ້ອອກໂຊຕົວໃນລາຍການໂທລະທັດ ທີ່ມີຊື່ວ່າ ‘ບັນດາວີລະຊົນທຸລະກິດຂອງ ອາຟຣິກາ’ ສຳລັບນັກທຸລະກິດໜຸ່ມຂອງ ອາຟຣິກາ ເປັນເວລາສອງເດືອນ.
ໃນລະຫວ່າງເດືອນຕຸລາ 2020 Jack Ma ໄດ້ວິຈານລະບົບຄຸ້ມຄອງການເງິນຂອງລັດຖະບານຈີນ.
ທ້າຍເດືອນທັນວາ 2020 ທີ່ຜ່ານມາ ລັດຖະບານຈີນໄດ້ເປີດບັ້ນກວດສອບ ບໍລິສັດ Alibaba ກ່ຽວກັບການຜູກຂາດ ແລະ ອອກຄຳສັ່ງໃຫ້ Ant Group ປະຕິຮູບໂຄງສ້າງ ການເຄື່ອນຕາມຂໍ້ກຳນົດການຄຸ້ມຄອງການເງິນແບບໃໝ່.